ວັນທີ 12 ມັງກອນ 2012 ທ່ານ ສົມພັນ ແພງຄໍາມີ ຮອງປະທານ ສະພາແຫ່ງຊາດ ໄດ້ລົງພົບປະໂອ້ລົມກັບພໍ່ແມ່ປະຊາຊົນບ້ານກອງຕຸ່ນ ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍມີຕາງໜ້າອໍານາດການປົກຄອງ ເມືອງ, ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນ ບ້ານກອງຕຸ່ນເຂົ້າຮ່ວມ.
ໃນການພົບປະໂອ້ລົມພໍ່ແມ່ປະຊາຊົນໃນຄັ້ງນີ້ ທ່ານຮອງປະທານສະພາ ໄດ້ຮັບຟັງການລາຍງານຈາກນາຍບ້ານກອງຕຸ່ນວ່າ:
ບ້ານກອງຕຸ່ນແມ່ນບ້ານໜຶ່ງທີ່ຂື້ນກັບກຸ່ມບ້ານທີ 6 ຫ່າງຈາກເທດສະບານເມືອງປາກຊ່ອງໄປທາງທິດໃຕ້ ຕິດກັບບ້ານແບ່ງ, ທິດຕາເວັນອອກຕິດກັບບ້ານພູໄຟໄໝ້, ທິດຕາເວັນຕົກຕິດກັບຫວ້ຍເສັດ ມີເນື້ອທີ່ທັງໝົດ 2.437 ເຮັກຕາ, ປະກອບມີ 248 ຄອບຄົວ ມີ 228 ຫຼັງຄາເຮືອນ, ມີພົນລະເມືອງ 1.468 ຄົນ ຍິງ 828 ຄົນ, ປະກອບມີ 3 ເຜົ່າຄື: ເຜົ່າລະເວນ, ເຜົ່າລາວລຸ່ມ ແລະເຜົ່າຕະໂອ້ຍ, ປະຊາຊົນສ່ວນໃຫ່ຍແມ່ນມີອາຊີບເຮັດສວນປູກກາເຟເປັນຕົ້ນຕໍ, ສວ່ນປູກພືດ, ຜັກ, ລ້ຽງສັດເປັນສໍາຮອງ. ກ່ອນໜ້ານີ້ຫຼາຍປີຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນແມ່ນຝືດເຄືອງ, ອຶດຢາກຂາດເຂີນ ການຜະລິດຂື້ນກັບທໍາມະຊາດ ກະແຈກກະຈາຍບໍ່ຕິດພັນກັບຕະຫຼາດ.
ພາຍຫຼັງທີ່ມີຄໍາສັ່ງຂອງກົມການເມືອງສູນກາງພັກວ່າດວ້ຍການສ້າງບ້ານ ແລະກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໂດຍ ໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາໆພາຢ່າງໃກ້ຊິດຈາກການນໍາທຸກຂັ້ນໄດ້ຫັນເອົາພະນັກງານການນໍາຫຼັກແຫຼ່ງລົງ ກໍ່ສ້າງຮາກຖານ-ການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບການສ້າງບ້ານໃຫ້ກາຍເປັນບ້ານພັດທະນາຮອບ ດ້ານ. ໂດຍລວມແລ້ວພາຍໃນບ້ານກອງຕຸ່ນປະ ຊາຊົນມີລາຍຮັບຈາກການຂາຍກາເຟ, ພືດຜັກຕ່າງໆລວມທັງລາຍໄດ້ ຈາການຂາຍສັດລ້ຽງລະເລ່ຍຄອບ ຄົວມີລາຍຮັບສູງສຸດ 10 ລ້ານກີບຕໍ່ປີຂື້ນໄປ.
ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດໄດ້ກ່າວສະແດງຄວາມຢື້ຢາມຖາມຂ່າວ ພໍ່ແມ່ປະຊາ ຊົນໃນນາມການນໍາ ພັກ-ລັດ ກໍ່ຄືສະພາແຫ່ງຊາດໃນການປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດຜົນ ປະໂຫຍດຂອງປະຊາຊົນບັນດາເຜົ່າ. ທ່ານ ສົມພັນ ແພງຄໍາມີ ຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງທີ່ໄດ້ເອົາໃຈໃສ່ນໍາເອົານະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ຂໍ້ກໍານົດລະບຽບກົດໝາຍຕ່າງໆທີ່ລັດວາງອອກ ເຜີຍແຜ່ຮໍ່າຮຽນໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເຊີດຊູສະຕິຕໍ່ການປະຕິບັດລະບຽບກົດໝາຍ ສ້າງຄວາມສາມັກຄີປອງດອງພາຍໃນປະຊາຊົນ ບັນດາເຜົ່າຢ່າງໜັກແໜ້ນ, ປັບປຸຸງອໍານາດການປົກຄອງ, ເປັນເຈົ້າການປົກປັກຮັກສາບ້ານຂອງຕົນໃຫ້ມີຄວາມສະຫົງບ ແລະ ເປັນລະບຽບຮຽບຮ້ອຍ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງປຸ້ມລຸມຮັດແໜ້ນສາມັກຄີພາຍໃນຢ່າງແໜ້ນແກ່ນພ້ອມກັນສ້າງສາ ພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ.
| < ຖອຍຫຼັງ | ຕໍ່ໄປ > |
|---|














