ວັນທີ 28 ມີນາ 2012, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ອັກຄະມະຫາ ທໍາມະ ໂພທິສານ ເຈຍຊິມ, ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເນື່ອງໃນໂອກາດ ທີ່ສົມເດັດໄດ້ຖືກເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນປະທານສະພາສູງ ແຫ່ງຣາຊະອານາຈັກ ກໍາປູເຈຍ ອີກເທື່ອໜຶ່ງ, ໃນນາມສະພາແຫ່ງຊາດ ແຫ່ງງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ສົ່ງອວຍພອນໄຊອັນປະເສີດມາຍັງສົມເດັດ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາຂອງສົມເດັດ, ສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ຈະໄດ້ຮັບຜິດສໍາເລັດອັນສໍາຄັນ ໃນການສ້າງເງື່ອນໄຂທີ່ອໍານວຍໃຫ້ ແກ່ການສ້າງສາພັດທະນາປະເທດຊາດ ແລະ ນໍາພາປະຊາຊົນກ້າວຂຶ້ນ ສູ່ຄວາມຮັ່ງມີເຂັ້ມແຂງ.
ຂ້າພະເຈົ້າຫັວງວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊຶ້ອ, ຄວາມສາ ມັກຄີ, ຊວ່ຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງ ອົງການນິຕິບັນຍັດ ຂອງລາວ ແລະ ກໍາປູເຈຍ ຈະສືບຕໍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນ ຍິ່ງຂຶ້ນ.
ຂໍອວຍພອນໃຫ້ສົມເດັດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກ ງານອັນສູງສົ່ງ ແລະມີກຽດຂອງສົມເດັດ.
| < ຖອຍຫຼັງ | ຕໍ່ໄປ > |
|---|












