ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ດຳເນີນມາເປັນເວລາ 14 ວັນ, ໃນວັນທີ 9 ກໍລະກົດ 2012 ພາຍໄຕ້ການເປັນປະທານຂອງທ່ານ ສົມພັນ ແພງຄຳມີ , ຮອງປະທານສະພາແຫ່ງຊາດ.ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບການປຸງປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຈາກທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ.
ຮ່າງກົດໝາຍສະບັບປັບປຸງຄືນໃໝ່ເກືອບໝົດໂດຍໄດ້ສັບຊ້ອນພາກ,ໝວດ ແລະ ເນື້ອໃນ ຂອງແຕ່ລະມາດຕາຄືນໃໝ່ຊຶ່ງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປະຈຸບັນມີ 12 ພາກ, 8 ໝວດ, 122 ມາດຕາ,ຮ່າງກົດໝາຍສະບັບປັບປຸງປະກອບມີ 15 ພາກ, 31 ໝວດ 275 ມາດຕາ,ມີເນື້ອໃນຂຽນໃໝ່ 147 ມາດຕາ, ປັບປຸງ 114 ມາດຕາ, ຮັກສາເນື້ອໃນເກົ່າ 14 ມາດຕາ,ເນື້ອໃນພື້ນຖານຂອງກົດໝາຍສະບັບປັງປຸງສ່ວນຫຼາຍຍັງແມ່ນຮັກສາໄວ້ຄືເກົ່າ ແຕ່ໄດ້ມີການຜັນຂະຫຍາຍໄດ້ບາງເນື້ອໃນ ຂອງມາດຕາໃຫ້ລະອຽດຈະແຈ້ງຕື່ມ ແລະ ໄດ້ແຍກເນື້ອໃນບາງມາດຕາໃໝ່ເຂົ້າຕື່ມຫຼາຍກວ່າເຄິ່ງໜຶ່ງ ເພື່ອໃຫ້ມີຄວາມຄົບຖ້ວນ,ລະອຽດ, ຈະແຈ້ງ ແລະ ສາມາດເປັນບ່ອນອິງໃນການຈັດຕັ້ງປະຕິບັດໃຫ້ແກ່ບັນດາອົງການທີ່ມີສິດອຳນາດໃນການດຳເນີນຄະດີອາຍາ ແລະ ບັນດາຜູ້ເຂົ້າຮ່ວມໃນການດຳເນີນຄະດີ ທັງເປັນການກຳນົດໃຫ້ຊອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາ ແລະ ການສາກົນ, ການຄົ້ນຄວ້າ ແລະ ປັບປຸງກົດໝາຍໃນຄັ້ງນີ້ເນື້ອແທ້ກໍ່ແມ່ນການຫັນປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳ, ແມ່ນການປັງປຸງທາງດ້ານແນວຄວາມຄິດຄວາມຮັບຮູ້ໃໝ່ໄປພ້ອມກັບການສ້າງກົນໄກ, ວິທີການ ,ມາດຕະການຂັ້ນຕອນ, ການດຳເນີນຄະດີອາຍາໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງ ສປປ ລາວ ແລະ ສາກົນ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາໄດ້ຖືກຮັບຮັບຮອງປະກາດໃຊ້ຕາມສະບັບທີ 30 /ສປສ, ລົງວັນທີ 2 ທັນວາ 1989 ແລະ ໄດ້ຖືກປັງປຸງໃນປີ 2004 ຕາມສະບັບເລກທີ 01/ ສພຊ ,ລົງວັນທີ 15 ພຶດສະພາ 2004 ນັບແຕ່ໄດ້ຮັບການປັງປຸງມາຮອດປະຈຸບັນເປັນເວລາ 7 ປີ , ການປັງປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບນີ້ໄດ້ເລີ່ມມາແຕ່ທ້າຍປີ 2010. ຈາກນັ້ນບັນດາ ສສຊ ເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳເຫັນ ແລະ ຕັ້ງຄຳຖາມ ເຈາະຈີມໃນກົດໝາຍດັ່ງກ່າວເພື່ອແນໃສ່ ການດຳເນີນຄະດີອາຍາດ້ວຍຄວາມໂປງໃສ່, ຍຸດຕິທຳ ແລະ ມີຄວາມປະສິດທິພາບ, ມີປະສິດທິຜົນ ເປັນຕົ້ນແມ່ນດ້ານໂຄງຮ່າງ, ການຈັດວາງພາດ,ໝວດ ແລະ ມາດຕາ, ຂັ້ນຕອນນຳໃຊ້ ແລະ ສະກັດກັ້ນການດຳເນີນຄະດີອາຍາເຊິ່ງມີຄວາມສຳຄັນຫຼາຍເພາະມັນຕິດພັນກັບອິດສະຫຼະພາບ ແລະ ເສລີພາບ ຂອງພົນລະເມືອງທີ່ໄດ້ກຳນົດໄວ້,ການກຳນົດເວລາໃນການພິຈາລະນາຂອງສານແຕ່ລະຂັ້ນການກຳນົດລະບຽບໂທດປະຫານຊີວິດ, ການຮື້ຟື້ນຄະດີຕາມຄຳສັ່ງສານ ແລະ ບັນຫາອຶ່ນໆ. ການຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັງປຸງຈຳດຳເນີນເປັນເວລາ 2 ວັນ ( 9-10 ເດືອນກໍລະກົດ).
| < ຖອຍຫຼັງ | ຕໍ່ໄປ > |
|---|















