ເພື່ອເປັນການສະເຫລີມສະຫລອງ ແລະ ຂ່ຳນັບຮັບຕ້ອນກອງປະຊຸມ ການເປັນຄູ່ຮ່ວມ ລັດຖະສະພາອາຊີ-ເອີຮົບ ຄັ້ງທີ 7 (ອາແຊັບ-7) ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບໃນທ້າຍປີນີ້ ແລະ ທັງເປັນການສ້າງຂະບວນ ການສະເຫຼີມ ສະຫລອງວັນລັດຖະທຳມະນູນ ຄົບຮອບ 21 ປີ (15 ສິງຫາ 1991-15 ສິງຫາ 2012) ອານຸກຳມະການໂຄສະນາຂ່າວສານສິລະປະທ່ອງ ທ່ຽວ ແລະ ປະດັບປະດາສະພາແຫ່ງຊາດ ໄດ້ຈັດໃຫ້ມີຂະບວນການຍ່າງມິນິມາລາ
ທອນ, ວັນທີ 7 ກໍລະກົດ 2012 ຂຶ້ນທີ່ເດີ່ນສະຫນາມຫລວງ. ໃຫ້ກຽດ ເຂົ້າຮ່ວມຂະບວນຍ່າງມິນິມາລາທອນ ໂດຍທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ແຂກຖືກເຊີນພ້ອມດ້ວຍພະນັກງານ ຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ໄດ້ ກ່າວວ່າ: ເພື່ອເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມການເປັນຄູ່ຮ່ວມລັດຖະສະ ພາອາຊີ-ເອີຣົບ ຄັ້ງທີ 7 ປະສົບຜົນສຳເລັດຢ່າງຈົບງາມນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າເວົ້າລວມ ແລະ ເວົ້າສະເພາະແມ່ນຊາວນະຄອນຫລວງວຽງຈັນ ຈົ່ງໄດ້ຮ່ວມແຮງຮ່ວມໃຈ ແລະ ເປັນເຈົ້າພາບຮ່ວມກັນໃນການຕ້ອນຮັບ ແຂກບ້ານ ແຂກເມືອງ ດ້ວຍຮອຍຍິ້ມ ແລະ ໄມຕີຈິດມິດຕະພາບຕໍ່ແຂກຕ່າງປະເທດທີ່ມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃຫ້ມີຄວາມຊົງຈຳ ແລະ ມີຄວາມປະທັບໃຈ ທີ່ດີຕໍ່ການພັດທະນາປະເທດລາວ ກໍ່ຄືຕໍ່ວັດທະນະ ທຳອັນດີງາມ ຂອງປະຊາຊົນລາວ ພວກເຮົາທັງເປັນການປະກອບສ່ວນເຮັດໃຫ້ປີທ່ອງທ່ຽວລາວປີ 2012 ເປັນປີແຫ່ງໄມຕີຈິດມິດຕະ ພາບການຮ່ວມມື ແລະ ການພັດທະນາແບບຍືນຍົງ.
| < ຖອຍຫຼັງ | ຕໍ່ໄປ > |
|---|














