|
ບົດບາດການເມືອງໃນຍຸກໃໝ່ຂອງໄອປາ (AIPA)
ກອງປະຊຸມໃຫຍ່ປະຈຳປີ 2009 ຂອງສະມັດຊາລັດຖະສະພາ
ລະຫວ່າງຊາດອາຊຽນ ຫຼືໄອປາ (ປ່ຽນຈາກຊື່ ”ໄອໂປ” ໃນເມື່ອກ່ອນ)
ເຊິ່ງສຳ ເລັດລົງໃນທ້າຍອາທິດທີ່ 3 ຂອງເດືອນສິງຫາ ຢູ່ສິງກາໂປນັ້ນ,
ໄດ້ຢັ້ງຢືນໃຫ້ເຫັນຄວາມພະຍາຍາມ ອັນຕັ້ງໜ້າຂອງຜັງແຜນປະຊາຊົນເພື່ອເຮັດ
ໃຫ້ໄອປາກາຍເປັນສະຖາບັນຕົວແທນທີ່ມີຄຸນນະພາບ ແລະ ມີສ່ວນຮ່ວມຫຼາຍກ່ວາເກົ່າໃນຊີວິດການເມືອງ,
ເສດຖະກິດ
ແລະ ສັງຄົມ - ວັດທະ ນະທຳຂອງອາຊຽນ.
ຄວາມພະຍາຍາມດັ່ງກ່າວ ຂອງລັດຖະສະພາປະເທດສະມາຊິກອາຊຽນ
ໄດ້ກາຍເປັນແຮງດັນສູ່ການປັບປຸງແບບແຜນວິທີການເຮັດວຽກກົງຈັກ
ການຈັດຕັ້ງ, ກົດລະບຽບທີ່ຮັດກຸມກ່ວາເກົ່າຕະຫຼອດຮອດການປ່ຽນຊີ່ຈາກ
ໄອໂປ (ອົງການລັດຖະສະພາລະຫວ່າງຊາດອາຊຽນ) ໃນເມື່ອກ່ອນ
ມາເປັນໄອປາ (ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ) ໃນປະຈຸບັນ.
ການປ່ຽນແປງດັ່ງກ່າວໄດ້ສອດຄ່ອງກັບຈັງຫວະການຂະຫຍາຍ ຕົວຂອງອາຊຽນ
ບົນເສັ້ນທາງສ້າງປະຊາຄົມເສົາຄ້ຳ, ດ້ານຄວາມໝັ້ນຄົງເສດຖະກິດ ແລະ
ສັງຄົມ - ວັດທະນະທຳ.
ກອງປະຊຸມໄອປາຄັ້ງທີ 29
ຢູ່ສິງກະໂປ ຖືວ່າແມ່ນການຜັນຂະຫຍາຍກົດບັດອາຊຽນ ຊຶ່ງແມ່ນໜ້າທີ່ການເມືອງອັນສູງສົ່ງຂອງຕົນໃນໄລຍະປັດຈຸ
ບັນ. ດັ່ງນັ້ນຈິ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກທຸກປະເທດໃຫ້ສັດຕະຍາບັນແກ່ກົດບັດອາຊຽນ
ເພື່ອມີຜົນບັງຄັບໃຊ້ພາຍໃນທ້າຍປີນີ້. ພ້ອມດຽວກັນນັ້ນ,
ລັດຖະສະພາສະມາຊິກໄອປາ ທຸກປະເທດກໍມີໜ້າທີ່ສ້າງ ແລະ ປັບປຸງລະບົບນິຕິກຳຂອງຕົນໃຫ້ສອດຄ່ອງກັບເປົ້າໝາຍຢູ່
ລວມກັນຂອງກົດບັດອາຊຽນ ເພື່ອເລັ່ງຈັງຫວະເຊື່ອມໂຍງອາຊຽນໃຫ້ໄວຂື້,
ປັດໃຈສຳຄັນທາງດ້ານການເມືອງທີ່ຂາດບໍ່ໄດ້ພາຍໃຕ້ກົດບັດອາຊຽນ
ນັ້ນ ກໍຄືຕ້ອງເຮັດໃຫ້ລະບົບການເລືອກຕັ້ງເປີດເຜີຍ, ໂປ່ງໃສ,
ເສລີ ແລະ ຍຸຕິທ ຳເຊິ່ງແມ່ນຄວາມຮັບຜິດຊອບໂດຍກົງຂອງລັດຖະສະພາແຕ່
ລະປະເທດສະມາຊິກ. ຢາກຮັບປະກັນໄດ້ຄຸນລັກສະນະຂອງການເລືອກຕັ້ງດັ່ງທີ່ກ່າວມາຂ້າງເທີງນັ້ນ,
ກ່ອນອື່ນຕ້ອງເລີ່ມຈາກປະຊາທິປະໄຕ ໃນຂອບລັດຖະສະພາເອງ ຄືການເປີດໂອກາດໃຫ້ເພດຍິງມີສ່ວນຮ່ວມ
ຍຸຕິທຳທາງດ້ານການເມືອງ, ມີບົດບາດເທົ່າທຽມກັບເພດຊາຍ ໃນລັດ
ຖະສະພາ. ນີ້ຄືໜ້າທີ່ການເມືອງທີ່ສະມາຊິກໄອປາຕ້ອງເຮັດໃຫ້ສຳເລັດ
ໃນຂອບເວລາທີ່ເປົ້າໝາຍສະຫັດສະວັດ (MDG) ໄດ້ກຳນົດໄວ້.
ກອງປະຊຸມໃຫຍ່ປະຈຳປີຂອງໄອປາ
ສະໜັບສະໜູນອາຊຽນໃນການສ້າງຕັ້ງ ອົງກອນເຮັດໜ້າທີ່ສົ່ງເສີມ
ແລະ ປົກປ້ອງສິດທິມະນຸດສະເພາະຂື້ນ ໃນອະນາຄົດ.
ໂດຍ:
ລາວພັດທະນາ |