ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ສະພາລາວ-ໄທ ແລກປ່ຽນບົດຮຽນການເຂົ້າສູ່ປະຊາຄົມອາຊຽນ

ທ່ານ ດຣ. ອຸ່ນແກ້ວ ວຸດທິລາດ, ຄະນະປະຈຳ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດລາວ, ປະທານຄະ ນະສະມາຄົມມິດຕະພາບ ລັດຖະສະພາ ລາວ-ໄທ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ພົນ ຕຳຫລວດ ໂທພິໄຊ ສຸນທອນສັດຈະບູນ, ສະມາຊິກວຸດທິສະພາ ແຂວງ ອຸດອນທານີ, ປະທານ ກຸ່ມມິດ ຕະພາບສະມາຊິກລັດຖະສະພາ ໄທ-ລາວ, ປະທານ ທີ່ປຶກສາກຳມາທິການຍຸຕິທຳ ແລະ ຕຳຫລວດ,

ກຳມາທິການ ຄະນະກຳມາທິການກະເສດ ແລະ ສະຫະກອນ ຣາຊະອາ ນາຈັກໄທ ພ້ອມຄະນະ ໃນວັນທີ 2 ມີຖຸນາ 2012, ທີ່ ສະພາແຫ່ງຊາດນະຄອນຫລວງວຽງຈັນ.ການພົບປະຄັ້ງນີ້ ສອງຝ່າຍໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບບາງປະເດັນສຳຄັນ ເປັນຕົ້ນ: ບົດ ບາດຂອງແມ່ຍິງລາວ ໃນການປະກອບ ສ່ວນທາງການ ເມືອງ, ຄວາມພ້ອມຂອງ ສປປ ລາວ ໃນ ການເຂົ້າສູ່ ປະຊາຄົມອາຊຽນ ໃນປີ 2015, ສະເໜີ ການບັນຍາຍສະຫລຸບ ກ່ຽວກັບລະບົບລັດຖະສະພາຂອງ ສປປ ລາວ ແລະ ບົດລາຍຜົນສຳເລັດຂອງການພົບປະ ເພື່ອລາຍງານການນຳສະພາແຫ່ງຊາດ. ທັງນີ້ ແນໃສ່ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງານ ແລະ ຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະ ບານ ແລະ ປະຊາຊົນສອງຊາດ ໂດຍສະເພາະ ສອງສະພາ ລາວ-ໄທ ໃຫ້ດີຂຶ້ນ./.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: