ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ສະພາແຫ່ງຊາດຮັບຮອງການເລືອກຕັ້ງປະທານອົງການກວດສອບແຫ່ງລັດ

ວັນທີ 27/6/2012 ເຊິ່ງເປັນມື້ທີ 6 ຂອງກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະ ພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມ ໃສ່ຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງກົງ ໄປກົງມາ ຕໍ່ບົດລາຍງານຂອງ ອົງການກວດສອບແຫ່ງລັດເປັນເວລາ 1  ວັນເຄິ່ງ, ພາຍຫລັງປະທານອົງການ ກວດສອບແຫ່ງລັດ ຜູ້ເກົ່າຫມົດວາລະ ແລະ ກ່າວລາຫນ້າທີ່ແລ້ວ ສະພາແຫ່ງ ຊາດ ກໍ່ໄດ້ຜ່ານມາດຖານເງື່ອນໄຂ ປະທານອົງການກວດສອບ ແຫ່ງລັດ

ແລະ ລົງຄະແນນສຽງຮັບຮອງການເລືອກຕັ້ງ ທ່ານ ດຣ. ນາງ ວຽງທອງ ສີພັນດອນ ເປັນປະທານອົງການກວດສອບແຫ່ງລັດ ຜູ້ໃຫມ່. ຕໍ່ມາໃນຕອນແລງຂອງວັນດຽວກັນ, ກອງປະຊຸມ ສະພາ ກໍ່ໄດ້ສືບ ຕໍ່ຮັບຟັງບົດລາຍງານຂອງຫົວຫນ້າ ອົງການ ໄອຍະການປະຊາຊົນສູງສຸດ; ບົດລາຍງານຂອງ ທ່ານປະທານ ສານປະຊາຊົນສູງສຸດ ແລະ ບົດລາຍງານຂອງກະຊວງຍຸຕິທຳ ກ່ຽວກັບວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເຊິ່ງບົດລາຍງານຂອງອົງການ ໄອຍະການປະຊາຊົນ ສູງສຸດ ໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ສົກປີ 2011-2012, ທິດທາງຫນ້າທີ່, ວຽກງານຈຸດສຸມຕົ້ນ ຕໍສົກປີ 2012-2013 ແລະ ບາງຂໍ້ສະເຫນີຕໍ່ກອງປະຊຸມ; ບົດລາຍງານຂອງສານປະຊາຊົນສູງສຸດ ໄດ້ຕີລາຄາສະພາບ ການຈັດຕັ້ງປະຕິບັດ ແລະ ການເຄື່ອນ ໄຫວຂອງສານໃນ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ຫນ້າ ແລະ ບົດລາຍງານຂອງກະຊວງຍຸຕິທຳໄດ້ສັງເກດ ຕີລາຄາສະ ພາບການ ຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນໄລຍະ 8 ເດືອນຜ່ານມາ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງຄາດໝາຍ ສູ້ຊົນວຽກງານຈຸດສຸມມາດຕະການຈັດຕັ້ງປະຕິບັດ ແລະ ຂໍ້ສະເໜີຈຳນວນຫນຶ່ງຕໍ່ກອງປະຊຸມສະພາແຫ່ງຊາດ.

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: