*(ຂປລ) ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2011 ທ່ານນາງ ປານີ ຢາທໍ່ຕູ້ ,ກຳມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຂອງຄະນະປະຈຳພັກ ແຂວງກຳມະການພັກແຂວງ, ບັນ ດາຫົວໜ້າພະແນກການຕ່າງໆ.
ທ່ານປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນຄັ້ງນີ້ ກໍເພື່ອສຳຫລວດກວດກາ ຜົນເສຍຫາຍຈາກໄພນ້ຳຖ້ວມ ຈາກພະຍຸຮາຍມາ ໃນທ້ານເດືອນ ມີຖຸນາ ຜ່ານມາ ເຊິ່ງທ່ານຄຳສຸກທໍ່ ຮອງເລຂາພັກ ປະທານແນວລາວສ້າງຊາດແຂວງ ທັງເປັນຫົວໜ້າ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ໄດ້ລາຍງານຜົນເສຍຈາກ ໄພນ້ຳຖ້ວມ ຢູ່ແຂວງໄຊຍະບູລີໃຫ້ທ່ານປະ ທານສະພາຮັບຊາບວ່າ:ຕາມການສຳຫລວດຜົນເສຍຫາຍ ຈາກໄພນ້ຳຖ້ວມມາເຖິງປະຈຸບັນ ໄດ້ເພີ່ມຂື້ນຈາກ 98ຕື້ 917 ລ້ານກວ່າກີບ ຂື້ນມາເປັນ 112 ຕື້ກີບໃນນີ້ຜົນເສຍຫາຍດ້ານກະສິກຳ 13ຕື້ 800 ລ້ານກີບ, ໂຄງລ່າງພື້ນຖານ 95 ຕື້ 425 ລ້ານກວ່າກີບ, ຊີວິດ-ຊັບສິນເຄື່ອງໃຊ້ໃນເຮືອນຄົວ 2 ຕື້ກີບ 666 ລ້ານກວ່າກີບ, ມີ 58 ບ້ານ 2.298 ຄອບຄົວ ພົນລະເມືອງທັງໜົດ 11.437 ຄົນ ແລະ ເສຍຊີວິດສອງຄົນ. ພ້ອມກັນນີ້ທ່ານ ຮອງເລຂາພັກກໍໄດ້ ຂໍການສະໜັບສະໜູນແນວພັນເຂົ້າ, ແນວພັນພຶດ,ສັດ ແລະຂໍແຫລ່ງທຶນ ເພື່ອຊື້ເຂົ້າ ຊ່ວຍເຫຼືອໃຫ້ຜູ້ຂາດເຂີນ ,ຊ່ວຍສະໜອງຢາປົວພະຍາດ, ອຸປະກອນການແພດ, ນ້ຳດື່ມເຄື່ອງໃຊ້ສວຍ ເຄື່ອງຈັກສູບນ້ຳ ແລະ ອື່ນໆ .
ໂອກາດດັ່ງກ່າວທ່ານປະທານສະພາແຫ່ງຊາດໄດ້ໂອ້ລົມແລະ ໃຫ້ທິດທາງໃນການ ແກ້ໄຂຜົນກະທບຈາກໄພນ້ຳຖ້ວມວ່າ: ໃຫ້ຄະນະນຳຂອງແຂວງ ຈັດຕັ້ງ ປຸກລະດົມ ກຳລັງແຮງຈາກພະນັກງານ, ທະຫານ-ຕຳຫລວດ ແລະ ປະຊາຊົນ ເຂົ້າຮ່ວມແກ້ໄຂ ໄພພິບັດດັ່ງກ່າວ, ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ ເຝົ້າລະວັງ, ການກະກຽມຄວາມພ້ອມຕອບໂຕ້ ກັບ ໄພພິບັດ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ, ສືບຕໍ່ແກ້ໄຂບັນຫາກີນ,ນ້ຳໃຊ້ໃຫ້ປະຊາຊົນ, ສຶບຕໍ່ເກັບກຳຂໍ້ມູນ ຫລັງນ້ຳຖ້ວມ ສຸມໃສ່ການຟື້ນຟູ ຊົນລະປະທານ ເພື່ອສຸມໃສ່ການຜະລິດນາ ປີໃຫ້ທັນ ກັບລະດູການ ແລະ ກຽມໃສ່ການຜະລິດລະດູແລ້ງ ຟື້ນຟູຊີວິດການເປັນ ຢູ່ຂອງປະຊາຊົນ, ຄົ້ນຄວ້າ ແນວພັນພຶດ,ສັດ ແລະ ແນວພັນເຂົ້າ ແລະ ອື່ນໆ.
ໃນໂອກາດດຽວກັນ ທ່ານ ສະພາແຫ່ງຊາດກໍໄດ້ ໄດ້ນຳເອົາເຄື່ອງ ຊ່ວຍເຫລືອເພື່ອ ບັນ ເທົາທຸກມອບໃຫ້ແຂວງໄຊຍະບູລີ ລວມມູນຄ່າ 130.000.000 ກີບ, ມອບໄດດູດນ້ຳໃຫ້ບ້ານ ນາລາ, ສັງກະສີ 120 ແຜ່ນໃຫ້ບ້ານນາມອນ ແລະ ວັງຊອຍ, ເຂົ້າສານ 4 ໂຕນໃຫ້ເທດສະບານ ເມືອງ ແລະ ມອບເງີນສົດ 30.000.000 ກີບ ໃຫ້ບ້ານຫ້ວຍດົກເພື່ອສ້ອມແປງຊົນລະປະທານທີ່ເປ່ ເພ 2 ແຫ່ງຕື່ມອີກ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 13 ກໍລະກົດ ທ່ານນາງ ປານີຢາທໍ່ຕູ້ ຍັງໄດ້ເຂົ້າ ຮ່ວມພິທີປ່ອຍປາໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດປ່າ ແຫ່ງຊາດ ທີ່ວັງສະຫງວນນ້ຳຮຸ່ງ ປ່ອຍ ປາ ທັງໜົດ 4.000.000 ໂຕສຳລັບຊະນິດປາປ່ອຍຄັ້ງນີ້ມີ ປາອິນເດຍ, ປາປາກ ແລະ ໃນນີ້ໄດ້ປ່ອຍກ່ອນໜ້ານີ້ 2.200.000ໂຕ.
| < ຖອຍຫຼັງ | ຕໍ່ໄປ > |
|---|












