ກອງປະຊຸມ “ສາຍພົວພັນຮ່ວມມືສະພາແຫ່ງຊາດ ລາວ-ຫວຽດນາມ, ຄວາມສາມັກຄີມິດຕະ ພາບ” ດຳເນີນເປັນ ເວລາໜຶ່ງວັນເຕັມ, ທີ່ແຂວງເຊິນລາ ສສ ຫວຽດນາມ ໂດຍມີທ່ານ ຫງວຽນ ຊິງ ຮຸ່ງ ກຳມະການກົມການເມືອງ ສູນກາງ ພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມ ການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ມີບັນດາການນຳ ພັກ-ລັດ,ສະພາແຫ່ງຊາດ, ການນຳຂະແໜງການສູນກາງ ແລະ ທ້ອງຖິ່ນບັນດາທ່ານ
ການນຳປະຕິວັດອາວຸໂສ ຫວຽດນາມ-ລາວ ແລະ ສື່ມວນຊົນ ລາວ-ຫວຽດນາມ ເຂົ້າຮ່ວມ. ກອງປະຊຸມບັນດາຜູ້ແທນ ລາວ-ຫວຽດນາມ ໄດ້ເປັນເອກະພາບຖືເປັນກອງປະຊຸມ ໜຶ່ງທີ່ມີ ຄວາມໝາຍສຳຄັນ ເປັນພິເສດ ເພາະເປັນກິດຈະກຳໜຶ່ງເພື່ອຂ່ຳນັບຮັບຕ້ອນປີສາມັກຄີ, ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ສະເຫລີມສະຫລອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ 35 ປີວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ທັງເປັນໂອກາດ ທົບທວນຄືນມູນເຊື້ອແຫ່ງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ທີ່ປະທານ ໂຮ່ ຈິ ມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ທີ່ ເຄົາລົບຮັກເປັນຜູ້ກໍ່ຕັ້ງ. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດກ່າວວ່າ: ບັນດາຜູ້ແທນທີ່ ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄວາມເຫັນ ຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເຕັມໄປດ້ວຍບັນຍາກາດແຫ່ງ ມິດຈິດມິດໃຈຖານເພື່ອນມິດສະຫາຍ, ກອງປະຊຸມໄດ້ຕີລາຄາ ໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງສະພາ ແຫ່ງຊາດໃນໄລຍະ ຜ່ານມາ, ທັງສອງຝ່າຍໄດ້ສະເໜີມາດຕະການ, ກົນໄກ ແລະ ຮູບການຮ່ວມມືໃນ ຕໍ່ໜ້າ, ກໍ່ຄືການເບິ່ງຄືນບັນດານິຕິກຳທີ່ ມີແລ້ວ ເພື່ອປັບປຸງໃຫ້ສອດຄ່ອງກັບ ເງື່ອນໄຂຕົວຈິງໃນການ ຊຸກຍູ້ການຮ່ວມມື, ການຄ້າ, ການລົງທຶນລະຫວ່າງສອງ ປະເທດໃຫ້ນັບມື້ນັບດີຂຶ້ນໃນເງື່ອນໄຂທີ່ສອງປະ ເທດພວມເຊື່ອມໂຍງກັບສາກົນທີ່ມີການຜັນແປຢ່າງໄວວາ ແລະ ສະຫລັບຊັບຊ້ອນຂອງສະພາບການ ພາກພື້ນ ແລະ ສາກົນ ໃນປະຈຸບັນມັນຮຽກຮ້ອງໃຫ້ພວກເຮົາ ຈົ່ງໄດ້ພ້ອມກັນເພີ່ມທະວີໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ໂດຍສະເພາະໄວໜຸ່ມຂອງແຕ່ລະປະເທດດ້ວຍຫລາຍວິທີ, ຫລາຍຮູບການເພື່ອ ສ້າງຄວາມຮັບຮູ້ ຄວາມຮັບຜິດຊອບ ໃນການສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອສາຍພົວພັນ ທີ່ບໍລິສຸດຜຸດຜ່ອງ, ພິເສດ, ເຫລື້ອມໃສ, ຫາຍາກໃນການພົວພັນສາກົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ຫມັ້ນຄົງຂະໜົງແກ່ນຊົ່ວກາລະນານ. ປະທານສະພາແຫ່ງຊາດ ສປປ ລາວ ກ່າວວ່າ: ໃນໂອ ກາດອັນສະຫງ່າລາສີ ແລະ ມີຄວາມໝາຍປະຫວັດສາດນີ້, ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ອີກເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນລ້ຳຄ່າແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ແລະ ຂໍອວຍພອນໃຫ້ປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູ ນິດຫວຽດນາມ ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນພາລະກິດສ້າງສາ ແລະ ປົກປັກຮັກ ສາປະເທດຊາດສັງຄົມນິຍົມ, ປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມປະກົດຜົນເປັນຈິງ. ຂໍຂອບໃຈຢ່າງຈິງໃຈຕໍ່ສະ ພາແຫ່ງຊາດຫວຽດນາມ ແລະ ແຂວງເຊິນລາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນສະໜິດສະໜົມ ແລະ ໄດ້ຈັດກອງປະຊຸມຄັ້ງນີ້ ຂໍຂອບ ໃຈນຳທຸກພາກສ່ວນທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນ ສຳເລັດຂອງກອງປະຊຸມ ຄັ້ງນີ້, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະໂຄສະນາສູນກາງພັກຈະໄດ້ປະສານສົມທົບກັນ ເພື່ອນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງແຕ່ລະພາກສ່ວນ ປະກອບສ່ວນເຂົ້າໃນ ການສະເຫລີມສະຫລອງ ປີສາມັກຄີ ມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2012 ໃຫ້ມີຊີວິດຊີວາ ແລະ ເກີດຜົນເປັນຈິງ. ວາລະກອງປະຊຸມບັນດາຜູ້ແທນຍັງໄດ້ໄປຢ້ຽມຊົມຫໍພິພິທະພັນແຂວງ ເຮືອນຄຸກເຊິນລາ ແລະ ຢ້ຽມຢາມ ບ້ານນານຕາແສງຫົວຮານ ແລະ ເຂົ້າຮ່ວມຊົມ ແລະ ພົບປະແລກປ່ຽນສິລະປະວັດ ທະນະທຳ “ຫວນ ໄປຫາບ່ອນກຳເນີດສາຍພົວພັນສາມັກຄີຫວຽດ-ລາວ”.
| < ຖອຍຫຼັງ | ຕໍ່ໄປ > |
|---|












