ເນື່ອງໃນໂອກາດປີໃຫມ່ທີ່ຈະມາເຖິງນີ້ໃນວັນທີ 9 ເມສາ 2012 ທີ່ສະພາແຫ່ງ ຊາດ, ຫລາຍພາກສ່ວນໄດ້ ນຳກະຕ່າດອກໄມ້ເຂົ້າອວຍພອນ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດເຊັ່ນ: ສູນກາງສະຫະ ພັນແມ່ຍິງນຳໂດຍ ທ່ານ ນາງສີໃສ ລືເດດມູນສອນ ປະທານສູນກາງສະຫະພັນແມ່ຍິງລາວ,
ສານປະຊາຊົນສູງສຸດ ນຳໂດຍ ທ່ານ ຄຳພັນສິດທິດຳພາ ປະທານສານປະຊາຊົນສູງສຸດ, ສະຖານທູດຫວຽດ ນາມປະຈຳລາວໂດຍແມ່ນ ທ່ານ ຕະມິງເຈົາ ເອກອັກຄະ ລັດຖະທູດຫວຽດນາມປະຈຳລາວ ແລະເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ ໂດຍແມ່ນ ທ່ານ ດຣ. ວິໄລ ວົງບຸດດາຄຳ ເລຂາຄະນະ ບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ,ໄອຍະການປະຊາຊົນສູງສຸດນຳໂດຍ ທ່ານລັງສີ ສີບຸນເຮືອງ ຮອງປະທານໄອຍະການປະຊາຊົນສູງສຸດ,ທະນາຄານແຫ່ງສປປລາວນຳໂດຍ ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປລາວ, ກະຊວງ ພາຍໃນນຳໂດຍທ່ານ ຄຳປານ ພິລາວົງ ລັດຖະມົນຕີວ່າການ ກະຊວງພາຍໃນ, ລັດວິສາຫະກິດ ພັດທະນາກະສິກຳ(ໂຮງງານຊີມັງວັງວຽງ)ນຳໂດຍທ່ານ ບຸນແປນ ບົວພັນ ປະທານລັດວິສາຫະກິດພັດທະນາກະສິກຳ.
| < ຖອຍຫຼັງ | ຕໍ່ໄປ > |
|---|















