ຕອບສະຫນອງຕາມຄຳເຊີນຂອງທ່ານ ສົມສັກ ກຽດສຸຣະນົນ, ປະທານລັດຖະ ສະພາ, ປະທານສະພາຜູ້ແທນລາດຊະດອນ ແຫ່ງລາຊະ ອານາຈັກ ໄທ ໃນລະ ຫວ່າງວັນທີ 8 - 10 ເມສາ 2013, ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະຈະເດີນທາງໄປຢ້ຽມຢາມ ສັນຖະວະໄມຕີຢ່າງເປັນທາງ ການທີ່ລາຊະອານາຈັກໄທ ເພື່ອເສີມຂະຫຍາຍ









ໃນວັນທີ 2 ເມສາ 2013 ທີ່ສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ອາເລັກ ຊານເດີ ວິຣິດ ກົງສູນກິດຕິມະສັກລາວ ປະຈຳເມືອງວະລາດີວົກສະຕົກ ສ.ຣັດເຊຍ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມກອງປະຊຸມຄະນະຮ່ວມມືສອງ ຝ່າຍ ລາວ-ຣັດເຊຍ ໃນລະຫວ່າງວັນທີ 31 ມີນາ-9 ເມສາ 2013 ທີ່ນະຄອນຫຼວງວຽງຈັນ. ໃນໂອກາດນີ້
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ໂຮນວນ ປະທານກຳມາທິການສາທາລະນະສຸກ ສະຫວັດດີການສັງຄົມ-ນັກຮົບເກົ່າ ຟື້ນຟູຊາວໜຸ່ມແຮງງານບຳລຸງຊີບ ແລະ ວຽກງານແມ່ຍິງ (ກຳມາທິການທີ 8) ຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນວັນທີ 30 ມີນາ 2013 ທີ່ສະພາແຫ່ງຊາດ
ວັນທີ 28 ມີນານີ້, ທີ່ ຫ້ອງຮັບແຂກສະພາແຫ່ງ ຊາດ, ສະຫາຍນາງ ປານີ ຢາ ທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະ ຜູ້ແທນ ຂັ້ນສູງສະພາແຫ່ງ ຊາດແຫ່ງ ສ.ສ ຫວຽດນາມ ເຊິ່ງນຳໂດຍສະຫາຍນາງ ຕ໋ອງ ທິຟ໋ອງ ຮອງປະທານສະພາ ແຫ່ງຊາດຫວຽດ ນາມເນື່ອງໃນໂອກາດ ທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໃນລະຫວ່າງ ວັນທີ 27-31 ມີນາ 2013 ນີ້.
ທ່ານ ນາງ ຕ໋ອງ ທິ ຟອງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຢ້ຽມຢາມ ແລະ ພົບປະກັບຄະນະນຳນະຄອນຫລວງວຽງຈັນ ນຳໂດຍ ທ່ານ ສົມວັນດີ ນາຖະວົງ ຮອງເລ ຂາຄະນະພັກ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃນວັນທີ 27 ມີນາ 2013
ກອງປະຊຸມພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນ ກຳມາທິການວັດທະ ນະທຳ-ສັງຄົມ ນຳໂດຍທ່ານ ສຈ.ດຣ. ພອນເທບ ພົນເສນາ ກຳມະການຄະນະປະຈຳ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຄະນະຜູ້ແທນຄະນະກຳມາທິການ ສາທາລະນະສຸກ ສະຫວັດດີການ-ສັງຄົມ ນັກຮົບເກົ່າ ຟື້ນຟູຊາວໜຸ່ມ ແຮງງານ ບຳລຸງຊີບ ແລະ ວຽກງານແມ່ຍິງສະພາ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເລງ ເປັງ ລອງ ເລຂາ ທິການໃຫຍ່ສະພາແຫ່ງຊາດ ແຫ່ງລາຊະອານາຈັກ ກຳປູເຈຍ ໃນວັນທີ 18 ມີນາ 2013 ຄະນະຜູ້ແທນຫ້ອງວ່າການ ສະພາແຫ່ງຊ າດລາວນຳໂດຍ ທ່ານ ດຣ. ອຸນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດລາວ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະເຮັດວຽກທີ່ປະເທດ ກຳປູເຈຍ ໂດຍທ່ານ ເລງເປັງລອງ ໄດ້ອອກຕ້ອນຮັບຄະ ນະຜູ້ແທນຫ້ອງ ວ່າການສະ ພາແຫ່ງຊາດ ລາວທີ່ສະໜາມບິນພະນົມເປັນ.




