ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ຄະນະປະຈຳສະພາແຫ່ງຊາດພິຈາລະນາວຽກງານຂອງຊາດປະຈຳ ເດຶອນ ມິຖຸນາ

ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ປະຈຳ​ເດຶອ​ນມິຖຸນາ 2012 ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ມິຖຸນາ 2012 ນີ້ ທີ່ຫໍສະພາແຫ່ງຊາດ ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ເພື່ອປຶກສາ​ຫາລື​ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ ງົບປະມານ​ ແຫ່ງ​ລັດ ສົກ​ປີ 2012-2013 ແລະ ພິຈາລະນາ​ ຮັບຮອງ​ລັດຖະບັນຍັດ​ວ່າ​ດ້ວຍ​

ຄ່າ​ທຳນຽມ ​ແລະ ​ບໍລິການ.ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການລາຍ​ງານ​ຄືນ ແລະ ການສະ​ເໜີ​ພິຈາລະນາ ຣັບຮອງ​ເອົາ​ການ​ໂອນ​ຮຸ້ນ ຂອງ​ລັດ​ວິ​ສະຫະ​ກິດ​ໄຟຟ້າ​ລາວ, ລາຍ​ງານ​ຄືນ​ການ​ກວດກາ ​ບັນຫາ​ທີ່​ດິນ ແລະ ລາຍ​ງານ​ຄືນ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ ​ສົກ​ງົບປະມານ 2009-2010. ພ້ອມນີ້​ ຍັງ​ໄດ້​ພິຈາລະນາ​ວຽກ​ງານ​ບຸກຄະລາ​ກອນ ​ຂອງ​ເຂດ​ເລືອກ​ຕັ້ງ ຈຳນວນ​ໜຶ່ງ.ກອງ​ປະຊຸມ​ຍັງໄດ້​ຜ່ານ​ບົດ​ລາຍ​ງານ ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ກ່ຽວກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແຕ່​ກອງ​ປະຊຸມ ສະພາ​ແຫ່ງ​ຊາດ​ ຄັ້ງປະຖົມ​ມະລືກ ​ຫາ ກ​ອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ ​3 ຂອງສະພາແຫ່ງຊາດ ຊຸ​ດທີ VII ຜ່ານ​ມາ./.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: