
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາແບວ ອານ ດາແຄວ (Nabeel Dakbeel ) ເອກອັກຄາລັດສະທູດວິສາມັນຜູ້ມີອຳນາດເຕັມກູເວດຄົນໃໝ່ ປະຈຳລາວໃນວັນທີ 10 ພຶດສະພານີ້ ຢູ່ຫ້ອງຮັບແຂກ ສະພາແຫ່ງຊາດ.
ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍີນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສຸູງຕໍ່ການມາດຳລົງຕຳແໜງອັນມີກຽດຂອງທູດ ກູເວດ ຄົນໃໝ່ພ້ອມທັງສະແດງຄວາມເຫັນວ່າ: ການມາປະຕິບັດໜ້າທີ່ຂອງທ່ານຈະເປັນການປະກອບສ່ວນສຳຄັນເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ລາວ- ກູເວດ ໃຫ້ນັບມືແໜ້ນແຟ້ນຫຍິ່ງຂື້ນທັງໄດ້ອວຍພອນຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ.
ສປປ ລາວ ແລະ ກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 14 ກໍລະກົດ 2008 ຜ່ານມາ ລັດກູເວດໄດ້ໃຫ້ເງິນຊ່ວຍເຫຼືອລ້າ 6 ລ້ານໂດລ້າສະຫາລັດເພື່ອບູລະນະສະພາແຫ່ງຊາດ ແລະ ປຸກສ້າງເຮືອນຮັບແຂກລັດທະບານ ແລະ ໄດ້ເງິນກູ້ຢືມ 7.350.000 ດີນາ ( ສະກຸນເງິນກູເວດ ) ຫຼື ປະປະມາ 223.213 ຕື້ກີບເພື່ອນຳໃຊ້ເຂົ້າໃນໂຄງການສ້າງສາຍສົ່ງໄຟຟ້າ 115K ( ນໍ້າທຸງ-ຫຼວງນໍ້າທາ-ນາໝໍ້ ).ແລະ ໃນວັນດຽວກັນກໍ່ໄດ້ຕ້ອນຮັບ ທ່ານ ມິນຟາມຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ້ຕູ້ ກໍ່ໄດ້ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ທ່ານ ນາເບວ ອານ ດາເຄວ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ແລະ ທ່ານ ມິນຟາມ ຜູ້ຕາງໜ້າອົງການ ສປຊ ແລະ ຫວັງຢ່າງຫຍິ່ງວ່າການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ບັນດາປະເທດເຫຼົ້ານັ້ນ ຈະນັບມື້ໄດ້ຮັບການເສີມຂະຫຍາຍໃນທາງທີ່ດີຂື້ນເລື້ອຍໆ.
| < ຖອຍຫຼັງ | ຕໍ່ໄປ > |
|---|













