ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ຫ້ອງວ່າການສະພາແຫ່ງຊາດ 4 ເຂດເລືອກຕັ້ງພາກເໜືອແລກປ່ຽນບົດຮຽນນຳກັນ

ເພື່ອ​ບັນ​ລຸກ​ານປະຕິບັດ​ບາດກ້າວ​ບຸກທະລຸ 4 ດ້ານ​ທີ່​ກອງ​ປະຊຸມ​ໃຫ່ຍຄັ້ງ​ທີ IX ຂອງ​ພັກ​ວາງ​ອອກ​ໃຫ້​ເປັນ​ຮູບ​​ເປັນ​ທຳ ​ແລະ ຂະນະ​ດຽວກັນ​ເພື່ອ​ແລກປຽ່​ນເອົາ​ບົດຮຽນທີ່ໜູນ​ໃຊ້​ໃຫ້​ແທດ​ເໝາະກັບ​ຈຸດ​ພິ​ເສດ ແລະ ເງື່ອນ​ໄຂໂຕ​ຈິງ​ຂອງ​ແຕ່ລະ​ເຂດ​ເລືອກ​ຕັ້ງທັງ​ເຮັດ​ໃຫ້​ພະນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ມີ​ທັດສະນະການ​ເຮັດວຽກຢ່າງ​ມີ​ຄຸນ​ນະພາ​ບນັ້ນ​​,ພະນັກງານ​ຫ້ອງ​ວ່າ ການ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂ​ດ​ເລືອກ​ຕັ້ງແຂວງ​ຫລວງ​ນ້ຳທາ,ອຸດົມ​ໃຊ,ຜົງ​ສາລີ ​ແລະ ​ແຂວງ​ບໍ່​ແກ້ວ

ເຈົ້າພາບ​ໂດຍ​ມີ​ທ່ານດຣ ອຸ່ນ​ແກ້ວ ວຸທິລາດ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ,ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ. ທ່ານ​ວິ​ໄຊກອນ ​ວັນນະ​ຈອນ​ຈັນ ຮອງ​ເລຂາ​ພັກ​ແຂວງປະທານ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 5 ​ໄດ້​ເຂົ້າ​ຮ່ວມ​ປຶກສາ​ຫາລື​ກັນ​ເພື່ອ​ເຮັດ​ໃຫ້​ວຽກງານ​ຂອງ​ແຕ່ລະ​ເຂດ​ເລືອກ​ຕັ້ງ​ປະສົບ​ຜົນສຳ​ເລັດ​ຕາມ​ເປົ່າໝາຍ.
ການ​ແລກປຽ່ນດັ່ງກ່າວ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 5 ​ແຂວງ​ບໍ່​ແກ້ວ​ໄດ້​ສະ​ເໜີບົດ​ລາຍ​ງານ 4 ຫົວ​ຂໍ້​​ໃຫ່ຍຄື​ແນວ​ຄິດ​ການ​ເມືອງ.​ການຈັດ​ຕັ້ງ ​ແລະ ​ແບບ​ແຜ່ນ​ວິທີ​ເຮັດ​ວຽກ,ການ​ຍບໍລິຫານຫ້ອງ​ວ່າການ​ຄົ້ນຄວ້າ​ສັງ​ລວມຂໍ້​ມູນ​ຂ່າວສານ ແລະ ວິຊາ​ການ​ຕາມ​ຂົງ​ເຂດ. ຂະນະ​ທີ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ່ 2 ​ແຂວງຜົງສາລີກໍ່​ໄດ້​ສະ​ເໜີບົດ​ລາຍ​ງານ​ໃນ​ຫົວ​ຂໍ້​ການ​ຄົ້ນຄວ້າ​ສັງ​ລວມຂໍ້​ມູນ​ຂ່າວສານ ​ແລະ ກາ​ນ​ເປັນ​ເສນາ​ທິການ​ໃຫ້​ແກ່​ສະສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ເພື່ອ​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳສ່ວນ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ່ 3 ​ແຂວງ​ຫລວງ​ນ້ຳ​ທາ​ໄດ້​ສະ​ເໜີບົດ​ລາຍ​ງານ​ໃນ​ຫົວ​ຂໍ້​ແບບ​ແຜ່ນ​ວິທີ​ເຮັດ​ວຽກ ​ແລະ ການ​ຄຸ້ມ​ຄອງ​ບໍລິຫານ_ການ​ເງິນ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 4 ​ແຂວງ​ອຸດົມ​ໄຊ ໄດ້​ສະ ​ເໜີບົດ​ລາຍ​ງານ​ໃນ​ຫົວ​ຂໍ້ການ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຕໍ່​ການ​ຕິດຕາມ​ກວດກາ ​ແລະ ການ​ຜັນ​ຂະຫຍາ​ຍຜົນ​ສຳ​ເລັດ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ .
​ແນວ​​ໃດກໍ່​ດີ​ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດນອກຈາກ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຫ້ອງ​ວ່າການ 4 ເຂດ​ເລືອກ​ຕັ້ງ​ມີ​ຫົວຄິດ​ປະດິດ​ສ້າງ​ພົບ​ປະ​ແລກປ່ຽນບົດ ຮຽນ​ເຊິ​ງກັນ ​ແລະ ກັນ​ແລ້ວ​ກໍ່​ໄດ້​ຊີ​ນຳ​ໃຫ້​ເອົາ​ໃຈ​ໃສ່ 6 ວຽກງານ​ເພື່ອ​ພັດທະນາ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້​ງໃຫ້​ກ່າວໜ້າຂະຫຍາຍ​ໂຕ​ເປັນ​ຕົ້ນ​ການ​​ແນວຄິການ​ເມືອງ,ບຸກຄະລາ​ກອນ ລະບອບ​ແບບ​​ແຜ່ນວິທີ​ເຮັວຽກ,ການ​ໂຄສະນາ​ຜ່ານ​ສື່ມວນ​ຊົນ,ນະ​ໂຍບາຍ ​ແລະ ການ​ເປັນ​ເສນາ​ທິການ​ດ້ານ​ເນື້ອ​ໃນ ​ແລະ ບໍລິຫານການ​ເງິນ​ໃຫ້​ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: