|
ທ່ານ ທອງສິງ ທຳມະວົງ
ມີຄຳເຫັນຕໍ່ກອງປະຊຸມໄອປາ ຄັ້ງທີ
29.
(ປຊຊ) ກອງປະຊຸມໃຫ່ຍປະຈຳປີຂອງສະມັດຊາ
ລັດຖະສະພາລະຫ່ວາງຊາດອາຊຽນ ຫຼື ໄອປາ (AIPA) (ASEAN INTER-PARLIA MENTARY
ASSEMBLY) ຄັ້ງທີ 29 ເຊີ່ງມີຄະນະຜູ້ແທນ ຈາກບັນດາປະເທດສະມາຊີກສົມບູນ,
ສະມາຊີກສັງເກດການພິເສດ ແລະ ຄະ ນະສັງ ເກດການທີ່ ໄປລວມ 18
ຄະນະໄດ້ປິດສາກການເຄື່ອນໄຫວຂອງຕົນລົງວັນທີ 22 ສີງຫາທີ່ສີງກາໂປ ພາຍຫຼັງ
ດຳເນີນມາເປັນເວລາ 4 ວັນ(19-22/08/2008)
ທ່ານ
ລີຊຽນລຸງ ນາຍົກລັດຖະມົນຕີສິງກາໂປໄດ້ຮັບກຽດເປີດກອງປະຊຸມຢ່າງເປັນທາງການ
ຢູ່ທີ່ໂຮງແຮມຊັງກຣີລາ ໂດຍເນັ້ນໃຫ້ເຫັນບົດ ບາດ ແລະ
ພັນທະພາບທີ່ແຍກອອກຈາກກັນບໍ່ໄດ້ ລະຫວ່າງ ອາຊຽນກັບໄອປາ ທ່ານເນັ້ນໃຫ້ເຫັນຄວາມສຳຄັນຂອງກຳລັງແຮງສະໜັບສະ ໜູນພາຍໃນອາຊຽນເອງຕໍ່ຂະບວນການເຊື່ອມໂຍງ. ການສະໜັບສະໜູນພາຍໃນທີ່ວ່ານັ້ນແມ່ນມາຈາກປະຊາຊົນ.
ບັນດາຜູ້ໃຫ້ກຳເນີດໄອປາ ເມື່ອ 30
ກວ່າປີຜ່ານມາໄດ້ວາງເປົ້າໝາຍສ້າງສະມາຄົມອາຊຽນທີ່ເຊື່ອມໂຍງໃນອານາຄົດ.
ໃນປັດຈຸບັນເປົ້າໝາຍດັ່ງກ່າວຍັງມີຊີວິດຊີວາຢູ່ ເໝືອນເດີມ. ຍ້ອນແນວນັ້ນສະມາຊີກລັດຖະສະພາຈື່ງມີບົດບາດເຮັດໜ້າທີ່ເປັນຂົວຕໍ່ລະຫ່ວາງປະຊາຊົນປະເທດຕ່າງໆໃນອາຊຽນດ້ວຍກັນ
ທ່ານ ທອງສິງ ທຳມະວົງ
ປະທານສະພາແຫ່ງຊາລາວ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມໄອປາຄັ້ງນີ້ ໂດຍທ່ານໄດ້ເນັ້ນໜັກເຖີງຄວາມຈຳເປັນໃນ ການປັບປຸງຄຸນນະພາບ ແບບແຜນວິທີເຮັດວຽກ
ແລະ ບົດບາດການເຊື່ອມໂຍງຂອງໄອປາ, ທັງນີ້ກໍ່ເພຶ່ອຍົກສູງຄວາມຮັບຜິດຊອບໃນການ ຜັນຂະຫຍາຍບົດບາດອາຊຽນ.
ທ່ານຊີ້ໃຫ້ເຫັນຕື່ມອີກວ່າ ການຈັດລະບົບປະສານງານທີ່ດີລະຫ່ວາງຖະສະພາກັບລັດຖະບານ, ລະຫ່ວາງ ກອງເລຂາອາຊຽນກັບກອງເລຂາໄອປາ, ລະຫ່ວາງປະທານໄອປາກັບປະທານອາຊຽນ ມີຄວາມສຳຄັນຕໍ່ການຂະຫຍາຍບົດບາດອາຊຽນ.
ທ່ານ ອັບດູນລາ ຕາມູຈີ
ປະທ່ານໄອປາ, ທັງເປັນປະທານລັດຖະສະພາສິງກາໂປຍົກໃຫ້ເຫັນວ່າສະມາຊີກລັດຖະສະພາຍາມໃດຍກໍ່ຕິດແທດ ກັບຮາກຖານປະຊາຊົນ ດັ່ງນັ້ນຈີ່ງມີໜ້າທີ່ເຮັດບົດບາດເປັນສື່ກາງໃນການປະສານງານກັບລັດຖະບານ
ແລະ ກັບປະຊາຊົນເພື່ອສ້າງອາຊຽນ ໃຫ້ກາຍເປັນປະຊາຄົມທີ່ເອົາຄົນເປັນໃຈກາງ.
ກອງປະຊຸມໄອປາຄັ້ງນີ້ໄດ້ຮັບຮອງເອົາມະຕິຫຼາຍສະບັບກ່ຽວກັບບົດບາດຂອງລັດຖະສະພາໃນການຊຸກຍູ້ຜັນຂະຫຍາຍກົດບັດອາຊຽນ,
ການຫຼຸດ ຜ່ອນຄວາມທຸກຍາກ, ບັນຫາເຊື່ອມໂຍງດ້ານເສດຖະກິດ, ພະລັງງານ, ສະພາບໂລກຮ້ອນທີ່ເປັນຜົນມາຈາກການທຳລາຍສີ່ງແວດ,
ການປົກ ປັກຮັກສາ ແລະ ສົ່ງເສີມເອກະລັກຂອງອາຊຽນ, ຄວາມສະໝານສາມັກຄີລະຫ່ວາງເຊື້ອຊາດ
ແລະສາສະໜາ ແລະ ບັນຫາການຄ້ຳປະກັນ ດ້ານສະບຽງອາຫານ, ບົດບາດຂອງແມ່ຍິງໃນເວທີການເມືອງກໍຄືການຕັດສີນບັນຫາສຳຄັນຕ່າງໆ ໃນນັ້ນລວມທັງການເສີມສ້າງຄວາມອາດສາ ມາດຂອງ
ສສຊ ເພດຍິງໃນຂະບວນການສ້າງກົດໝາຍ.
ສຳລັບວຽກງານການຈັດຕັ້ງພາຍໃນຂອງໄອປາ,
ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບການບຳລຸງສ້າງພະນັກງານວິຊາການໃນຂົງເຂດລັດ ຖະສະພາ,
ການຈັດຕັ້ງສຳມະນາທີ່ລົງເລິກຂະບວນການສ້າງກົດໝາຍ ແລະ ອື່ນໆ.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຊຶ່ງສັງລວມເອົາບັນຫາພົ້ນເດັ່ນຊິ່ງກອງປະຊຸມໄດ້ປຶກສາຫາລື ແລະ ຕົກຮ່ວມກັນເປັນກອງປະຊຸມ ສະພາແຫ່ງຊາດລາວເລີ່ມຫັດແໜ້ນກນພົວພັນຮ່ວມມືກັບໄອປາ (ໄອໂປໃນເມື່ອກ່ອນ) ນັບແຕ່ປີ 1992 ເປັນຕັ້ນມາ ແລະ
ໄດ້ເຂົ້າເປັນສະມາ ຊິກສົມບູນຂອງໄອປາໃນປີ 1997. ລັດຖະສະພາໄທໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃຫ່ຍປະຈຳປີຂອງ
ໄອປາຄັ້ງທີ່ 30 ທີ່ປະເທດໄທ ໃນປີ 2009.
|