ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 7 ເປັນມື້ທີ 10 ໃນວັນທີ 3 ກໍລະກົດ 2012 ໄດ້ເຂົ້າສູ່ວາລະການຄົ້ນຄວ້າ ພິຈາລະນາ ການປັບປຸງກົດໝາຍ ວ່າດວ້ຍການດຳເນີນຄະດີແພ່ງ ຊຶ່ງສະ ເໜີໂດຍ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາ ຊົນສູງສຸດ, ໂອກາດນີ້ ຮອງປະທານສະພາແຫ່ງຊາດ ທ່ານ ສົມພັນ ແພງຄຳມີ ໄດ້ກ່າວຢ້ຳໃຫ້ ບັນດາ ສະມາຊິກສະພາແຫ່ງຊາດ ເອົາໃຈໃສ່ປະກອບຄຳຄິດຄຳເຫັນ ກ່ຽວກັບເນື້ອໃນ
ສຳຄັນຂອງແຕ່ລະມາດຕາໃຫ້ຮັດກຸມ,ຄົບຖ້ວນ ແລະສອດຄອງກັບສະພາບຕົວ ຈິງ ທັງນຳໃຊ້ໄດ້ຢ່າງມີປະ ສິດທິພາບ.ປະທານສານປະຊາຊົນສູງສຸດ ຊີ້ໃຫ້ເຫັນວ່າ: ກົດໝາຍສະບັບນີ້ ໄດ້ຮັບການປັບປຸງຄືນ ໃໝ່ ແລະປະກາດໃຊ້ ໃນປີ 2004 ຊຶ່ງໄດ້ກຳນົດກ່ຽວກັບ ລະບົບການດຳເນີນຄະດີ ເປັນ 3 ຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະຂັ້ນລົບລ້າງ ໄດ້ໃຫ້ສິດ ອຳນາດແກ່ສານປະຊາຊົນສູງສຸດ ພິຈາລະ ນາຕັດສິນຄະດີ ເປັນຂັ້ນລົບລ້າງທາງດ້ານກົດໝາຍ ເທົ່ານັ້ນ, ນອກນີ້ຍັງໄດ້ເພີ່ມສິດອຳນາດ ໃຫ້ ສານປະຊາຊົນເມືອງ ທີ່ມີສິດຕັດສິນຄະດີ ໃນເມື່ອດກ່ອນ ເປັນເງິນ 5 ແສນກີບ ມາເປັນ 20 ລ້ານກີບ, ທັງນີ້ເພື່ອຈຸດປະສົງໃຫ້ຄະດີຖຶກພິຈາລະນາແກ້ໄຂ ຢູ່ໃນຂັ້ນ ພື້ນຖານ. ຜ່ານການປະຕິ ບັດຕົວຈິງນັບແຕ່ປີ 2004 ເປັນຕົ້ນມາ ກໍໄດ້ເປນເຄື່ອງມືທີ່ດີແກ່ຜູ້ພິພາກສາ ແລະຄູ່ ຄວາມໃນ ຄະດີ, ເຮັດໃຫ້ການເກັບ ກຳຂໍ້ມູນຫຼັກຖານ ມີຄວາມຄົບຖ້ອນ, ພຽງພໍ, ການພິຈາລະນາຕັດສິນມີ ຄວາມວອ່ງໄວ, ຖຶກຕ້ອງ ແລະຊັດເຈນຂື້ນກວາເກົ່າ, ແຕ່ເມື່ອທຽບໃສ່ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ໃນໄລຍະໃໝ່ແລ້ວ ຍັງເຫັນວ່າ ຍັງມີບາງບັນຫາ ຄວນໄດ້ຮັບການປັບປຸງ ເພື່ອໃຫ້ສອດຄອງກັບຕົວຈິງ ສຳລັບການດຳ ເນີນຄະດີແພ່ງ ສະບັບປັດຈຸ ບັນມີຫຼາຍບັນຫາ ຍັງບໍ່ລະອຽດ, ຮັດກຸມ ແລະຍັງມີສ່ອງຫວ່າງຫຼາຍເປັນຕົ້ນ: ຫຼັກການຂອງການ ດຳເນີນຄະດີ, ຂັ້ນຕອນ ການຮັບເອົາຄະດີ, ການຄົ້ນຄ້ວາຄະດີຂອງຜູ່ພິພາກສາ, ການມີສ່ວນຮ່ວມ ຂອງຄູ່ຄວາມ ໃນການ ດຳເນີນຄະດີ, ການຮັບ ແລະພິຈາລະນາລັກຖານ, ລະບຽບການພິຈາລະນາ ຮ້ອງຂໍ, ລວມເຖິງມາດຕະການ ໃນການສົ່ງ ໝາຍຮຽກ, ໝາຍເຊີນ ແລະອື່ນໆ ຍັງກຳນົດບໍລະອຽດ ເຮັດໃຫ້ການປະຕິບັດບໍ່ເປັນເອກະພາບ ແລະຂາດບ່ອນອີງ ໃນເວ ລາປະຕິບັດຕົວຈິງ. ມີບາງເຫດ ການທີເກີດຂື້ນໃນສັງຄົມ ແຕ່ບໍ່ທັນມີເນື້ອໃນມາດຕາໃນກົດໝາຍ ທີ່ກຳນົດໄວ້, ການເກັບກຳຂໍ້ມູນ ຂອງສານຍັງບໍ່ທັນຄົບຖ້ວນ ເມື່ອຕັດສິນໄປແລ້ວຄະດີຖືກຂໍອຸທອນ ຫຼຶລົບລ້າງຂື້ນຫາສານຂັ້ນເທິງ ຢ່າງຫຼວງຫຼາຍ.
ທ່ານປະທານສານປະຊາຊົນສູງສຸດ ກ່າວຕື່ມວ່າ: ເພື່ອໃຫ້ສອດຄອ່ງກັບລະບົບ ການດຳ ເນີນຄະດີຂອງພາກພື້ນ ແລະສາກົນ, ຮັບປະກັນການຮ່ວມມື ຊ່ວຍເຫຼືອທາງດ້ານຍຸຕິທຳທາງແພ່ງ ໃຫ້ມີປະສິດທິພາບຍິ່ງຂື້ນ ເພື່ອເຊື່ອມໂຍງການດຳເນີນຄະດີ ໂດຍສະເພາະການກະກຽມເຂົ້າເປັນ ສະມາຊິກ ອົງການການຄ້າໂລກ ແລະອື່ນໆ ສະນັ້ນ ກົດໝາຍສະບັບປັບປຸງ ໄດ້ຊັບ ຊ້ອນພາກ, ໜວດ ແລະເນື້ອໃນ ຂອງແຕ່ລະມາດຕາຄືນໃໝ່ ຊຶ່ງກົດໝານເດີມສະບັບປັດຈຸບັນມີ 11 ພາກ, 17 ໝວດ ແລະ 129 ມາດຕາ, ສ່ວນຮ່າງກົດໝາຍສະບັບປັບປຸງມີ 18 ພາກ, 32 ໝວດ ແລະ 370 ມາດຕາ.
| < ຖອຍຫຼັງ | ຕໍ່ໄປ > |
|---|














