ທ່ານ ດຣ . ໄຊສົມພອນ ພົມວິຫານ , ຮອງປະທານສະພາແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງທ່ານ ດິ້ງຕຽນຢຸງ, ຫົວໜ້າອົງ ການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ຄະນະ ໃນວັນທີ 27 ເມສາ 2012 ນີ້ ຢູ່ທີ່ສະພາແຫ່ງຊາດ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 25-27 ເມສາ 2012
ຕາມຄຳເຊີນຂອງທ່ານ ດຣ . ບົວສີ ລໍວັນໄຊ , ປະທານອົງການກວດສອບແຫ່ງລັດ ສປປ ລາວ .ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບຄະນະຜູ້ແທນອົງການ ກວດສອບແຫ່ງລັດ ສປປ ລາວ ຂອງ ທ່ານຫົວໜ້າອົງການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພັວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ໂດຍສະເພາະ ແມ່ນການ ພົວພັນຮ່ວມມື ລະຫວ່າງ ສອງອົງການ ກວດສອບແຫ່ງລັດ ລາວ - ຫວຽດນາມ
| < ຖອຍຫຼັງ | ຕໍ່ໄປ > |
|---|














