ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ທີ່ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ ສະພາແຫ່ງຊາດ ເຂດ1 ນະຄອນຫຼວງວຽງຈັນ ເຊິ່ງນຳໂດຍທ່ານ ລາດສະນີວົງ ອະມາລາທິທາດາ ສະມາຊິກສະພາແຫ່ງຊາດ ປະທານສະພາແຫ່ງຊາດ ເຂດ1 ນະຄອນຫຼວງ ວຽງຈັນ
ພ້ອມດ້ວຍຮອງປະທານ ແລະ ພະນັກງານຈໍານວນໜຶ່ງ ໄດ້ຢ້ຽມຢາມ ແລະ ອວຍພອນບັນດາອ້າຍນ້ອງທະຫານກອງຄໍຜະລິດ ນາຄັນທຸງ ທີ່ຂຶ້ນກັບກອງບັນຊາການທະຫານເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 19 ມັງກອນ 2012 ນີ້ ໂດຍການຕ້ອນຮັບຂອງທ່ານ ພັນຕີ ຄຳປະສົງ ວົງພູທອນ ຫົວໜ້າການທະຫານກອງບັນຊາການທະຫານເມືອງໄຊທານີ ພ້ອມດ້ວຍຫົວໜ້າກອງຄໍຜະລິດ ນາຄັນທຸງ ແລະ ບັນດາພົນທະຫານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດຢ້ຽມຢາມ ແລະ ອວຍພອນກອງຄໍຜະລິດຄັ້ງນີ້ ຄະນະສະພາແຫ່ງຊາດ ເຂດ1 ນະຄອນຫຼວງ ວຽງຈັນ ກໍໄດ້ມອບໂທລະພາບສີ 21 ນີ້ວ ພ້ອມດ້ວຍເຄື່ອງໃຊ້ສອຍຈຳນວນໜຶ່ງໃຫ້ແກ່ກອງດັ່ງກ່າວ ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ກັບອ້າຍນ້ອງທະຫານທີ່ປະຈຳຢູ່ເຂດ ດັ່ງທີ່ກຳລັງປະຕິບັດໜ້າທີ່ເຄື່ອນໄຫວປ້ອງກັນເຂດແດນເມືອງໄຊ ທານີ ກໍຄືນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບ ພ້ອມນີ້ ທ່ານ ລາດສະນີວົງ ອະມາລາທິທາດາ ປະທານສະພາແຫ່ງຊາດ ເຂດ1ນະຄອນຫຼວງວຽງຈັນ ຍັງໄດ້ຖືໂອກາດດັ່ງກ່າວເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝ ສາມັນ ເທື່ອທີ II ຂອງສະພາແຫ່ງຊາດ ຊຸດທີ VII ໃຫ້ແກ່ບັນດາຄະນະກອງ ແລະ ພົນທະຫານກອງຄໍຜະລິດ ໄດ້ຮັບຮູ້ຕື່ມອີກ.
| < ຖອຍຫຼັງ | ຕໍ່ໄປ > |
|---|













