ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ປະທານກຳມາທິການຕ່າງປະເທດຕ້ອນຮັບ ຄະນະສຶກສານະໂຍບາຍ ການຕ່າງປະເທດ ມາເລເຊຍ

ທ່ານ ດຣ. ກຸແກ້ວ ອັກຄະມົນຕີ, ປະທານກຳມາທິການການຕ່າງປະເທດ, ສະ ພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ຄະນະສຶກສານະໂຍ ບາຍການຕ່າງປະເທດແຫ່ງ ມາເລເຊຍ ນຳໂດຍ ທ່ານ ດາໂຕ ໂມຮາເມດ ຣີດຊວນ ໂມຮາເມດ ກູດເຊນ (Dato Mohamed Ridzuen Mohamed Kushain) ໃນວັນທີ 06 ມິຖຸນາ 2012 ທີ່ຫໍສະພາແຫ່ງຊາດ, ນະຄອນ ຫລວງວຽງຈັນ.

ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີ່ນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 04-07 ມິຖຸນາ 2012.ທ່ານ ປະທານກຳມາທິການການຕ່າງປະເທດ, ສະພາ ແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນ ຮັບຕໍ່ຄະນະສຶກສານະໂຍບາຍການຕ່າງປະເທດ ມາເລເຊຍ, ຊຶ່ງການຢ້ຽມ ຢາມຄັ້ງນີ້ ເປັນການປະກອບສ່ວນ ເຂົ້າໃນການເພີ່ມທະວີການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໂດຍສະເພາະ ແມ່ນລະຫວ່າງ ກຳມາທິການຕ່າງປະເທດ ສະພາແຫ່ງຊາດລາວ ແລະ ຄະນະສຶກສານະໂຍບາຍການຕ່າງ ປະເທດ ມາເລເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.ໃນການຢ້ຽມຢາມດັ່ງກ່າວ ທາງຄະນະສຶກສານະໂຍບາຍການຕ່າງປະເທດ ມາເລເຊຍ ແລະ ທ່ານ ປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ ລາວ ຕ່າງກໍໄດ້ແຈ້ງສະພາບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນຂົງເຂດຂອງຕົນໃຫ້ກັນຊາບ ແລະ ກໍເປັນໂອກາດອັນດີໃຫ້ແກ່ສອງຝ່າຍໄດ້ ແລກ ປ່ຽນບົດຮຽນ ແລະ ປະສົບການເຊິ່ງກັນ ແລະ ກັນກ່ຽວກັບການປະຕິບັດໜ້າທີ່ຂອງຕົນ./.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: