ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ທ່ານນາງ ປານີ ຢາທໍ່ຕູ້ ຕ້ອນຮັບຄະນະຜູ້ແທນລັດຖະສະພາອິດສະຣາມ ອີຣານ

ວັນທີ 18 ເມສາ 2012 ທີ່ສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ ຊາດຸນລາ ນາຊິ ຈິດາດ ສະມາຊິກສະພາອິດສະຣາມອີຣານ ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມ ຍິນດີຕ້ອນຮັບ

ທ່ານ ຊາດຸນລາ ນາຊິຈິດາດ ພ້ອມ ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ຮັດແຫນ້ນສາຍ ພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສາທາລະນະລັດອິດສະຣາມອີຣານໂດຍສະ ເພາະກໍ່ຄືການຮ່ວມ ມືຂອງສອງ ສະພາແຫ່ງ ຊາດກັບລັດຖສະພາອິດສະຣາມອີຣານໃຫ້ນັບມື້ເຕີບໃຫຍ່ຂະຫຍາຍ ຕົວຂຶ້ນເປັນລຳດັບ. ການເດີນທາງມາ ສປປ ລາວ ຂອງທ່ານ ຊາດຸນລາ ນາຊິຈິດາດ ຄັ້ງນີ້ແມ່ນເພື່ອນຳເອົາຈົດຫມາຍເຊີນ ຂອງທ່ານ ອາຣີ ຊານີ ປະທານລັດຖະສະພາຂອງປະເທດສາ ທາລະນະລັດອິດສະຣາມ ອີຣານ ມອບໃຫ້ທ່ານນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດເພື່ອເຂົ້າ ຮ່ວມກອງປະຊຸມຄັ້ງທີ II ຂອງລັດຖະສະພາອາຊີ-ປາຊີຟິກ ເພື່ອການສຶກສາ

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: