ໃນໂອກາດຂຶ້ນໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນການດຳເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ເມື່ອວັນທີ 25 ມິຖຸນາ 2012 ທ່ານ ພູເພັດ ຄຳພູນວົງ, ລັດຖະມົນຕີວ່າການກະຊວງ ການເງິນ ໄດ້ຕາງໜ້າໃຫ້ລັດຖະບານ ຊີ້ແຈງຕໍ່ຂໍ້ຊັກຖາມທີ່ວ່າ: ລັດຖະບານຈະມີມາດຕະການແນວໃດ ເພື່ອຮັບປະກັນ ການເພີ່ມຂຶ້ນຂອງ ລາຍຮັບພາຍໃນໃຫ້ໄດ້ 18,50% ຂອງ GDP.
ຕໍ່ກັບການຊີ້ແຈງບັນຫາດັ່ງກ່າວ ທ່ານລັດຖະມົນຕີກະຊວງການເງິນ ໄດ້ຢືນຢັນ ວ່າມີຫລາຍມາດຕະການທີ່ມີປະສິດທິຜົນໃນ ການປະຕິບັດ ພ້ອມຢືນຢັນຈະປະຕິບັດມາດຕະການທີ່ກຳນົດໄວ້ໃຫ້ ປະກົດຜົນເປັນຈິງ.ກ່ອນອື່ນໝົດຈະເພີ່ມທະວີ ການສຶກສາອົບຮົມ, ພະນັກງານ, ເຈົ້າໜ້າທີ່ໃນຂະແໜງລາຍຮັບໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໄປພ້ອມກັບການ ສຶກສາອົບຮົມ ໃຫ້ສັງຄົມ ຍົກສູງສະຕິປະຕິບັດພັນທະຕໍ່ລັດຢ່າງຕໍ່ ເນື່ອງກວ້າງຂວາງຄຽງຄູ່ກັບການເພີ່ມທະວີ ການເກັບ ລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາດ້ວຍການປະຕິບັດບາງມາດຕະການຄື: ຈະດຳເນີນການກວດກາ, ຄຸ້ມຄອງຫົວ ໜ່ວຍທີ່ເປັນພື້ນຖານຂອງລາຍຮັບຢ່າງທົ່ວເຖິງ ໂດຍສະເພາະແມ່ນຢູ່ນະຄອນຫລວງວຽງຈັນ ແລະ ບັນດາຕົວເມືອງໃຫຍ່ໆ, ພ້ອມທັງ ປັບປຸງກົນໄກການເກັບລາຍຮັບໃຫ້ມີ ຄວາມສະດວກສະບາຍ ແລະ ໂປ່ງໃສ, ຈຳກັດການເກັບລາຍຮັບເປັນເງິນສົດ, ເປີດກວ້າງການເກັບລາຍຮັບຜ່ານທະນາຄານ ເພື່ອສະກັດກັ້ນການຕົກເຮ່ຍເສຍຫາຍ ແລະ ຈະທົດ ລອງການນຳໃຊ້ ໃບບິນເກັບເງິນສວຍສາອາກອນທີ່ມີລາງວັນ ຊຶ່ງເບື້ອງຕົ້ນຈະປະຕິບັດຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ໃຫ້ ຜູ້ບໍລິໂພກ, ຜູ້ຊື້ສິນຄ້າ, ຜູ້ໃຊ້ບໍລິການມີ ຄວາມຕ້ອງການໃບເກັບເງິນ ຊຶ່ງຈະເປັນພື້ນຖານການຄິດໄລ່ໃນການ ເກັບອາກອນໄດ້ຢ່າງ ຊັດເຈນຂຶ້ນກວ່າເກົ່າ. ພ້ອມນີ້ຈະຮີບຮ້ອນຄົ້ນຄວ້າ ນຳສະເໜີລັດຖະບານອອກດຳລັດວ່າ ດ້ວຍການຫັນຊັບສິນເປັນທຶນ ເພື່ອຫລຸດຄົ້ນລາຍຮັບຈາກທີ່ດິນ ແລະ ສິ່ງປຸກສ້າງຂອງລັດ ທັງຮັບປະກັນການ ຄຸ້ມຄອງລາຍຮັບດັ່ງກ່າວຢ່າງລວມສູນ ແລະ ເຂົ້າໃນງົບປະມານ ຢ່າງຄົບຖ້ວນ, ຄຽງຄູ່ກັບການຫັນຂະແໜງພາສີ ແລະ ສວຍສາອາກອນ ເປັນລະບົບທັນສະໄໝ ເພື່ອແນໃສ່ ຊຸກຍູ້ໃຫ້ຜູ້ປະກອບການ ແລະ ພົນລະເມືອງລາວ ທຸກຄົນມີຄວາມ ເພີ່ງພໍໃຈຕໍ່ການບໍລິການ ແລະ ຕື່ນຕົວ ໃນການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ. ອີກມາດຕະການໜຶ່ງ ແມ່ນຈະຂຸດຄົ້ນລາຍຮັບວິຊາການ ໃຫ້ໄດ້ຕາມຄາດ ໝາຍທີ່ກຳນົດໄວ້ ໃນແຜນງົບປະມານແຫ່ງລັດ ສົກປີ 2012-2013 ແມ່ນ 330 ຕື້, ຊຶ່ງກ່ອນອື່ນຈະໄດ້ສົມທົບກັບ ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າຄິດໄລ່, ກຳນົດແຜນການ ລາຍຮັບ-ລາຍຈ່າຍ ວິຊາການຢ່າງ ຄົບຖ້ວນ, ຖືກຕ້ອງ ຕາມຄວາມສາມາດຕົວຈິງຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການປະຕິບັດ ລາຍຮັບ-ລາຍຈ່າຍ ວິຊາ ການມີການລວມສູນໃນງົບປະມານ ໂດຍຈະເລັ່ງມືປັບປຸງລະບົບບັນຊີຂອງແຕ່ລະຂະແໜງການ ໃນຫົວໜ່ວຍງົບປະມານ ໃຫ້ມີຄວາມຖືກຕ້ອງຕາມລະບົບການບັນຊີຂອງລັດ, ໃຫ້ມີຄວາມຊັດເຈນ, ທັນເວລາ ແລະ ມີຄວາມໂປ່ງໃສ ຄຽງຄູ່ກັບການປັບປຸງກົນໄກການບໍລິການຂອງ ຄັງເງິນແຫ່ງຊາດ ໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ, ຫລຸດຜ່ອນຂັ້ນ ຕອນທີ່ບໍ່ຈຳເປັນ ແນໃສ່ເຮັດໃຫ້ການບໍລິການສະດວກສະບາຍ ແລະ ເພື່ອຮັບປະກັນໃຫ້ການໃຊ້ຈ່າຍທີ່ຈຳເປັນຮີບດ່ວນ ຂອງບັນດາຫົວໜ່ວຍງົບປະມານ ກະຊວງການເງິນ ຈະສົມທົບກັບພາກສ່ວນດັ່ງກ່າວ ກຳນົດເງິນສົດຄ້າງຄັງ ຂອງແຕ່ລະອົງ ການເພື່ອນຳໃຊ້ແກ້ໄຂບັນຫາທີ່ຈຳເປັນ ດ່ວນຮີບດ່ວນ. ພ້ອມນີ້ ຍັງຈະຮີບຮ້ອນ ຄົ້ນຄວ້າ, ກຳນົດນິຕິກຳ, ກົນໄກ ການແບ່ງຂັ້ນຄຸ້ມຄອງ ລາຍຮັບ-ລາຍຈ່າຍງົບປະມານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ເພີ່ມພະນັກໃຫ້ທ້ອງຖິ່ນ ໂດຍສະເພາະແມ່ນຂັ້ນເມືອງ ເປັນຜູ້ຮັບຜິດຊອບຫລາຍຂຶ້ນ ຄຽງຄູ່ກັບການ ກຳນົດລະບຽບ ການເກັບລາຍຮັບຂອງຂະ ແໜງການ ແລະ ທ້ອງຖິ່ນ ໃຫ້ມີຄວາມລະອຽດ, ຈະແຈ້ງເປັນຕົ້ນແມ່ນການປະຕິບັດ ນະໂຍບາຍກ່ຽວກັບ ການອະນຸຍາດໃຫ້ ທ້ອງຖິ່ນ ສາມາດນຳໃຊ້ລາຍຮັບເກີນແຜນໂດຍບໍ່ລໍຖ້າການສະຫລຸບຂາດຕົວ ຊຶ່ງຈະເປັນກົນໄກຊຸກຍູ້ໃຫ້ທ້ອງຖິ່ນ ມີຄວາມຮັບຜິດຊອບ ຫລາຍຂຶ້ນ ຕໍ່ການຂຸດຄົ້ນລາຍຮັບ ເຂົ້າງົບປະມານ ແລະ ຈະແບ່ງປັນເງິນພາສີທີ່ເກັບໄດ້ ຢູ່ຕາມດ່ານ ໃຫ້ທ້ອງຖິ່ນນຳໃຊ້ ເພື່ອເພີ່ມຄວາມຄວາມຮັບຜິດຕິດຕາມ, ກວດກາ, ການເກັບລາຍຮັບ ຢູ່ທ້ອງຖິ່ນໃຫ້ສູງຂຶ້ນ. ພ້ອມນີ້ ທ່ານລັດຖະມົນຕີວ່າການກະຊວງການເງິນຍັງຢືນຢັນວ່າ ການປະຕິບັດມາດຕະການ ດັ່ງກ່າວຢ່າງເຂັ້ມງວດ ການເກັບລາຍ ຮັບພາຍໃນໃຫ້ເພີ່ມຂຶ້ນ ຢູ່ໃນລະດັບ 18,50% ຂອງ GDP ແມ່ນມີຄວາມ ເປັນໄປໄດ້ສູງ./.
| < ຖອຍຫຼັງ | ຕໍ່ໄປ > |
|---|













