
ຫ້ອງວ່າການສະພາແຫ່ງຊາດໄດ້ຈັດກອງປະຊຸມວຽກງານ ກຳນົດຕຳແໜ່ງງານຫ້ອງວ່າການ ສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງເພື່ອຍົກສູງພາລະບົດບາດ ໜ້າທີ່ຄວາຮັບຜິດຊອບ ແລະ ຫົວຄິດປະດິດສ້າງຂອງລັດຖະກອນ, ໃນວຽກງານຄຸ້ມຄອງ ຂອງລັດຖະກອນຮັບປະກັນຄວາມໂປ່ງໃສໃນການຈັດຕັ້ງ
ໃນການປະຕິບັດວຽກງານໃໝ່ ແລະ ການຮັບເອົາລັດຖະກອນທີ່ຍ້າຍມາຈາກຂະແໜງການອື່ນທີ່ສະເໜີໂດຍກົມຈັດຕັ້ງພະນັກງານດ້ວຍຮູບການວິທີການຄັດເລືອກເອົາລັດຖະກອນ ແລະ ເພື່ອສືບຕໍ່ປັບປຸງການຂຽນກຳນົດຕຳແໜງງານຂອງສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຕ່ລະເຂດ, ສົກປີ 2011-2015 ຂື້ນໃນລະຫວ່າງວັນທີ 2-4 ເມສາ ປີ 2012 ຜ່ານມານີ້,ແຂວງວຽງຈັນໂດຍການເປັນປະທານຂອງທ່ານ ດຣ ອຸ່ນແກ້ວ ວຸທິລາດ, ກຳມະການຄະນະປະຈຳ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ມີບັນດາທ່ານ ຫົວໜ້າ,ຮອງຫົວໜ້າຫ້ອງການສະພາແຫ່ງຊາດປະຈຳ ເຂດເລືອກ ຕັ້ງທົ່ວ ປະເທດ ແລະ ວິຊາການທີ່ຮັບຜິດຊອບວຽກງານຈັດຕັ້ງພະນັກງານ ແລະ ວິທະຍາກອນທີ່ຖືກເຊີນ ຈາກກະຊວງພາຍ ໃນເຂົ້າຮ່ວມ,
ກອງປະຊຸມສຳມະນາຄັ້ງນີ້ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານກົມຈັດຕັ້ງພະນັກ ງານ, ບົດແນະນຳຂອງນາຍຍົກລັດທະມົນຕີກຽວກັບການກຳນົດ ຕຳແໜ່ງ ສະບັບເລກທີ 0472/ ສນຍ ລົງວັນທີ 30 ກັນຍາ 2003, ທັງເພື່ອສືບ ຕໍ່ຂະຫຍາຍຜົນສຳເລັດກອງປະຊຸມເຝຶກອົບຮົມ ການກຳນົດ ຕຳແໜ່ງງານຄັ້ງວັນທີ 13-15 ຕຸລາ2011 ຜ່ານມາກົມຈັດຕັ້ງພະນັັກງານ ຂອງຫ້ອງວ່າ ການສະພາແຫ່ງຊາດ ແລະ ແນະນໍາຂັນຕອນວິທີການຂຽນຕຳແໜ່ງໃຫ້ແຕ່ລະເຂດ,ລົງເລິກຄົ້ນຄວ້າເອກະສານສຳຄັນແນໃສ່ຍົກລະດັບຄວາມຮັບຮູ້ດ້ານທິດສະດີການຂຽນ ແລະສັງລວມການກຳນົດຕຳແໜງໃຫ້ສອດຄ່ອງຕາມພາລະບົດບາດຂອງອົງການ ແລະ ຂະແໜງການຢູ່ຫ້ອງວ່າການປະຈຳເຂດເລືອກຕັ້ງພ້ອມທັງສ້າງຄວາມເຂົ້າໃຈເພີ່ມວຽກງານລັດຖະກອນເຊິງການກຳ ນົດຕຳແໜງແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນມັນຕິດພັນກັບລະດັດການຂະຫຍາຍຕົວຂອງໜ້າທີ່ວຽກງານ,ກົງຈັກການຈັດຕັ້ງໃນແຕ່ລະໄລຍະ,ກຳນົດຕຳແໜງຖືກຕ້ອງເໝາະສົມກັບລະດັບການຂະຫຍາຍຕົວຂອງກົງຈັກ,ສອດຄ່ອງກັບຄວາມຮູ້ຄວາມສາມາດຈະເປັນປັດໃຈກະຕຸກຊຸກຍູ້ເຮັດໃຫ້ການແບ່ງງານຄວາມຮັບຜິດຊອບຄ່ອງຕົວກົມກຽວຂື້ນ ປາສະຈາກຄວາມຊັບສົນ ແລະ ກ້າວໄປເຖິງການປັບປຸງ ແລະ ແກ້ໄຂ້ສະພາບພະນັກງານເທື່ອລະກ້າວ,ນອກຈາກນີ້ຈາກການສຳມະນາໄດ້ເຮັດໃຫ້ນັກສຳນາກອນມີຄວາມເປັນເອກະພາບ ແລະ ເຂົ້າໃຈເລິກເຊິງກວ່າເກົ່າຕໍ່ທາງດ້ານທິດສະດີ ແລະ ພຶດຕິກຳກ່ຽວກັບການກຳນົດ ແລະ ການຂຽນຕຳແໜງງານ ເຊິ່ງຈະຊ່ວຍໃຫ້ການກຳນົດພາລະບົດບາດ,ສິດ ແລະ ໜ້າທີ່ແຕ່ລະຕຳແໜງງານຂອງຫ້ອງວ່າການສະພາແຫ່ງຊາດມີຄວາມກຈະແຈ້ງ,ຮັດກຸມກວ່າເກົ່າເຊິງຈະເຮັດໃຫ້ການປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງກໍ່ຄືສະພາແຫ່ງຊາດມີປະສິດທິຜົນກວ່າເກົ່າ
.
| < ຖອຍຫຼັງ | ຕໍ່ໄປ > |
|---|













