|
ໄອປາໃນ 31 ປີ
ທີ່ຜ່ານມາ
ໂດຍ: ວິເສດ ສະແຫວງສຶກສາ
ໄອປາ (AIPA) ຫຼືສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ
(AseanInterparliamentary Assembly) ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ
2 ກັນຍາ 1977 ລຸນຫຼັງການສ້າງຕັ້ງອາຊຽນ 10 ປີນັບແຕ່ມື້ສ້າງຕັ້ງເຖິງປີ
2006 ໄອປາມີຊື່ວ່າ “ໄອໂປ” ຫຼືອົງການລັດຖະສະພາລະຫວ່າງ ຊາດອາຊຽນ
ພາຍຫຼັງກົດລະບຽບຂອງໄອປາ ໄດ້ຖືກຮັບຮອງເອົານຕົ້ນປີ 2007
“ໄອໂປ” ໄດ້ປ່ຽນຄາບມາເປັນ “ໄອປາ” ເມື່ອສົມທຽບກັບ “ໄອໂປ”
ແລ້ວ “ໄອປາ” ມີກົດລະບຽບທີ່ຊັດເຈນຮັດກຸມ ແລະ ແທດເໝາະກັບການປ່ຽນແປງໃໝ່ພາຍໃນອາຊຽນໃນຍຸກນີ້
ແຜນ ການເຄື່ອນ ໄຫວຂອງໄອປາ ຕິດພັນ ຫຼື ມີສ່ວນຮ່ວມກັບທິດທາງ ແລະເປົ້າໝາຍຂອງອາຊຽນຫຼາຍກ່ວາເມື່ອກ່ອນ.
ຕະຫຼອດ 31
ປີຜ່ານມາໄດ້ເຮັດບົດບາດເປັນອົງການ
ຫຼືສະຖາບັນເງົາຕາມຕົວຂອງອາຊຽນເຕົ້າໂຮມເອົການຮ່ວມ ມືລະຫວ່າງລັດຕໍ່ລັດ ໃນອະ
ນຸພາກພື້ນອາຊີຕາເວັນອອກສຽງໃຕ້ ສ່ວນໄອປານັ້ນ ເຮັດບົດບາດເປັນຂົວຕໍ່ລະ
ຫ່ວາງປະຊາຊົນກັບປະຊາຊົນ ແລະ ລະຫວ່າງປະຊາຊົນ ກັບລັດຖະບານ.
ໄອປາບໍ່ຢຸດນີ້ງຢູ່ບ່ອນເກົ່າແຕ່ຫາກປ່ຽນແປງ
ແລະ ດັດປັບຕົນເອງໃຫ້ເຂົ້າກັບສະພາບການຕົວຈິງ ແລະເປົ້າໝາຍຂອງອາຊຽນໃນແຕ່ລະຍຸກ ສະໄໝ ເຊິ່ງພໍແຍກອອກເປັນໄລຍະດັ່ງລຸ່ມນີ້:
ໄລຍະທີ່1:
ແຕ່ປີ 1977 – 1994 ໄອປາເໜັ້ນຄວາມເປັນປຶກແຜ່ນ ແລະຄວາມປອດໄພພາຍໃນບັນດາປະເທດ
ສະມາຊິກອາຊຽນໃນຊຸມປີ ຫຼັງໆຂອງໄລຍະນີ້ (1990 - 1994) ໄອປາເລີ່ມຫຼິງຄວາມສຳຄັນຂອງຂະບວນການສັນຕິພາບ, ຄວາມໝັ້ນຄົງແລະການຮ່ວມມືພາຍໃນອະນຸ ພາກພື້ນເຫັນໄດ້ຈາກການຮັບເອົາສະພາແຫ່ງຊາດລາວ ແລະ
ສະພາແຫ່ງຊາດຫວຽດນາມເປັນສະມາຊິກສັງເກດການກອງປະຊຸມປະຈຳປີ ຂອງໄອປາ (ຕອນນັ້ນຍັງເອີ້ນວ່າໄອໂປ)ໄປພ້ອມໆກັບການສະໜັບສະໜູນບັນດາສົນທິສັນຍາກໍ່ຄືຂໍ້ຕົກລົງລະດັບພາກພື້ນ ເພື່ອເຮັດໃຫ້ອາຊຽນ ປອດອາບຸດນິວເຄຼຍ ເຂດເປັນກາງ
ແລະການຮ່ວມມື ແລະ
ອື່ນໆ.
ໄລຍະທີ2:
ແຕ່ປີ 1995 – 2006 ເຊີ່ງເປັນໄລຍະທີ່ອາຊຽນມີສະມາຊິກຄົບ 10
ປະເທດຕາມເປົ້າໝາຍທີ່ວາງໄວ້ສ່ວນໄອໂປກໍເພີ່ມຈຳນວນ ສະມາຊິກຈາກ 5
ປະເທດເປັນ 8 ປະເທດທີ່ມີລະບົບລັດຖະສະພາ ປະເທດມຽນມາ
ແລະ ບຣູໄນ ດາຣູຊາລາມຊື່ງສະມາຊິກອາຊຽນນັ້ນ ຍັງບໍ່ທັນມີລະບົບລັດຖະສະພາທີ່ມາຈາກການເລືອກຕັ້ງໂດຍກົງ
ຈາກປະຊາຊົນ ດັ່ງນັ້ນ ຈິ່ງໄດ້ຖານະເປັນຄະນະສັງເກດການພິເສດຂອງໄອ ປາ ນອກຈາກນັ້ນໄອປາຍັງໄດ້ຮັບເອົາລັດຖະສະພາບັນດາປະເທດ
ແລະ ອົງການທີ່ເປັນຄູ່ເຈລະຈາຂອງອາຊຽນຈຳນວນ 10 ຄະນະ ເປັນ ຄະນະສັງເກດການທົ່ວໄປ
ໃນໄລຍະທີ່ 2 ນີ້ອີງໃສ່ຄວາມເຕີບໃຫຍ່ຂະຫຍາຍຕົວຂອງອາຊຽນ ແລະ ຄວາມຈຳເປັນຂອງການສ້າງອາຊຽນໃຫ້ ເຂັ້ມແຂງທາງດ້ານການເມືອງ
ຄວາມໝັ້ນຄົງ ເສດຖະກິດ ແລະ ສັງຄົມທ່າມກາງກະແສໂລກາພິວັດໄອປາໄດ້ລິເລີ່ມການປ່ຽນແປງກົນໄກ ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ແນໃສ່ເຮັດໃຫ້ໄອປາປ່ຽນອອກຈາກສະພາບເປັນພຽງ
“ເງົາ” ຂອງອາຊຽນແລ້ວກາຍເປັນຫຸ້ນສ່ວນ ຂອງອາຊຽນ ຕາມບົດບາດຂອງລັດຖະສະພາ ແນວຄິດດັ່ງກ່າວພົ້ນເດັ່ນຂື້ນໃນກອງປະຊຸມໃຫຍ່ປະຈຳປີຄັ້ງທີ່
26 ຂອງໄອປາ ທີ່ວຽງຈັນໃນປີ 2005 ກອງປະຊຸມຄັ້ງນັ້ນ ໄດ້ຕົກລົງຮັບເອົາທິດທາງປ່ຽນຊື່ໄອໂປ
ເປັນໄອປາພ້ອມທັງຮັບຮອງເອົາແຜນການຂັ້ນຕອນປະຕິບັດງານ ເພື່ອກ້າວ ສູ່ການປ່ຽນແປງດັ່ງກ່າວໃນປີຕໍ່ມາ ກອງປະຊຸມໃຫຍ່ໄອປາຄັ້ງທີ່
27 ທີ່ພິລິບປິນກໍ່ໄດ້ຕົກລົງເປັນເອກະສັນປ່ຽນຊື່ຈາກ “ໄອໂປ” ເປັນ
“ໄອປາ” ຫຼືຈາກ”ອົງການລັດສະພາລະຫວ່າງຊາດອາຊຽນ
ເປັນສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ”
ໄລຍະທີ 3:
ແມ່ນເລີ່ມແຕ່ປີ 2007 ຮອດປະຈຸບັນເຖິງວ່າຈະມີການຕົກລົງປ່ຽນຊື່ໄອໂປເປັນໄອປາໃນປີ
2006 ແລ້ວກໍ່ຕາມ ແຕ່ຜົນສັກສິດ ໃນການເຄື່ອນໄຫວຂອງໄອປາໄດ້ເລີ່ມຂື້ນຫຼັງຈາກປະເທດ
ສະມາຊິກໄດ້ເຊັນຮັບຮອງເອົາກົດລະບຽບສະບັບປັບປຸງ ໃນຕົ້ນປີ
2007.
ກົນໄກການຈັດຕັ້ງທີ່ໄອປາຍັງສືບຕໍ່ຮັກສາໄວ້ ໄດ້ແກ່ການປ່ຽນຮອບວຽນປະທານໄອປາ
ແລະ ເປັນເຈົ້າພາບກອງປະຊຸມປະຈຳປີກົງຈັກກຳມາທິ ການການເມືອງ ເສດຖະກິດ
ສັງຄົມ ການຈັດຕັ້ງບໍລິຫານພາຍໃນໄອປາ ແລະ ກຳມາທິການ ສສຊ ເພດຍິງຂອງໄອປາ
(ຊື່ວ່າ WAIPA) ສ່ວນກອງເລຂາຂອງໄອປານັ້ນ ຍັງຕັ້ງຢູ່ນະຄອນຫຼວງຈາກາຕາດັ່ງເດີມ
ສ່ວນການປ່ຽນແປງໃໝ່ ອີງຕາມເນື້ອໃນກົດລະບຽບສະບັບປັບປຸງນັ້ນ
ແມ່ນການແຕ່ງຕັ້ງເລຂາທິການໃຫຍ່ ປະຈຳການຢູ່ກອງເລຂາ ໂດຍມີອາຍຸການ
3 ປີ ໃນສະໄໝຍັງເປັນໄອໂປເລຂາທິການໃຫຍ່ມີອາຍຸການ ພຽງ 1 ປີ
ແລະ ປະຈຳການຢູ່ທີ່ປະເທດທີ່ເປັນເຈົ້າພາບກອງປະຊຸມໃຫຍ່ປະຈຳປີ ນອກຈາກນັ້ນໄອປາຍັງສ້າງກົນໄກໜ່ວຍປະຕິບັດງານປະຈຳ ໃນລັດຖະສະພາຂອງແຕ່ລະປະເທດສະມາຊິກ
ເພື່ອຕິດຕາມການຄືບໜ້າໃນການຜັນຂະຫຍາຍມະຕິກອງປະຊຸມໄອປາປະຈຳປີ ສ້າງຕັ້ງກົນໄກ ປະສານງານ ລະຫວ່າງການນຳຂອງອາຊຽນ
ແລະ ໄອປາ ສ້າງເງື່ອນໄຂໃຫ້ໜ່ວຍງານຂອງອາຊຽນ ແລະ
ໄອປາໄດ້ເຄື່ອນໄຫວຮ່ວມກັນ.
ຈຸດປະສົງທີ່ໄດ້ລະບຸໄວ້ໃນກົດລະບຽບຂອງໄອປາ ໄດ້ມີການປ່ຽນແປງຕາມກາລະໂອກາດເຊັ່ນ: ກົດລະບຽບແຕ່ປີ
1977 – 2006 ມີພຽງ 4 ຂໍ້ ແຕ່ປີ 1997 – 2006 ມີ 5 ຂໍ້ ແຕ່ປີ 2007 ເຖິງປະຈຸບັນ
ໄອປາເພີ່ມຈຸດປະສົງເປັນ 6 ຂໍ້ ໂດຍເນັ້ນເປົ້າໝາຍສ້າງອາຊຽນໃຫ້ເປັນປະຊາ ຄົມແຫ່ງຄວາມໝັ້ນຄົງ
ປະຊາຄົມເສດຖະກິດ ແລະ ປະຊາຄົມສັງຄົມວັດທະນະທຳ.
31 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງໄອໂປໃນເມື່ອກ່ອນກໍ່ຄືໄອປາໃນປະຈຸບັນ ລ້ວນແຕ່ຕິດພັນກັບໜ້າທີ່ການເມືອງຂອງອາຊຽນໃນແຕ່ ລະໄລຍະ ໃນປະຈຸບັນໄອປາກ້າວຂື້ນຢືນຄຽງຂ້າງອາຊຽນເພື່ອບັນລຸເປົ້າໝາຍວິໄສທັດລວມ ໃນການສ້າງປະຊາຄົມທິ່ເປັນໜື່ງດຽວສຳລັບປະ ຊາຊາດອາຊຽນ ພາຍໃຕ້ກົດບັດທີ່ອາຊຽນໄດ້ຮັບຮອງເອົາໃນທ້າຍປີ
2007.
|