|
ກອງປະຊຸມໄອປາເນັ້ນຄວາມສຳຄັນຂອງກົດບັດອາຊຽນ.
(ວຈໝ)
ກອງປະຊຸມໃຫ່ຍປະຈຳປີຄັ້ງທີ
29 ຂອງສະມັດຊາ ລັດຖະສະພາ ລະຫ່ວາງຊາດອາຊຽນໄອປາ(AIPA-ASEAN
INTER-PARLIA-MENTARY ASSEMBLY) ຊຶ່ງດຳເນີນມາເປັນເວລາ 4 ວັນ ແຕ່ວັນທີ
19-22 ສີງຫາ 2008 ທີ່ສິງກະໂປໄດ້ອັດລົງດ້ວຍຜົນສຳເລັດຢ່າງດີ
ບັນມະຕິ ແລະ ຖະແຫຼງການຮ່ວມໃນກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົານັ້ນສ່ອງແສງໃຫ້ເຫັນເຖິງບົດບາດ
ແລະ ຄວາມຮັບຜິດຊອບຂອງຜູ້ແທນ ປະຊາຊົນໃນອານຸພາກພື້ນນີ້ ຕໍ່ບັນຫາການເມືອງ,
ເສດຖະກິດ ແລະສັງຄົມ-ວັດທະນາທຳ ຊຶ່ງຈະກາຍເປັນເນື້ອໃນຂອງປະຊາຄົມ
“ສາມເສົາ ຄ້ຳ“ ຂອງອາຊຽນໃນຕໍ່ໜ້າ.
ທ່ານ ວິເສດ ສະແຫວງສືກສາ
ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແຈ໊ງໃຫ້ໜັງສືພີມວຽງຈັນໃໝ່ຊາບວ່າ:
ອົງການ ໄອໂປ(ອົງການລັດ ຖະສະພາ ລະຫ່ວາງຊາດອາຊຽນ) ໃນເມື່ອກ່ອນ
ໄດ້ກາຍມາເປັນ ໄອປາ (ສະມັດຊາລັດຖະສະພາ ລະຫ່ວາງຊາດອາຊຽນ-ໄອປາ)
ໃນ ຕົ້ນປີ 2007 ພາຍຫຼັງກົດລະບຽບຂອງໄອປາ ໄດ້ຖືກຮັບຮອງເອົາໂດຍບັດາປະເທດສະມາຊິກໃນເດືອນສີງຫາ
ປີຜ່ານມາກອງປະຊຸມ ພາຍໃຕ້ຊື່ “ໄອ ປາ“ ຄັ້ງທຳອິດໄດ້ຈັດຂື້ນທີ່
ກູລາລຳເປີ ມາເລເຊຍ ສຳລັບປີນີ້ ສິງກະໂປໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃຫ່ຍປະຈຳປີ
ຂອງໄອປາ ເປັນເທື່ອທີສອງ ແຕ່ເພື່ອຮັກສາໄວ້ລັກສະນະຕໍ່ເນື່ອງ
ໄອປາຈຶ່ງລຽງລຳດັບກອງປະຊຸມຕາມຈຳນວນຄັ້ງທີ 1 ທີ່ຈັດພາຍໃຕ້ຊື່
ໄອໂປ.
ໃນຄຳປາໄສກ່າວເປີດກອງປະຊຸມຢ່າງເປັນທາງການ
ນາຍົກລັດຖະມົນຕີ ສີງກະໂປ ທ່ານ ລີຊຽນລຸງ ໄດ້ຊີ້ໃຫ້ເຫັນວ່າການສ້າງກົດບັດອາ
ຊຽນ ແລະ ແຜນສ້າງປະຊາຄົມເສດຖະກິດອາຊຽນແມ່ນໜຶ່ງໃນຄວາມພະຍາຍາມລວມຂອງອາຊຽນເພື່ອເລັ່ງລັດບາດກ້າວສູ່ການເຊື່ອມອາຊຽນ
ໃຫ້ກາຍ ເປັນ ລະບົບຕະຫຼາດໜື່ງດຽວ ແລະ ເປັນການຜະລິດຂອງອາຊຽນພາຍໃນປີ
2015 ທ່ານສະແດງຄວາມເຊື່ອໝັ້ນວ່າສະມາຊິກລັດຖະສະພາ ບັນດາປະເທດສະມາຊີກອາຊຽນຈະສືບຕໍ່ນຳພາແນວຄິດປະຊາຊົນໃນແຕ່ລະປະເທດຂອງຕົນອອກແຮງຕ້ານທັດສະນະລັງກຽດ
ແລະ ບໍ່ເຊື່ອ ໝັ້ນຊື່ງກັນ ແລະ ກັນພ້ອມດຽວກັນກໍ່ໃຫ້ສະໜັບສະໜູນນະໂຍບາຍເສດຖະກິດເປີດ
ແລະ ເຊື່ອໂຍງເຮັດໄດ້ຄືແນວນີ້ອາຊຽນຈື່ງຈະເຕີບໃຫ່ຍ ຢ່າງບໍ່ຢຸດຢັ້ງຮັບປະກັນສະຖຽນລະພາບ
ແລະ ການພັດທະນາ.
ທ່ານ ອັບດູນລາ
ຕາມູຈີ (Abdulla tarmugi) ປະທານໄອປາ ຊີ້ໃຫ້ເຫັນຄວາມສຳຄັນຂອງກົດບັດອາຊຽນ
ແລະບົດບາດຂອງໄອປາໃນການ ສ້າງປະຊາຄົມອາຊຽນບົນພື້ນຖານຄວາມເປັນເອກະສັນເຄົາລົບເຊີ່ງກັນ
ແລະ ກັນ ການປົກຄອງດ້ວຍກົດໝາຍ ປະຊາທິປະໄຕ ແລະ ສິດທິ ມະນຸດ.
ໃນບົດຄຳເຫັນຕ່າງໜ້າຄະນະຜູ້ແທນລາວຕໍ່ກອງປະຊຸມໄອປາຄັ້ງນີ້
ທ່ານ ທອງສິງ ທຳມະວົງ ຕີລາຄາສູງກົດບັດອາຊຽນ ສະພາແຫ່ງຊາດ ລາວ ໄດ້ຕົກລົງໃຫ້ສັດຕະຍາບັນໄປແລ້ວ
ໃນໜື່ງປີຜ່ານມາສະພາແຫ່ງຊາດລາວຍັງໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາການຄ້າເສລີ
ອາຊຽນ-ຈີນ, ອາ ຊຽນ-ເກົາຫຼີ, ອາຊຽນ-ຢີປຸ່ນ ແລະ ອື່ນໆ ຕາມເປົ້າໝາຍການຮ່ວມມືຂອງອາຊຽນກັບບັນດາປະເທດຄູ່ເຈລະຈາທ່ານ
ເນັ້ນໜັກໃຫ້ເຫັນວ່າ ການ ມີສ່ວນຮ່ວມຢ່າງຈິງຈັງຂອງອົງການນິຕິບັນຍັດໃນການສ້າງ
ແລະ ປັບປຸງນິຕິກຳໃຫ້ເປັນລະບົບຄົບຊຸດ ແລະ ສອດຄອ່ງກັບຂະບວນການເຊື່ອມ ອາຊຽນນັ້ນ
ຈະປະກອບສ່ວນຊຸກຍູ້ ຜັນຂະຫຍາຍກົດບັດອາຊຽນໃຫ້ໄປຕາມທິດທາງ
ແລະ ຈຸດປະສົງທັງໄດ້ກຳນົດໄວ້ຢ່າງມີປະສິດທິ ພາບ.
ເພື່ອເຮັດໃຫ້ໄອປາ ກາຍເປັນອົງການທີ່ມີປະສິດທິພາບ
ແລະ ມີສ່ວນຮ່ວກັບອາຊຽນຫຼາຍກວ່າໄລຍະທີ່ຢູ່ພາຍໃຕ້ຊື່ “ໄອໂປ“ ນັ້ນກອງປະຊຸມໄດ້ ຮັບຮອງເອົາການສ້າງຕັ້ງໜ່ວຍປະຕິບັດງານໄອປາ (AIPA
CAUCUS) ພ້ອມທັງປະຕິບັດງານພາຍໃຕ້ແຜນການລວມຂອງກອງເລຂາປະຈຳ ການໄອປາ
ຊຶ່ງມີສຳນັກງານຕັ້ງຢູ່
ຈາກາຕາ .
ກອງປະຊຸມໃຫ່ຍປະຈຳປີຄັ້ງທີ
29 ຂອງໄອປາ ມີຄະນະຜູ້ແທນຈາກບັນດາປະເທດສະມາຊີກເຂົ້າຮ່ວມ 8
ຄະນະ, ຄະນະສັງເກດການພິເສດ ເຂົ້າຮ່ວມ 2 ຄະນະ ແລະ ຄະນະສັງເກດການທົ່ວໄປ
8 ຄະນະ ໂດຍປະຕິບັດຕາມຫຼັກການຮອບວຽນການເປັນປະທານໄອປາ ກອງປະຊຸມ ໄດ້ມອບຮອບວຽນປະທານໄອປາ ໃຫ້ລັດຖະວະພາໄທຊຶ່ງຈະໄດ້ເປັນເຈົ້າພາບຈັດກອງປະຊຸມໄອປາ ຄັ້ງທີ
30 ຂື້ນທີ່ປະເທດໄທແຕ່ວັນທີ 2-8 ສີງຫາ ປີ 2009.
ກອງປະຊຸມໄອປາຄັ້ງທີ
29 ໄດ້ສົ່ງສັນຍານໃຫ້ເຫັນຢ່າງຈະແຈ້ງວ່າ ຜົນສຳເລັດໃນການສ້າງຕັ້ງປະຊາຄົມ ສາມເສົາຄ້ຳຂອງອາຊຽນຈະບັນລຸ ຜົນ ຫຼືບໍ່ນັ້ນ ຂື້ນກັບການມີສ່ວນຮ່ວມຢ່າງຕັ້ງໜ້າ ລະຫວ່າງ
ລັດຖະບານກັບອົງການຕົວແທນປະຊາຊົນ ອົງການນິຕິບັນຍັດຂອງແຕ່ລະປະ ເທດ ກໍຄືການພ້ອມພຽງຮຽງໜ້າ ແລະ ເປັນຈິດໜື່ງໃຈດຽວລະຫ່ວາງອາຊຽນ ແລະ ໄອປາ. |