ມື້ທີສອງຂອງການດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VII, ວັນທີ 16 ມິຖຸນາ 2011 ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ ບັນດາກຳມາ ທິການ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ລວມມີ ປະທານກຳມາທິການ ເສດຖະກິດ-ແຜນການ ແລະ ການເງິນ, ປະທານກຳມາທິການວັດທະນະທຳ-ສັງຄົມ,
ໄດ້ພ້ອມກັນປະກອບຄຳຄິດເຫັນ ໃສ່ບົດລາຍງານ ກ່ຽວກັບ ການຈັດຕັ້ງ ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI (2006- 2010), ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2010-2011 ແລະ ທິດທາງ ແຜນການໃນຕໍ່ໜ້າ .
ໃນການປະກອບຄຳເຫັນ ທ່ານນາງ ດຣ. ສຸວັນເພັງ ບຸບຜານຸວົງ, ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ-ແຜນການ ແລະ ການເງິນ ໄດ້ຍົກໃຫ້ເຫັນບົດບາດຂອງສະພາແຫ່ງຊາດໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VI ຂອງລັດຖະບານ ໃນໄລຍະຜ່ານມາ ຊຶ່ງສັງເກດເຫັນວ່າ ເສກຖະກິດສືບຕໍ່ຂະຫຍາຍຕົວໃນລະດັບສູງ, ສາມາດຄຸ້ມຄອງການດຸ່ນ ດ່ຽງດ້ານເສດຖະກິດມະຫາພາກ ແລະ ມີຜົນສຳ ເລັດຫລາຍປະການ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ບັນດາໂຄງການພັດທະນາທີ່ສຳຄັນຫລາຍໂຄງການໄດ້ສຳເລັດ ແລະ ນຳໃຊ້ຢ່າງມີປະສິດ ທິຜົນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ປະຊາຊົນມີຊີວິດການເປັນຢູ່ທີ່ມີຄຸນນະພາບສູງຂຶ້ນ. ແຕ່ໄປພ້ອມກັບຜົນສຳເລັດດັ່ງກ່າວ ເຫັນວ່າມີບັນຫາຈຳ ນວນໜຶ່ງ ທີ່ລັດຖະບານຄວນສືບຕໍ່ເອົາໃຈໃສ່ວິເຄາະ, ວິໄຈ ແລະ ຖອດຖອນບົດຮຽນ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງ VII ເປັນຕົ້ນ: ການຈັດຕ້ັງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຍັງຊັກຊ້າ, ໂຄງການຈຳນວນ ໜຶ່ງໃນຂົງເຂດນີ້ ຍັງບໍ່ທັນມີທຶນຮອນຕອບສະໜອງ; ນະໂຍບາຍສົ່ງເສີມ-ຄຸຸ້ມຄອງທຸລະກິດ ແລະ ກົນໄກການປະສານງານ ລະຫວ່າງ ຂະແໜງການ ແລະ ທ້ອງ ຖິ່ນ ຍັງຂາດຄວາມເປັນເອກະພາບໃນຫລາຍບັນຫາ ໂດຍສະເພາະແມ່ນ ການປະສານງານການຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ, ການບໍລິ ການລົງທຶນຜ່ານປະຕູດຽວ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ, ການປົກປ້ອງຜົນກະທົບດ້ານສະພາບແວດລ້ອມ ແລະ ໂຄງການປະ ຕິບັດການລົງທຶນຕ່າງໆ. ນອກຈາກນີ້ການປະຕິບັດລະບຽບການເງິນ, ງົບປະມານຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ໜີ້ສິນຂອງລັດຍັງຢູ່ໃນລະດັບສູງ. ສຳລັບ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ກຳມາທິການເສດຖະກິດ-ແຜນການ ແລະ ການເງິນ ເຫັນວ່າ ມີເນື້ອໃນກວມເອົາທັດສະນະພື້ນຖານແນວທາງ ນະໂຍບາຍຂອງພັກ ໂດຍສະເພາະແມ່ນເນື້ອໃນຈິດໃຈ 4 ບຸກທະລຸ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ການວາງຄາດໝາຍບຸກທະລຸ ມີຄວາມເປັນ ເອກະພາບສູງ, ມີການກຳນົດຄາດໝາຍສູ້ຊົນ ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນຢ່າງຈະແຈ້ງ ແລະ ຈະກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການ ນໍາເອົາປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.
ສ່ວນການປະກອບຄຳເຫັນ ຂອງກຳມາທິການວັດທະນະທຳ-ສັງຄົມ, ທ່ານ ດຣ. ພອນເທບ ພົນເສນາ ປະທານກຳມາທິການດັ່ງກ່າວ ໄດ້ຊີ້ໃຫ້ເຫັນເຖິງຄວາມ ເອົາໃຈໃສ່ ຂອງລັດຖະບານໃນການຈັດຕັ້ງປະຕິບັດມະຕິ VIII ຂອງພັກ, ລະບຽບກົດໝາຍຂອງລັດ, ການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດ ດ້ານການພັດ ທະນາ, ສ້າງຄວາມກົມກຽວ ລະຫວ່າງ ການພັດທະນາດ້ານເສດຖະກິດ ໄປຄຽງຄູ່ກັບການພັດທະນາໃນຂົງເຂດວັດທະນະທຳ-ສັງຄົມ, ໄດ້ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນລຳດັບ, ການລົງທຶນຂອງລັດໃນຂົງເຂດວັດທະນະທຳ-ສັງຄົມ ໄດ້ເພີ່ມຂຶ້ນໃນແຕ່ລະປີ ຈຶ່ງເຮັດໃຫ້ວຽກງານ ໃນຂະແໜງນີ້ບັນລຸຜົນສຳເລັດຫລາຍດ້ານ. ເພື່ອບັນລຸເປົ້າໝາຍ ຂອງແຜນພັດທະນາເສກຖະກິດ-ສັງຄົມ 5 ປີຄັ້ງທີ VII ກຳມາທິການວັດທະນະທຳ-ສັງຄົມ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບາງບັນຫາ ເປັນຕົ້ນ: ຕ້ອງເອົາໃຈໃສ່ພັດທະນາວຽກງານການສຶກສາ, ຊັບພະຍາກອນມະນຸດ ແລະ ຄວາມສະເໝີພາບລະຫວ່າງ ຍິງຊາຍ, ພັດທະນາດ້ານສາທາລະນະສຸກ, ດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ໄປພ້ອມກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ . ພາຍ ຫລັງທີ່ ທ່ານປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ແລະ ໃຫ້ທິດຊີ້ນຳແລ້ວ ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນໃຊ້ສິດການເປັນ ຕົວແທນ ຂອງ ປະຊາຊົນບັນດາເຜົ່າ ປະກອບຄຳເຫັນ ໃສ່ບັນ ຫາດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ ແລະ ມີລັກສະນະສ້າງສັນ ທຸກບັນຫາ ທີ່ບັນດາກຳມາ ທິການຕ່າງໆ ແລະ ສະມາຊິກສະພາແຫ່ງຊາດປະກອບຄຳເຫັນໃສ່ນັ້ນ ເພື່ອແນໃສ່ໃຫ້ລັດຖະບານ ນຳໄປຄ້ົນຄວ້າ, ວິເຄາະ, ວິໄຈ ແລະ ແກ້ໄຂຢ່າງຈິງຈັງ ເພື່ອ ເປັນບົດຮຽນພື້ນຖານ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ໃຫ້ປະກົດຜົນສຳເລັດຕາມລະ ດັບຄາດໝາຍທີ່ວາງໄວ ເພື່ອປະກອບ ສ່ວນໃນການພັດທະນາປະເທດຊາດ ໃຫ້ກ້າວໄປສູ່ຄວາມມັ້ງຄັ້ງເຂັ້ມແຂງ, ປະຊາຊົນມີຄວາມສົມບູນພູນສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ. /.
| < ຖອຍຫຼັງ | ຕໍ່ໄປ > |
|---|
















