*(ຂປລ): ທ່ານ ນາງປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ລົງ ໂຄສະ ນາຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VII, ຢູ່ເມືອງ ບໍ່ແຕນ ແລະ ເມືອງປາກລາຍ ແຂວງໄຊຍະບູລີ ໃນວັນທີ 16-17 ມັງກອນ 2012, ເຊິ່ງໄດ້ຮັບ ການຕ້ອນຮັບຈາກ ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢ່າງອົບອຸ່ນ.
ການລົງໂຄສະນາຄັ້ງນີ້ທ່ານປະທານສະພາແຫ່ງຊາດ ພ້ອມຄະນະໄດ້ຮັບຟັງການລາຍງານສະພາບທີ່ພົ້ນເດັ່ນຈຳນວນຫນຶ່ງຂອງກຸ່ມບ້ານພັດທະນາ ນາບໍ ນ້ອຍ ເມືອງບໍ່ແຕນ ແລະ ກຸ່ມບ້ານພັດທະນາ ເມືອງປາ ຜາລຽບ ເມືອງ ປາກລາຍ, ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ໃນສົກປີຜ່ານມາ, ເສດ ຖະກິດຂະຫຍາຍຕົວສາມາດ ປະຕິບັດໄດ້ 10% , ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມສະຫງົບ ແລະ ຫນັກແຫນ້ນ ແລະ ອື່ນໆ, ພາຍຫລັງຮັບຟັງການລາຍງານສະພາບການອັນພົ້ນເດັ່ນຂອງກຸ່ມມບ້ານແລ້ວ, ປະທານສະພາແຫ່ງຊາດ ກໍໄດ້ ເນັ້ນໃຫ້ເອົາໃຈໃສ່ບາງບັນຫາເຊິ່ງກ່ອນອື່ນຫມົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນງານ ທີ່ອຳນາດການ ປົກຄອງ ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດຈັດຕັ້ງປະຕິ ບັດວຽກງານຂອງຕົນໃນ 1 ປີຜ່ານມາ, ນອກຈາກນີ້ທ່ານໄດ້ສະ ເຫນີໃຫ້ອຳ ນາດການປົກຄອງ ຕ້ອງເອົາໃຈໃສ່ວຽກງານສຶກສາເພື່ອເຮັດແນວໃດໃຫ້ລູກຫລານ ກໍຄືປະຊາຊົນ ພວກເຮົາສາມາດກ້າວໄປເຖິງ ການລົບລ້າງຄວາມ ທຸກຍາກຕາມເປົ້າຫມາຍສະຫັດສະວັດໃນປີ 2015 ນີ້, ພ້ອມກັນນີ້ປະທານຍັງ ໄດ້ແຈ້ງຜົນ ສຳເລັດຂອງ ກອງປະຊຸມ ສະໄຫມສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VII, ໂດຍສະເພາະແມ່ນການຮັບຮອງເອົາກົດ ຫມາຍ 13 ສະບັບ, ໃນນັ້ນ ມີກົດ ຫມາຍໃຫມ່ຈຳນວນ 3 ສະບັບ ແລະ ຮັບຮອງເອົາການປັບປຸງບາງມາດຕາຂອງ ກົດຫມາຍທີ່ປະກາດໃຊ້ຈຳນວນ 10 ສະບັບ ແລະ ການດັດແກ້ງົບ ປະມານແຫ່ງລັດສົກປີ 2011-2012.
ຕອນທ້າຍນີ້ທ່ານໄດ້ຮຽກຮ້ອງມາຍັງອຳນາດການປົກຄອງທ້ອງຖິ່ນໃຫ້ມີການສ້າງແຜນງານ, ໂຄງການອັນລະອຽດເພື່ອຈັດຕັ້ງປະຕິບັດວຽກງານ ພັດທະນາ ຊົນນະບົດ ແລະ ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນຕ້ອງເປັນເຈົ້າການ ເພື່ອຊ່ວຍ ໃຫ້ບັນດາແຜນ ງານ ແລະໂຄງການ ສາມາດບັນລຸ ແລະ ໄດ້ ຮັບຜົນສຳເລັດຕາມຈຸດປະສົງຄາດຫມາຍ.
| < ຖອຍຫຼັງ | ຕໍ່ໄປ > |
|---|














