ມາດຕາ 96(ໃໝ່). ລັດຖະທໍາມະນູນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງຊາດ. ທຸກກົດໝາຍຕ້ອງໃຫ້ສອດຄ່ອງກັບລັດຖະທໍາມະນູນ.
ມາດຕາ 97. ມີແຕ່ກອງປະຊຸມສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເທົ່ານັ້ນຈຶ່ງມີສິດປ່ຽນແປງລັດຖະທໍາມະນູນ. ໃນການປ່ຽນແປງລັດຖະທໍາມະນູນຕ້ອງມີສະມາຊິກສະພາແຫ່ງ ຊາດ ຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກທັງໝົດ ເປັນຜູ້ລົງຄະແນນສຽງເຫັນດີ.
ມາດຕາ 98(ໃໝ່). ລັດຖະທໍາມະນູນສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.
ວຽງຈັນ, ວັນທີ 6 ພຶດສະພາ 2003
ປະທານສະພາແຫ່ງຊາດ
| < ຖອຍຫຼັງ |
|---|















