ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ຫ້ອງວ່າການສະພາແຫ່ງຊາດເລີ່ມສ້າງຄວາມເຂົ້າໃຈວຽກງານກຳນົດຕຳແໜ່ງ

ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ວຽກງານ​ ກຳນົດ​ຕຳ​ແໜ່ງງານ​ຫ້ອງ​ວ່າການ​ ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ ​ເລືອກ​ຕັ້ງ​ເພື່ອ​ຍົກສູງ​ພາລະ​ບົດບາດ ໜ້າທີ່​ຄວາ​ຮັບຜິດ​ຊອບ ​ແລ​ະ ຫົວຄິດ​ປະດິດ​ສ້າງ​ຂອງ​ລັດຖະກອນ​, ໃນ​ວຽກງານ​ຄຸ້ມ​ຄອງ​ ຂອງ​ລັດຖະກອນຮັບປະກັນ​ຄວາມ​ໂປ່​ງ​ໃສ​ໃນ​ການຈັດ​ຕັ້ງ

ໃນ​ການ​ປະຕິບັດ​ວຽກງານ​ໃໝ່ ​ແລະ ການ​ຮັບ​ເອົາ​ລັດຖະກອນ​ທີ່​ຍ້າຍ​ມາ​ຈາກ​ຂະ​ແໜງການ​ອື່ນ​ທີ່​ສະ​ເໜີ​ໂດຍ​ກົມ​ຈັດ​ຕັ້ງພະນັກງານ​ດ້ວຍ​ຮູບ​ການວິທີ​ການ​ຄັດ​ເລືອກ​ເອົາ​ລັດຖະກອນ​ ​ແລະ ​ເພື່ອ​ສືບ​ຕໍ່​ປັບປຸງ​ການ​ຂຽນກຳນົດ​ຕຳ​ແໜງງານ​ຂອງ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ແຕ່ລະ​ເຂດ, ສົກ​ປີ 2011-2015 ຂື້ນໃນລະຫວ່າງວັນທີ 2-4 ເມສາ ປີ 2012 ຜ່ານມານີ້,ແຂວງວຽງຈັນໂດຍການເປັນປະທານຂອງທ່ານ ດຣ ອຸ່ນແກ້ວ ວຸທິລາດ, ກຳມະການຄະນະປະຈຳ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ມີບັນດາທ່ານ ຫົວໜ້າ,ຮອງຫົວໜ້າຫ້ອງການສະພາແຫ່ງຊາດປະຈຳ ເຂດເລືອກ ຕັ້ງທົ່ວ ປະເທດ ແລະ ວິຊາການທີ່ຮັບຜິດຊອບວຽກງານຈັດຕັ້ງພະນັກງານ ແລະ ວິທະຍາກອນທີ່ຖືກເຊີນ ຈາກກະຊວງພາຍ ໃນເຂົ້າຮ່ວມ,

ກອງປະຊຸມສຳມະນາຄັ້ງນີ້ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານກົມຈັດຕັ້ງພະນັກ ງານ, ບົດແນະນຳຂອງນາຍຍົກລັດທະມົນຕີກຽວກັບການກຳນົດ ຕຳແໜ່ງ ສະບັບເລກທີ 0472/ ສນຍ ລົງວັນທີ 30 ກັນຍາ 2003, ທັງເພື່ອສືບ ຕໍ່ຂະຫຍາຍຜົນສຳເລັດກອງປະຊຸມເຝຶກອົບຮົມ ການກຳນົດ ຕຳແໜ່ງງານຄັ້ງວັນທີ 13-15 ຕຸລາ2011 ຜ່ານມາກົມຈັດຕັ້ງພະນັັກງານ ຂອງຫ້ອງວ່າ ການສະພາແຫ່ງຊາດ ແລະ ແນະນໍາຂັນຕອນວິທີ​ການ​ຂຽນຕຳ​ແໜ່ງ​ໃຫ້​ແຕ່ລະ​ເຂດ,​ລົງ​ເລິກ​ຄົ້ນຄວ້າ​ເອກະສານ​ສຳຄັນແນ​ໃສ່​ຍົກ​ລະດັບ​ຄວາມ​ຮັບ​ຮູ້​ດ້ານ​ທິດ​ສະ​ດີການ​ຂຽນ​ ​ແລະສັງ​ລວມການ​ກຳນົດ​ຕຳ​ແໜງ​ໃຫ້​ສອດຄ່ອງ​ຕາມ​ພາລະ​ບົດບາດ​ຂອງ​ອົງການ ​ແລະ ຂະ​ແໜງການ​ຢູ່ຫ້ອງ​ວ່າການປະຈຳ​ເຂດ​ເລືອກ​ຕັ້ງ​ພ້ອມ​ທັງ​ສ້າງ​ຄວາມ​ເຂົ້າ​ໃຈ​ເພີ່ມ​ວຽກງານ​ລັດຖະກອນ​ເຊິ​ງການ​ກຳ ນົດ​ຕຳ​ແໜງ​ແມ່ນ​ວຽກງານໜຶ່ງທີ່​ມີ​ຄວາມ​ສຳຄັນ​ມັນ​ຕິດ​ພັນ​ກັບ​ລະ​ດັດ​ການ​ຂະຫຍາຍຕົວ​ຂອງໜ້າທີ່​ວຽກງານ,​ກົງຈັກ​ການຈັດ​ຕັ້ງ​ໃນ​ແຕ່ລະ​ໄລຍະ,ກຳນົດ​ຕຳ​ແໜງຖືກຕ້ອງ​ເໝາະສົມ​ກັບ​ລະດັບ​ການ​ຂະຫຍາ​ຍຕົວ​ຂອງ​ກົງຈັກ,​ສອດຄ່ອງ​ກັບ​ຄວາມ​ຮູ້​ຄວາມ​ສາມາດ​ຈະ​ເປັນ​ປັດ​ໃຈ​ກະຕຸກ​ຊຸກຍູ້​ເຮັດ​ໃຫ້ການແບ່ງ​ງານຄວາມ​ຮັບຜິດຊອບຄ່ອງ​ຕົວ​ກົມກຽວຂື້ນ ປາສະຈາກ​ຄວາມ​ຊັບ​ສົນ ​ແລະ ກ້າວ​ໄປ​ເຖິງການ​ປັບປຸງ ​ແລະ​ ແກ້​ໄຂ້ສະພາບພະນັກງານ​ເທື່ອ​ລະກ້າ​ວ,ນອກຈາກ​ນີ້​ຈາກ​ການ​ສຳ​ມະ​ນາ​ໄດ້ເຮັດ​ໃຫ້​ນັກ​ສຳ​ນາກ​ອນມີ​ຄວາມ​ເປັນ​ເອກະ​ພາບ ​ແລ​ະ ​ເຂົ້າ​ໃຈ​ເລິກ​ເຊິ​ງກວ່າ​ເກົ່າ​ຕໍ່​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ກ່ຽວກັບກາ​ນກຳນົດ ​ແລະ ການ​ຂຽນຕຳ​ແໜງງານ ​ເຊິ່ງຈະ​ຊ່ວຍ​ໃຫ້ການ​ກຳນົດ​ພາລະ​ບົດບາດ,ສິດ ​ແລະ ໜ້າທີ່​ແຕ່​ລະ​ຕຳ​ແໜງງານ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດມີ​ຄວາມ​ກຈະ​ແຈ້ງ,​ຮັດກຸມ​ກວ່າ​ເກົ່າ​ເຊິ​ງຈະ​ເຮັດ​ໃຫ້ການ​ປະຕິບັດ​ພາລະ​ບົດບາດ ​ເປັນ​ເສນາ​ທິກາ​ນ​ໃຫ້​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ກໍ່​ຄືສະພາ​ແຫ່ງ​ຊາດ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ

.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: