ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ຄະນະປະຈຳສະພາແຫ່ງຊາດ ເຄື່ອນໄຫວຢູ່ເຂດເລືອກຕັ້ງ

ເພື່ອເປັນການກະກຽມ ແລະສະໜອງຂໍ້ມູນໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ທີ່ຈະເຂົ້າ ປະຊຸມຮ່ວມກັບລັດຖະບານ ໃນໝໍ່ໆນີ້ ຄະນະກຳມາທິການ ເສດຖະກິດ, ແຜນການ ແລະ ການເງິນ, ຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 03 ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມກັບບັນ ດາພະແນກການ ໃນຂົງເຂດເສດຖະກິດຂອງແຂວງ ທີ່ຫ້ອງປະ ຂຸມຫ້ອງວ່າການສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 3 ໂດຍການເປັນປະທານຂອງ ທ່ານ ດຣ. ນ. ສຸວັນເພັງ ບຸບຜານຸວົງ ກຳມະການຄະນະປະຈຳ, ປະທານຄະນະກໍາ ມາທິການເສດຖະກິດ, ແຜນການ ແລະການເງິນສະພາແຫ່ງຊາດ.

ເຂົ້າຮ່ວມກອງປະຊຸມມີທ່ານ ວອນຄຳ ເພັດທະວົງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 03, ທ່ານ ນ. ລັດສະໝີ ມີ່ງບຸບຜາ ຮອງປະທານຄະນະສະມາ ຊິກສະພາ ແຫ່ງຊາດ ເຂດເລືອກຕັ້ງທີ 03 ທັງເປັນຜູ້ປະຈຳການ, ມີຫົວໜ້າ ພະແນກ, ຮອງຫົວໜ້າພະແນກ ໃນຂົງເຂດ ເສດຖະກິດຂອງແຂວງ. ກອງປະຊຸມໄດ້ຮັບຟັງກນລາຍງານ ສະພາບການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ, ສະພາບການ ລົງທຶນ, ການຈັດ ຕັ້ງ ປະຕິບັດບັນດາໂຄງການຕ່າງໆ ທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາ ໃນສົກປີ 2011-2012. ການຈັດແບ່ງ ແລະນຳໃຊ້ງົບປະມານສົກປີ 2011-2012 ແລະແຜນປະຈໍາປີ. ການຈັດສັນນຳໃຊ້ການຄຸ້ມຄອງທີ່ດີນ ແຕ່ລະປະເພດ ຂອງແຂວງ, ການຜະລິດກະສິກຳ, ການພັດທະນາພື້ນ ຖານໂຄງລ່າງ. ການຊອກຕະຫຼາດ ເພື່ອຂາຍຜົນຜະລິດຊອງປະຊາຊົນ, ບັນຫາການຄຸ້ມຄອງຊັບພະຍາກອນທຳມະຊາດ. ພ້ອມນີ້ທ່ານ ດຣ ນ. ສຸວັນເພັງ ບຸບຜານຸວົງ ໄດ້ຊີ້ນຳ ແລະເໜັ້ນໜັກຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍຕ່າງໆ ໂດຍສະເພາະແມ່ນກົດໝາຍວ່າ ດ້ວຍງົບປະມານ, ກົດໝາຍວ່າດ້ວຍພາສີ ແລະກົດໝາຍ ວ່າດ້ວຍອາກອນ. ສໍາລັບຕໍ່ ກັບບັນດາຂະແໜງການ ຫຼືຫົວໜ້າງົບປະມານ ທີ່ລະເມີດ ກົດໝາຍ ຈະຕ້ອງໄດ້ຫັກ 25% ຕາມມາດ ຕະການທີ່ກອງ ປະຊູມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດຊຸດ ທີ VI ໄດ້ຮັບຮອງ.
ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ວັນທີ 29 ມີນາ 2012 ຜ່ານມານີ້ ຫ້ອງວ່າການ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 14 ແຂວງສາລະວັນ ໄດ້ເປີດກອງປະຊູມເພື່ອ ຕິດຕາມກວດກາ ແລະເກັບກຳຂໍ້ມູນກ່ຽວກັບວຽກງານພັດທະນາເສດຖະກີດ-ສັງ ຄົມ ໂດຍພາຍ ໃຕ້ການເປັນປະ ທານຂອງທ່ານ ສຈ ດຣ. ພອນເທບ ພົນເສນາ ກຳມະການຄະນະປະ ຈຳສະພາແຫ່ງຊາດ, ປະທານກຳມະທິການວັດທະນະທຳ-ສັງຄົມ ແລະ ເຂົ້າຮ່ວມ ໍກອງປະຊຸມ ໃນຄັ້ງນີ້ຍັງມີທ່ານ ນ. ມະນີຊົງ ລືສີສະໝຸດ ຮອງປະທານຄະນະສະມາຊິກສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ພ້ອມດ້ວຍຄະນະ ແລະບັນດາແຂກທີ່ ເປັນຕົວ ແທນມາຈາກພະແນກການຕ່າງໆ ອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ທ່ານປະທານຍັງໄດ້ຮັບຟັງລາຍງານສະພາບອັນພົ້ນເດັ່ນ ແລະແຜນພັດທະນາວຽກງານຕ່າງໆ ຈາກພະ ແນກສາທາລະນະສຸກ ແລະບັນດາພະແນກການ ຕ່າງໆຢູ່ອ້ອມຂ້າງແຂວງ, ເພື່ອເປັນການປຽບທຽບ ແລະຕີລາຄາຄືນວ່າໃນ ໄລຍະຜ່ານມາມີ ວຽກງານໃດແດ່ທີ່ໄດ້ ຜ່ານການຈັດຕັ້ງປະຕິບັດ ແລະຍັງມີໜ້າວຽກໃດທີ່ຍັງບໍ່ໄດ້ໄປຕາມແຜນ ການທີ່ວາງໄວ້, ເພາະເສັ້ນທາງທີ່ ຈະນຳພາເສດຖະກິດກ້າວໄປ ສູ່ຄວາມ ເຂັ້ມແຂງໄດ້ນັ້ນກໍ່ຕໍ່ ເມື່ອທຸກໆແຜນການ ແລະວຽກງານທີ່ໄດ້ຮັບຮອງໃນກອງປະຊຸມສະພາຖືກນຳມາຈັດຕັ້ງປະ ຕິບັດໃຫ້ເກີດດອກອອກຜົນ.

ໃນຕອນທ້າຍ ທ່ານປະທານກຳມະທິການ ຍັງໄດ້ໂອ້ລົມ ແລະມີຄຳຄິດຄຳເຫັນ ຕໍ່ກອງປະຊຸມວ່າ: ເສດຖະກິດຂອງຊາດ, ສັງຄົມ ແລະຄອບຄົວຈະເຂັ້ມແຂງກໍຕໍ່ເມື່ອຄົນມີ ສຸຂະພາບຈິດ ແລະສຸຂະພາບກາຍທີ່ດິຈຶ່ງຈະສາມາດເຮັດໃຫ້ປະຊາຊົນ, ຄົນໃນຊາດຫຼຸດພົ້ນ ອອກຈາກ ຄວາມທຸກຍາກໄດ້ຢ່າງສິ້ນເຊິງ ແລະເປັນການປະຕິບັດຕາມແນວທາງ 4 ບຸກທະລຸ ຂອງພັກໃນໄລຍະໃໝ່ຈຶ່ງ ຈຳເປັນຕ້ອງໃຫ້ທຸກ ວຽກງານບັນ ລູຈາມເປົ້າໝາຍສະຫັດສະ ວັດຂອງ ການພັດທະນາ.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: