|
ຜົນສຳເລັດກອງປະຊຸມ
ໄອປາຄັ້ງທີ່ 29
(ຂປລ) ໃນຕອນບ່າຍ
ວັນທີ 24 ສີງຫາ 2008 ນີ້, ທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ
ພ້ອມດ້ອຍຄະນະໄດ້ເດີ່ນທາງກັບ ຄືນປະເທດພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃຫ່ຍປະຈຳປີຄັ້ງທີ
29 ຂອງສະມັດຊາລັດຖະສະພາລະຫ່ວາງຊາດອາຊຽນ ຫຼື ໄອປາ(AIPA-ASEAN
INTER-PARLIA-MENTARY ASSEMBLY) ຊື່ງຈັດກອງປະຊຸມໂດຍຮຽກຮ້ອງໃຫ້ສະມາຊິກລັດຖະສະພາພາຍໃນອາ
ຊຽນເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຄະນະຜູ້ແທນຈາກ 8 ປະເທດສະມາຊິກ,
ຄະນະຜູ້ແທນສັງເກດການພິເສດ ແລະ ຄະນະຜູ້ແທນສັງເກດ ການທົ່ວໄປ
8 ຄະນະຈາກບັນດາປະເທດ ແລະອົງການຈັດຕັ້ງທີ່ເປັນຄູ່ເຈລະຈາຂອງອາຊຽນ.
ກອງປະຊຸມຄັງນີ້ແມ່ນເທື່ອທີ 2 ພາຍຫຼັງອົງ ການລັດຖະສະພາລະຫວ່າງຊາດອາຊຽນ
ຫຼື ໄອປາໄດ້ປ່ຽນຊື່ມາເປັນສະມັດຊາລັດຖະສະພາລະຫ່ວາງຊາດອາຊຽນ-ໄອປາ.
ທ່ານ ລີຊຽນລຸງ
(Lee hsien loong) ນາຍົກລັດຖະມົນຕີສິງກາໂປໄດ້ໃຫ້ກຽດກ່າວສູນທອນພົດ
ເປີດກອງປະຊຸມຢ່າງເປັນທາງການໂດຍເນັ້ນ ໃຫ້ເຫັນຄວາມສຳຄັນຕໍ່ຄວາມພະຍາຍາມໃນການເຊື່ອມໂຍງອາຊຽນໂດຍຜ່ານການເຄື່ອນໄຫວຮ່ວມກັນ,
ກໍຄືການພົວພັນລະຫວ່າງປະຊາຊົນກັບ ປະຊາຊົນ. ທ່ານກ່າວວ່າສະມາຊິກລັດຖະສະພາເຮັດໜ້າທີ່ເປັນຂົວຕໍ່ລະຫ່ວາງປະຊາຊົນໃນປະເທດຕ່າງໆທີ່ເປັນສະມາຊິກອາຊຽນ
”ຢາກເຮັດ ໄດ້ຄືແນວນັ້ນຕ້ອງຮັດແໜ້ນການພົວພັນເປັນສ່ວນບຸກຄົນນຳກັນ
ແລະເສີມຄວາມເຂົ້າອົກເຂົ້າໃຈຢ່າງເລີກເຊິ່ງລະຫ່ວາງສະມາຊິກລັດຖະສະພາ
ດ້ວຍກັນ”.
ທ່ານ ອັບດູນລາ
ຕາມູຈີ (Abdulla tarmugi) ປະທານໄອປາ ທັງເປັນປະທານລັດຖະສະພາສິງກາໂປໄດ້ກ່າວຄຳປາໄສຕ້ອນຮັບຄະນະຜູ້
ແທນກອງປະຊຸມໂດຍໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາ ພາຍໃນອາຊຽນ
ເຮັດໜ້າທີ່ເປັນກະບອກສຽງລະຫ່ວາງປະຊາຊົນກັບລັດຖະບານ. ພັນທະສຳຄັນອັນຮີບດ່ວນໃນປັດຈຸບັນຂອງສະມາຊິກລັດຖະສະພາກໍຄືການຊຸກຍູ້ຂະບວນການໃຫ້ສັດຕະຍາບັນແກ່ກົດບັດອາຊຽນ
ໂດຍລັດຖະ ສະພາບັນດາປະເທດສະມາຊິກທັງໝົດ.
ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບບັນຫາການເມືອງ
2 ສະບັບ, ບັນຫາສັງຄົມ 8 ສະບັບ, ກ່ຽວກັບບັນຫາເສດຖະກິດ 4 ສະບັບ. ນອກ ຈາກນັ້ນຍັງມີມະຕິສະເພາະທີ່ກອງປະຊຸມ
ສສຊ ເພດຍີງ ຂອງ ໄອປາ ໄດ້ຮັບຮອງເອົາກໍຄື ບັນດາເອກະສານສຳຄັນຂອງປະຊຸມ
ກ່ຽວກັບວຽກ ງານການຈັດຕັ້ງຂອງໄອປາ. ຄະນະຜູ້ແທນລາວ ຮ່ວມກັບຄະນະຜູ້ແທນບັນດາປະເທດສະມາຊິກອາຊຽນໄດ້ພົບປະເຈລະຈາກັບຄະນະຜູ້ແທນ ສັງເກດການຂອງໄອປາ.
ກອງປະຊຸມໄດ້ມອບຜຽນເປັນປະທານ
ແລະ ເປັນເຈົ້າພາບກອງປະຊຸມໃຫ່ຍຂອງໄອປາຄັ້ງທີ 30 ໃຫ້ລັດຖະສະພາແຫ່ງ
ລາຊະອານາຈັກໄທ ຕາມກົດລະບຽບຂອງໄອປາ. |