ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ທ່ານປະທານສະພາແຫ່ງຊາດ ມີຄໍາເຫັນຕໍ່ການຈັດພິມໜັງສືພິມ “ຜູ້ແທນປະຊາຊົນ”

ທ້າຍອາທິດຜ່ານມານີ້ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດໄດ້ມີຄໍາເຫັນຕໍ່ການພິມໜັງສືພິມ “ຜູ້ແທນປະຊາຊົນ” ວ່າ:

ບັນດາຜູ້ອ່ານ, ສະມາຊິກສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ຮັກແພງທັງຫຼາຍ ປີນີ້ພວກເຮົາສົ່ງທ້າຍປີເກົ່າ ຄສ. 2011 ແລະຕ້ອນຮັບປີ  ໃໝ່ ຄສ. 2012

ໃນທາມກາງທີ່ທົ່ວພັກ,ທົ່ວກອງທັບແລະທົ່ວປວງຊົນທັງຊາດລາວພວມອອກແຮງຜັນຂະຫຍາຍເນື້ອໃນມະຕິກອງ ປະຊຸມໃຫ່ຍຄັ້ງທີ່ IX ຂອງພັກກໍ່ ຄືການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງ ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 3 ແລະ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VII ໃນວາລະເລີ່ມຕົ້ນກ້າວເຂົ້າປີ 2012 ທີ່ວຽນມາເຖິງນີ້, ຂ້າພະເຈົາມີຄວາມຊົມຊື່ນຍິນດີ ເປັນຢ່າງຍິ່ງ ທີ່ເຫັນໜັງສືພິມ “ຜູ້ແທນປະຊາຊົນ” ລາຍອາທິດຂອງສະພາແຫ່ງຊາດ ໄດ້ກໍາເນີດເກີດຂື້ນເປັນຜະລິດຕະພັນສື່ສິ່ງພິມ ໄດ້ພັດທະນາຈາກວາລະສານ “ຜູ້ແທນປະຊາຊົນ” ກາຍເປັນໜັງສືພິມໃນວັນນີ້. ຂ້າພະເຈົ້າຕີລາຄາສູງຕໍ່ຄວາມພະຍາຍາມຂອງຄະນະຈັດທໍາ ເຊິ່ງໄດ້ຮັບການຮວ່ມມືຊວ່ຍເຫຼືອເປັນຢ່າງດີ ຈາກບັນດາເພື່ອນຮວ່ມງານ, ໂດຍສະເພາະແມ່ນການຮວ່ມມື ແລະຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ ແລະວິຊາການທາງໜັງສືພິມ ຜູ້ແທນປະຊາຊົນສະພາ ແຫ່ງຊາດຫວຽດນາມ.

ຂ້າພະເຈົ້າຂໍຖືໂອກາດນີ້ ຮຽກຮ້ອງ ແລະເຊີນຊວນບັນດາທ່ານຜູ້ອ່ານຈົ່ງໃຫ້ການສະໜັບສະໜູນ ແລະ ຈັບຈອງ, ໃຫ້ຄໍາຕໍານິຕິຊົມ ເພື່ອເຮັດໃຫ້ໜັງສືພິມ “ຜູ້ແທນປະຊາຊົນ” ກາຍເປັນໜັັງສືພິມທີ່ມີຄຸນນະພາບ, ເປັນແຫຼ່ງສະໜອງຂໍ້ມູນ-ຂ່າວສານ ແລະ ສາລະະ ຄວາມຮູ້ທີ່ຫລາກຫລາຍ ແລະກາຍເປັນເວທີເສີມຂະຫຍາຍປະຊາທິປະໄຕຂອງສະມາຊິກສະພາແຫ່ງຊາດ ແລະ ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ, ທັງເປັນເວທີແລກປ່ຽນຄໍາຄິດຄໍາເຫັນທີ່ເປັນສ້າງສັນຕິດພັນກັບພາລະບົດບາດ ຂອງການເປັນຕົວແທນ ແຫ່ງສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການນິຕິບັນຍັດ, ຕົກລົງບັນດາບັນຫາຟື້ນຖານຂອງປະເທດຊາດ ແລະທັງເປັນອົງການຕິດ ຕາມກວດກາການເຄື່ອນໄຫວຂອງອົງ ການອໍານາດແຫ່ງລັດໃນຂັ້ນຕອນຕ່າງໆ ໃນການປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ມະຕິຕົກລົງ ຂອງສະພາແຫ່ງຊາດ.

ໃນໂອກາດທີ່ເປັນເລີກງາມຍາມດີ ແຫ່ງວັນສ້າງຕັ້ງໜັງສືພິມ “ຜູ້ແທນປະຊາຊົນ”  ນີ້, ໃນນາມປະທານສະພາແຫ່ງຊາດ, ແຫ່ງ ສ ປປ ລາວ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ອ່ານກໍ່ຄືທ່ານສະມາຊິກສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກປະຕິວັດອາວຸໂສ, ພະນັກງານບໍານານ ແລະພໍ່ແມ່ປະຊາຊົນທຸກຊັ້ນຄົນ ໂດຍສະເພາະແມ່ນ ຄະນະຈັດທໍາຈົ່ງມີແຕ່ຄວາມສຸກ, ມີພາລະນາໄມເຂັ້ມແຂງ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການຕະຫຼອດປີໃໝ່ ຄ.ສ 2012.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: