ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ສສຊ ເຂດເລືອກຕັ້ງທີ 13 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ VII

*(ຂປລ): ໃນວັນທີ 26 ທັນວາ 2011 ຢູ່ສະໂມສອນຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ. ທ່ານ ຫວັນຄໍາ ອິນທະຈັກ ກໍາມະການປະຈໍາພັກແຂວງສະຫວັນນະເຂດ ປະທານຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເຂດເລືອກຕັ້ງທີ 13 ພ້ອມດວ້ຍຮອງປະທານຄະນະປະຈໍາພ້ອມດວ້ຍຄະນະ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສາມັນເທື່ອທີ 2 ຂອງສະ ພາແຫ່ງຊາດຊຸດທີ 7, ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມ ສະພາແຫ່ງຊາດຊຸດນີ້ແມ່ນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເຊິ່ງມີສະມາຊິກສະພາ ຈໍານວນ 129 ທ່ານ, ຍິງ 31 ທ່ານ ຈາກເຂດເລືອກຕັ້ງໃນທົ່ວປະເທດ ແລະການນໍາ ພັກ-ລັດ ພ້ອມແຂກທີ່ຖືກເຊີນຈໍານວນໜຶ່ງ.

ທ່ານ ຫວັນຄໍາ ອິນທະຈັກ ກ່າວຕື່ມວ່າ: ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ໄດ້ສຸມໃສ່ພິຈາລະນາ ແລະຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ, ໃນນີ້ມີກົດໝາຍໃໝ່ 3 ສະບັບ, ແລະໄດ້ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍ ທີ່ໄດ້ປະກາດຮັບຮອງໃຊ້ແລ້ວ 10 ສະບັບ, ການຮັບຮອງເອົາບັນດາກົດໝາຍດັ່ງກ່າວ ມີຄວາມສໍາຄັນໃນການປະກອບສ່ວນ ເຮັດໃຫ້ບັນດາກົດໝາຍຂອງລັດເຮົາສົມບູນ ແລະຄົບຖວ້ນ ສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ໃຫ້ກາຍເປັນລັດແຫ່ງກົດໝາຍ.

ກອງປະຊຸມຍັງໄດ້ສະເໜີຮັບຮອງເອົາການດັດແກ້ແຜນງົບປະມານແຫ່ງລັດ ປີ 2011-2012 ຕາມການສະເໜີຂອງ ລັດຖະບານອັນໄດ້ເປັນການ ປະກອບສ່ວນເພີ່ມແຫຼ່ງທຶນທີ່ສໍາຄັນເຂົ້າໃນຄັງສະສົມແຫ່ງລັດເພື່ອເປັນກໍາລັງແຮງໃນການ ປະຕິບັດເປົ້າໝາຍເພື່ອການພັດທະນາການຟື້ນຟູການ ຜະລິດ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.

ກອງປະຊຸມໄດ້ມີການລາຍງານ ຂອງອົງການກວດສອບແຫ່ງລັດ ແລະການປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານ ຂອງລັດຖະບານ ກ່ຽວກັບການແກ້ໄຂຜົນກະທົບໄພພິບັດໃນ 12 ແຂວງ ແລະຟັງລາຍງານແຜນຍຸດທະສາດ ການປະຕິຮູບການສຶກສາໃນໄລຍະ 5 ປີຕໍ່ໜ້າຂອງກະຊວງ ສຶກສາທິການ ແລະກິລາ ເພື່ອເປັນການປັບປຸງ ນະໂຍບາຍກົນໄກລະບຽບການ ແລະບໍລິຫານການສຶກສາໄປສູ່ຄຸນນພາບໃໝ່ດວ້ຍການ ສູ້ຊົນຈັດຕັ້ງປະຕິບັດ 7 ທິດທາງ 3 ລັກສະນະ ແລະ 5 ຫລັກມູນຂອງພັກວາງອອກ.

ສຸດທ່າຍແມ່ນໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງຊາດ ໃນລະຫວ່າງສອງ ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າ ຂອງອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງ ຕໍ່ການເຄື່ອນໄຫວຂອງສະພາຕື່ມອີກ.

ຂ່າວແຈ້ງຕື່ມອີກວ່າ: ພາຍຫຼັງທີ່ໄດ້ຈັດຕັ້ງການເຜີຍແຜ່ໃນຂັ້ງແຂວງແລ້ວ ຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ຍັງຈະໄດ້ແບ່ງຄວາມຮັບຜິດຊອບລົງເຜີຍແຜ່ໃຫ້ອໍານາດການປົກຄອງຢູ່ຂັ້ນທ້ອງຖິ່ນພາຍໃນເມືອງຕ່າງໆຂອງ ແຂວງ ສະຫັວນນະເຂດ.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: