
ໜັງສີພິມ“ຜູ້ແທນປະຊາຊົນ” ລາຍອາທິດຂອງສະພາແຫ່ງຊາດໄດ້ເປີດ ໂຕຢ່າງເປັນທາງການ ໃນວັນທີ 18 ມັງກອນ 2012 ຢູ່ທີ່ຫໍສະພາແຫ່ງຊາດໂດຍການເປັນກຽດເຂົ້າຮວ່ມຂອງທ່ານ ດ.ຣ ອຸ່ນແກ້ວ ວຸທິລາດ ກໍາມະການຄະນະປະຈໍາ,ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບັນນາທິການໃຫ່ຍໜັງສືພິມຜູ້ແທນ ປະ ຊາຊົນສະພາແຫ່ງຊາດຫວຽດນາມ, ສະພາແຫ່ງຊາດລາວ,ບັນດາຄະນະອໍານວຍ ການ,ຄະນະ ບັນນາ ທິການ ສືມວນຊົນຈາກພາກສວ່ນຕ່າງໆຕະຫຼອດເຖິງນັກຂຽນນັກປະພັນ ແລະພາກສວ່ນ ກ່ຽວຂ້ອງ.
ທ່ານ ທອງດາ ສຸພາສິດ ຫົວໜ້າກົມສືມວນຊົນ ທັງເປັນບັນນາທິການໃຫ່ຍໜັງສືພິມ “ຜູ້ແທນປະຊາຊົນ” ຂອງສະພາແຫ່ງຊາດລາວ ໄດ້ກ່າວໃນພິທີກ່ຽວກັບຄວາມເປັນມາຂອງໜັງສືພິມຜູ້ແທນປະຊາ ຊົນມີບາງຕອນສໍາຄັນວ່າ: ໜັງສືພິມ “ຜູ້ແທນປະຊາຊົນ” ສະບັບພິເສດ ແມ່ນກໍາເນີດເກີດຂື້ນຈາກວາລະສານ “ຜູ້ແທນປະຊາຊົນ” ສະບັບພິເສດທີ່ພິມຈໍາໜ່າຍເປັນສະບັບປະຖົມມະລືກ ເຊິ່ງໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການ ໃນວັນທີ 12/06/1996 ໂດຍເບື້ອງຕົ້ນໄດ້ຈັດພິມເປັນລາຍໄຕມາດ (3ເດືອນ) ລາຍສອງເດືອນ ແລະລາຍເດືອນຕາມລໍາດັບຢ່າງເປັນປົກກະຕິ ໃນຈໍານວນ 1,500 ຫົວ/ຄັ້ງ ໄດ້ຈໍາໜ່າຍ ແລະແຈກຢາຍໃນຂອບເຂດທົ່ວປະເທດ ເພື່ອໂຄສະນາການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ກວ້າງຂວາງ ແລະເຂົ້າເຖິງທຸກເຂດເລືອກຕັ້ງ.
ສະເພາະໜັງສືພິມ “ຜູ້ແທນປະຊາຊົນ” ລາຍອາທິດສະບັບທໍາອິດທີ່ພິມຈໍາໜ່າຍອາທິດທີ 3 ຂອງເດືອນມັງກອນ 2012 ແມ່ນໄດ້ຮັບອະນຸຍາດຈັດພິມຈາກກະຊວງຖະແຫຼງຂ່າວ-ວັດທະນາທໍາ ແລະທ່ອງທ່ຽວ ສະບັບເລກທີ 046/ຖວທ.ສມຊ ລົງວັນທີ 15 ທັນວາ 2011 ເຊິ່ງມີຂະໜາດ 74 ຊັງຕີແມັດ X 54 ຊັງຕີແມັດ, ພັບເຄິ່ງປະກອບມີ 8 ໜ້າ ແລະຈັດພິມສອດ 4 ໜ້າ ໃນນັ້ນມີ 2 ໜ້າພິມສອດສີ ແລະ 6 ໜ້າ ຂາວ-ດໍາ. ໂດຍນໍາສະເໜີເນື້ອໃນທີ່ຕິດພັນກັບພາລະບົດບາດ, ສິດ ແລະໜ້າທີຂອງອົງການນິຕິບັນຍັດ ການເປັນຕົວແທນຂອງປະຊາຊົນການຕິດຕາມກວດກາ ແລະບັນຫາອື່ນໆ ໃນຂອບເຂດການຄຸ້ມຄອງຂອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມ ແລະວັດທະນາທໍາ, ວິທະຍາສາດ ແລະ ເຕັກໂນໂລຊີ, ສາລະຄວາມຮູ້ ແລະອື່ນໆໃຫ້ແກ່ສັງຄົມ ເຊິ່ງໄດ້ພິມຈໍາໜ່າຍທົດລອງເບື້ອງຕົ້ນອາທິດລະ 1.000 ສະບັບ ເພື່ອຈໍາໜ່າຍ ແລະແຈກຢາຍທັງຢູ່ສູນກາງ ແລະທຸກເຂດເລືອກຕັ້ງໃນທົ່ວປະເທດ.
| < ຖອຍຫຼັງ | ຕໍ່ໄປ > |
|---|












