ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນກຽດ ຕ້ອນຮັບທ່ານ ດີ ອົດຊູຣັນ (D.odsuran) ຫົວໜ້າຫ້ອງການ ຂອງບັນດາກຳມາທິ ການປະຈຳສະພາຄູຣານໃຫຍ່ ແຫ່ງປະເທດມົງໂກນ ພ້ອມ ຄະນະໃນວັນທີ 21 ພຶດສະພາ 2012 ທີ່ ຫ້ອງວ່າການສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ໂອກາດເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ເປັນເວລາ 6 ວັນ. ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ
ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລາວ ຂອງຄະນະ ຜູ້ແທນສະພາຄູຣານ ໃຫຍ່ມົງໂກນໃນ ຄັ້ງນີ້, ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດກໍ່ຄື ສອງສະພາ ລາວ-ມົງໂກນ ໃຫ້ດີຂຶ້ນເລື້ອຍໆ. ພ້ອມດຽວກັນກໍ່ໄດ້ຢ້ຳໃຫ້ຄະນະຜູ້ແທນມົງໂກນ-ລາວ ຈົ່ງ ຮ່ວມກັນແລກປ່ຽນ ແລະ ຖອດຖອນບົດຮຽນດ້ານວິຊາການດ້ວຍບັນຍາກາດມິດຕະພາບ ແລະ ມີຜົນສຳເລັດອັນຈົບງາມ. ທ່ານຫົວໜ້າຫ້ອງການ ຂອງບັນດາກຳມາທິການ ປະຈຳສະພາຄູຣານແຫ່ງ ປະເທດມົງໂກນກໍ່ໄດ້ສະແດງຄວາມຂອບ ໃຈຕໍ່ທ່ານຮອງປະທານສະພາແຫ່ງຊາດລາວ ພ້ອມທັງຊີ້ ແຈງຈຸດປະສົງ ແລະ ແຜນການຢ້ຽມຢາມລາວໃນຄັ້ງນີ້ ຊຶ່ງໄດ້ມີການ ພົບປະເຮັດວຽກກັບ ຄະນະຜູ້ແທນຫ້ອງວ່າການສະພາແຫ່ງຊາດລາວ ແລະ ຈະມີການຢ້ຽມຢາມພື້ນຖານ ການຜະລິດ ເສດ ຖະກິດ ແລະ ວັດທະນະທຳໃນນະຄອນຫລວງວຽງຈັນ ແລະ ແຂວງຈຳປາສັກ. ການຢ້ຽມຢາມຄັ້ງນີ້ເປັນການ ແລກປ່ຽນ ຄະນະຜູ້ແທນສອງສະພາ ລາວ-ມົງໂກນ ໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່, ເປັນການ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເຮັດໜ້າທີ່ເປັນເສນາທິການ ໃຫ້ແກ່ພາກສ່ວນຕ່າງໆ ຂອງສະພາແຫ່ງຊາດທັງສອງປະເທດຢ່າງມີປະສິດທິພາບ.
| < ຖອຍຫຼັງ | ຕໍ່ໄປ > |
|---|












