ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ຫ້ອງວ່າການສະພາແຫ່ງຊາດຕີລາຄາການເຄື່ອນໄຫວວຽກງານປະຈຳປີ

ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ການຈັດ​ຕັ້ງ​ເຄື່ອນ​ໄຫວ ​ວຽກ​ງານ​ປະຈຳ​ປີ 2012 ​ແລະ ກຳນົດ​ທິດ​ທາງ​ວຽກ​ງານ​ປະ​ຈຳປີ 2013 ຂຶ້ນ​ລະຫວ່າງ ​ວັນ​ທີ 14-16 ມີນາ 2013 ຢູ່​ທີ່​ທ່າ​ລາດ​ແຂວງ​ວຽງ​ຈັນ ​ເພື່ອ​ແລກປ່ຽນ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ ​ລະຫວ່າງ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ ​ກັບ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​

ອ່ານເພິ່ມເຕິມ...
 

ຍົກລະດັບໃນການຕິດຕາມກວດກາ ໃຫ້ສະມາຊິກສະພາແຫ່ງຊາດ

ລະຫວ່າງ​ວັນ​ທີ 11-15 ມີນາ 2013 ນີ້, ສະພາ​ແຫ່ງ​ຊາດ ​ໄດ້​ເປີດ​ຊຸດ​ເຝິກ​ອົມ​ຮົມ ກ່ຽວ​ກັບ​ວຽກ​ງານ​ຕິດຕາ​ມ​ກວດກ​າ ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ເຊິ່ງ​ແມ່ນ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ຍົກ​ລະດັບ​ອັນ​ຈຳ​ເປັນ​ດ້ານ​ຕ່າງໆ​ຂອງ​ຜູ້​ແທນ ​ແລະ​ພະນັກງານ​ຊ່ວຍ​ວຽກ​ໃຫ້​ພຽບພ້ອມ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ

ອ່ານເພິ່ມເຕິມ...
 

ສະຫະພັນແມ່ຍິງສະພາແຫ່ງຊາດ ເຂົ້າອວຍພອນປະທານສະພາ

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ 2013 ທີ່ໝູນວຽນມາຄົບຮອບ 103 ປີ ທາງຄະນະສະຫະພັນແມ່ຍິງສະພາ ແຫ່ງຊາດ ເຊິ່ງນຳໂດຍທ່ານນາງ ສວນສະຫວັນ ວິຍະເກດ ຄະນະພັກ ສະພາ ແຫ່ງຊາດຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ປະທານສະຫະພັນແມ່ຍິງ ສະພາແຫ່ງຊາດຮອງ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງພ້ອມ ດ້ວຍຄະນະ

ອ່ານເພິ່ມເຕິມ...
 

ປະດັບຫລຽນກາມິດຕະພາບໃຫ້ຜູ້ປະກອບສ່ວນ ໃນວຽກງານຂອງສະພາແຫ່ງຊາດລາວ

​ໃນ​ວັນ​ທີ 1 ມີນາ 2013 ທີ່​ຫໍ​ສະພາ​ແຫ່ງ​ຊາດ ທ່ານ ສົມ​ພັນ ​ແພງ​ຄຳ​ມີ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫກຽດ​ຕ້ອນຮັບ ​ແລະປະດັບ​ຫລຽນ​ກາ​ມິດຕະພາບ​ ​ໃຫ້​ແກ່​ທ່ານ ສຈ.ດຣ ກິມ ກວານ​ຊາງ, ປະ​ທານ​ຄະນະ​ບໍລິຫານ​ງານ ສູນ​ກາງ​ໂທລະພາບ​ລັດຖະບານ ​ແຫ່ງ ສ. ​ເກົ​າຫລີ ​ແລະທ່ານ ນາງ ສຈ.ດຣ. ຢູຮຽນ​ສຸກ, ປະທານ​ສີ​ລະ​ປິນມວນ​ຊົນ ​ແຫ່ງ ສ.​ເກົາຫລີ.

ອ່ານເພິ່ມເຕິມ...
 

ທ່ານປະທານສະພາແຫ່ງຊາດ ຕ້ອນຮັບລັດຖະມົນຕີຕ່າງປະເທດເຊີເບຍ

ທ່ານນາງ ປານີ ຢ່າ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ອີ​ວານ ​ເມິ​ກິກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ​ເຊີ​ເບຍ ​ພ້ອມ​ດ້ວຍ​ຄະນະ​ ໃນ​ວັນ​ທີ 25 ກຸມພາ 2013 ນີ້ ຢູ່​ທີ່​ຫໍສະພາ​ແຫ່ງ​ຊາດ, ​​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 22-25 ກຸມພາ 2013,

ອ່ານເພິ່ມເຕິມ...
 

ຄະນະປະຈຳສະພາແຫ່ງຊາດພິຈາລະນາບັນຫາສຳຄັນປະຈຳເດືອນ ກຸມພາ 2013

ກອງ​ປະຊຸມ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ປະ​ຈຳ​ເດືອນ ກຸມ​ພາ 2013 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກຸ​ມພາ 2013 ຢູ່​ທີ່​ຫ້ອງ​ປະຊຸມ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ພາຍ​ໃຕ້​ ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢ່າ​ທໍ່​ຕູ້, ປະທານ​ສະພາ​ແຫ່​ງຊາດ, ບັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ປະທານ​ກຳ​ມະ​ທິການ​ຕ່າງ​ໆເຂົ້າ​ຮ່ວມ.ກອງ​ປະຊຸມ​ໄດ້​ຮັບ​ຟັງ ​ແລະ ພິຈາລະນາ​ບັນຫາ​ສຳຄັນ​ຕ່າງໆ​​ເປັນຕົ້ນ​ແມ່ນ​ບົດ​ລາຍ​ງານ​ໂດຍ​ສັງ​ເຂ​ບ ສະພາບ​ການຈັດຕັ້ງ ປະຕິບັດ​ວຽກ​ງານ​ຂອງ​ຫ້ອງ​ວ່າການສະພາ​ແຫ່ງ​ຊາດ​ໃນ 1 ປິ​ ຜ່ານມາ

ອ່ານເພິ່ມເຕິມ...
 

ຄະນະຊາວໜຸ່ມສະພາແຫ່ງຊາດຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາ

ຄະນະ​ຊາວ​ໜຸ່ມປະຊາຊົນ​ ປະຕິວັດ​ລາວ​ ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ III ​​ເພື່ອ​ສະຫລຸດ​ຕີ​ລາ​ຄືນ ການຈັດຕັ້ງປະຕິບັດ​ວຽກ​ງານ​ຜ່ານ​ມາ​ ແລະ ວາງ ​ທິດ​ທາງ​​ໃນການຈັດຕັ້ງປະຕິບັດ​ວຽກ​ງານ​ໃນຕໍ່ໜ້າ, ໃນ​ວັນ​ທີ 15 ກຸມພາ 2013 ຢູ່​ທີ່​ສະພາ​ແຫ່ງ​ຊາດ​ ໂດຍ​ມີ​ທ່ານ ສຈ ດາວ​ວອນ ຫວ່າງ​ວິຈິດ, ຄະນະ​ພັກ, ກຳມະການ​ຄະນະ​ປະ​ຈໍາ, ປະທານ​ກຳ​ມາທິການ​ກົດໝາຍ ສະພາ

ອ່ານເພິ່ມເຕິມ...
 

ອົງການ ສປຊ ສະໜັບສະໜູນວຽກງານປະຊາກອນ ແລະ ການພັດທະນາຢູ່ລາວ

ໃນຕອນເຊົ້າຂອງວັນທີ 8 ກຸມພານີ້ທີ່ສະພາແຫ່ງຊາດໄດ້ມີພິທີເຊັນບົດ ບັນທຶກຄວາມ ຊົງຈຳກ່ຽວກັບການ ສະຫນັບສະຫນູນວຽກງານປະຊາກອນ ແລະ ການພັດ ທະນາຂອງສະພາແຫ່ງຊາດ ສຳລັບປີ 2013 ແລະ 2014, ລະຫວ່າງທ່ານ ວິເສດ ສະແຫວງສຶກສາ ຮອງຫົວຫນ້າຫ້ອງວ່າການສະພາ ແຫ່ງຊາດ ແລະ ທ່ານນາງ ດຣ. ອິສເຕີ ມຸຍ ຜູ້ຕາງຫນ້າອົງການ ສະຫະປະຊາຊາດ

ອ່ານເພິ່ມເຕິມ...
 
Page 4 of 54


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: