ຕັ້ງແຕ່ສະຕະວັດທີສິບແປດ ເປັນຕົ້ນມາ ທີ່ປະຊາຊົນລາວ ໄດ້ຕໍ່ສູ່ເພື່ອຄວາມເປັນເອກະລາດ. ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ນໍາພາໄປເຖິງ ການປົດປ່ອຍປະເທດຊາດຢ່າງສົມບູນ. ໄປພ້ອມໆກັບ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະພາປະຊາຊົນສູງສຸດທີ 1 ກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໃນວັນທີ 2 ທັນວາ 1975.
ສະພາປະຊາຊົນສູງສຸດ ຊຸດທີ 1 ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ, ເຊິ່ງໃນນັ້ນມີເພດຍິງ 4 ທ່ານ. ທ່ານ ສຸພານຸວົງ ຖືກເລືອກຕັ້ງເປັນປະທານສະພາ, ພ້ອມດຽວກັບທ່ານ ສີສົມພອນ ລໍວັນໄຊ, ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ກໍຖືກເລືອກຕັ້ງເປັນຮອງປະທານ ແລະທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານ ທັງເປັນເລຂາທິການໃຫຍ່. ສະພາປະຊາຊົນສູງສຸດ ຊຸດທີ 1 ປະກອບມີຄະນະປະຈໍາ ແລະ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະກົດໝາຍເລືອກຕັ້ງ ແລະກໍາມາທິການແຜນການ ແລະການເງິນ. ສະພາປະຊາຊົນສູງສຸດ ຊຸດທີ 1 ມີບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ ແລະຊົນເຜົ່າໃນທົ່ວປະເທດ ເພື່ອປະ ຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະກໍ່ສ້າງປະເທດຊາດ. ສະພາປະຊາຊົນສູງສຸດ ຊຸດທີ 1 ໄດ້ເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນ ໃນການປຸກລະ ດົມ, ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄືຄວາມເປັນເອກະລາດແຫ່ງຊາດໄວ້ໄດ້ຢ່າງໝັ້ນຄົງ, ພ້ອມນີ້ກໍຍັງໄດ້ຟື້ນຟູເສດຖະກິດ, ວັດທະນະທໍາສັງຄົມ, ຮໍາບາດແຜສົງຄາມ ແລະປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໃຫ້ນັບ ມື້ດີຂຶ້ນ.
ນອກນີ້ສະພາປະຊາຊົນສູງສຸດ ຊຸດທີ 1 ຍັງໄດ້ເຮັດໜ້າທີ່ຄົ້ນຄວ້າພິຈາລະນາ ແລະຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເທື່ອທີ 1 (1980-1985);
ພິຈາລະນາຮັບຮອງ ເອົາກົດໝາຍໃໝ່ຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍສະພາລັດຖະມົນຕີ ແລະຄະນະກໍາມະການປົກຄອງທ້ອງຖິ່ນ, ກົດໝາຍລົງທຶນຕ່າງປະເທດ ແລະໄດ້ພິຈາລະນາຕົກລົງບັນດາບັນຫາສໍາຄັນອື່ນໆຂອງປະເທດຊາດ ອີກດ້ວຍ.
ມາໃນວັນທີ 26 ມີນາ 1989 ສະພາປະຊາຊົນສູງສຸດ ຊຸດທີ 2 ກໍໄດ້ຮັບການເລືອກຕັ້ງ ໂດຍຜ່ານການເລືອກຕັ້ງທົ່ວປະເທດ. ສະພາຊຸດນີ້ປະກອບດ້ວຍສະມາຊິກ 79 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ. ທ່ານ ໜູຮັກ ພູມສະຫວັນ ຖືກຄັດເລືອກໃຫ້ເປັນປະທານ ແລະປະກອບມີຄະນະປະຈໍາ 5 ທ່ານ ແລະກໍາມາທິການຈໍານວນໜຶ່ງເຊັ່ນ: ກໍາມາທິການກົດໝາຍ, ກໍາມາທິການເລຂານຸການ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະຫ້ອງວ່າການສະພາແຫ່ງຊາດ; ສໍາລັບຢູ່ທ້ອງຖິ່ນ ແມ່ນປະກອບດ້ວຍສະພາປະຊາຊົນແຂວງ ແລະສະພາປະຊາຊົນເມືອງ.
ສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ມີຜົນງານອັນໃຫຍ່ຫຼວງໃນການເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນຄື: ໄດ້ເຮັດສໍາເລັດການຮ່າງລັດຖະທໍາມະນູນແຫ່ງຊາດ ສະບັບທໍາອິດຂອງ ສປປລາວ ເຊິ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໃນວັນທີ 14 ສິງຫາ 1991, ສະພາປະຊາຊົນ ຊຸດທີ 2 ຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນ 22 ສະບັບ. ນອກນີ້ກໍຍັງໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ, ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບອົງການລັດຖະສະພາສາກົນ , ພາກພື້ນ ແລະລັດຖະສະ ພາປະເທດເພື່ອນມິດອີກ. ດ້ວຍເຫດນີ້ ສປປລາວ ຈຶ່ງໄດ້ເປັນທີ່ຮັບຮູ້ອັນກວ້າງຂວາງຈາກປະຊາຄົມໂລກ.
ກອງປະຊຸມໃຫຍ່ ຄັ້ງທີ 83 ຂອງສະຫະພັນລັດຖະສະພາສາກົນທີ່ປະເທດໄຊປລັດຊ໌ ໄດ້ຕົກລົງຮັບເອົາ ສປປລາວ ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ. ສປປລາວ ຍັງເປັນຜູ້ສັງເກດການຂອງລັດຖະສະພາອາຊຽນ ແລະໄດ້ສ້າງຕັ້ງສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ.
ໃນວັນທີ 20 ທັນວາ 1992 ສະພາຊຸດທີ 3 ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະໄດ້ປ່ຽນຊື່ຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ເພື່ອເຄື່ອນໄຫວປະຕິບັດພາລະບົດບາດ ແລະໜ້າທີ່ໃນຖານະອົງການນິຕິບັນຍັດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນໃນພາກ ກ່ຽວກັບກົດໝາຍວ່າດ້ວຍສະພາແຫ່ງຊາດ. ສະພາແຫ່ງຊາດ ຊຸດທີ 3 ເປັນສະພາຊັ້ນດຽວ ບໍ່ມີສະພາທ້ອງຖິ່ນ.
ສະພາແຫ່ງຊາດ ຊຸດທີ 3 ປະກອບມີສະມາຊິກທັງໝົດ 85 ທ່ານ, ໃນນັ້ນມີເພດຍິງ 8 ທ່ານ, ທ່ານສະໝານ ວິຍະເກດ ຖືກເລືອກເປັນປະທານ ແລະມີຮອງປະທານ 2 ທ່ານ, ຄະນະ 07 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການເລຂານຸການ, ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດແຜນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ ແລະກໍາມາທິການການຕ່າງປະເທດ ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ນັບແຕ່ມື້ເລືອກຕັ້ງເປັນຕົ້ນມາ, ສະພາແຫ່ງຊາດ ຊຸດທີ 3 ໄດ້ປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງດີຄື ໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະວິສາມັນຂອງຕົນ 9 ເທື່ອ. ບັນຫາທີ່ພົ້ນເດັ່ນໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຕົກລົງບັນຫາສໍາຄັນຂອງປະເທດຊາດເຊັ່ນ: ສ້າງຕັ້ງ ແລະປັບປຸງກົງຈັກໃນລະບົບອໍານາດແຫ່ງລັດຂຶ້ນສູນກາງ; ຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະງົບປະມານປະຈໍາປີ; ພິຈາລະນາຮັບຮອງເອົາກົດໝາຍໃໝ່ໄດ້ຫຼາຍສະບັບ ແລະດັດແກ້ກົດໝາຍເກົ່າໄດ້ 3 ສະບັບ, ໄດ້ຈັດຕັ້ງໜ່ວຍສະມາຊິກສະພາແຫ່ງຊາດ ແລະຫ້ອງການສະພາແຫ່ງຊາດ ຢູ່ແຕ່ລະເຂດເລືອກຕັ້ງ; ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດໃຫ້ນັບມື້ກວ້າງຂວາງ.
ໃນຕະຫຼອດໄລຍະ 20 ກວ່າປີແຫ່ງການສ້າງຕັ້ງ, ປັບປຸງ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແຫ່ງ ສປປລາວ ທັງ 3 ຊຸດ ລ້ວນແຕ່ໄດ້ເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງດີ; ຜົນສໍາເລັດຂອງສະພາແຕ່ລະຊຸດ ໄດ້ກາຍເປັນປັດໃຈທີ່ສໍາຄັນ ໃນຂະບວນວິວັດແຫ່ງການຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະແມ່ນ ໄລຍະແຫ່ງການປະຕິບັດ ແນວທາງປ່ຽນແປງໃໝ່ ຂອງພັກ ປະຊາຊົນ ປະຕິວັດລາວ, ປະກອບສ່ວນ ເຂົ້າໃນການກໍ່ສ້າງ, ປັບປຸງ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ນັບມື້ນັບໜັກແໜ້ນ ແລະໝັ້ນຄົງ.
ສະ ພາແຫ່ງຊາດ ຊຸດທີ 4 ຊຶ່ງໄດ້ຮັບການເລືອກຕັ້ງໃນວັນທີ 21 ທັນວາ 1997, ໄດ້ກາຍເປັນເຫດການປະຫວັດສາດ ທີ່ສໍາຄັນ ເຊິ່ງເປັນຂີດໝາຍ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນ ທີ່ເປັນໜ້າຈົດຈໍາໄວ້ໃນປະຫວັດສາດ
ຂອງ ປະເທດເຮົາ. ສະພາແຫ່ງຊາດ ຊຸດທີ 4 ປະກອບດ້ວຍສະມາຊິກທັງໝົດ 99 ທ່ານ, ໃນນັ້ນມີເພດຍິງ 21 ທ່ານ. ທ່ານ ສະໝານ ວິຍະເກດ ຖືກເລືອກເປັນປະທານ ແລະມີຮອງປະທານ 3 ທ່ານ, ໃນນັ້ນເພດຍິງ 1 ທ່ານ. ສະພາຊຸດນີ້ມີຄະນະປະຈໍາ ຈໍານວນ 7 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ-ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກໍາມາທິການພົວພັນຕ່າງປະເທດ, ພ້ອມນີ້ ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ເປັນ ທີ່ສັງເກດເຫັນວ່າ ນັບແຕ່ສະພາຊຸດທີ 1 ຈົນເຖິງຊຸດທີ 4, ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ມີການຂະຫຍາຍຕົວບໍ່ຢຸດຢັ້ງ. ໃນແຕ່ລະຊຸດການເລືອກຕັ້ງຈໍານວນສະມາຊິກສະພາໄດ້ເພີ້ມຂື້ນ ທັງເພດຊາຍ ແລະເພດຍິງ. ຕົວຢ່າງ: ໃນສະພາຊຸດທີ 1 ປະກອບມີສະມາຊິກ ຈໍານວນ 45 ທ່ານ, ໃນນັ້ນມີເພດຍິງ 4 ທ່ານ. ແຕ່ມາຮອດສະພາຊຸດທີ 4 ມີເພດຍິງ 21 ທ່ານ ໃນຈໍານວນສະມາຊິກທັງໝົດ 99 ທ່ານ. ສະພາແຫ່ງຊາດຄັ້ງນີ້ ບໍ່ພຽງແຕ່ມີການປ່ຽນແປງດ້ານປະລິມານ, ແຕ່ຄຸນນະພາບຂອງວຽກງານ ກໍໄດ້ຮັບການປັບປຸງ ນັບມື້ນັບດິຂຶ້ນອີກດ້ວຍ.
ຜົນ ສໍາເລັດແຫ່ງການຈັດຕັ້ງ ແລະເຄື່ອນໄຫວຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ການກ້າວເຂົ້າສູ່ໄລຍະໃໝ່ຂອງສະພາແຫ່ງຊາດ ຊຸດທີ 4 ກໍຄືຊຸດຕໍ່ໆໄປ. ການທີ່ສະພາແຫ່ງຊາດແຕ່ລະຊຸດໄດ້ກໍ່ສ້າງ ແລະຮັບຮອງເອົາກົດໝາຍ ຢ່າງເປັນລະບົບໃຫ້ສອດຄ່ອງກັບ ສະພາບການຂະຫຍາຍຕົວ ຂອງລະບອບປະຊາທິປະໄຕປະຊາຊົນນັ້ນ ໄດ້ເຮັດໃຫ້ພະນັກງານ ແລະປະຊາຊົນທຸກຊັ້ນຄົນ ໃນປະເທດມີຄວາມເບີກບານມ່ວນຊື່ນ ແລະເຊື່ອໝັ້ນຕໍ່ພັກ-ລັດ ທີ່ໄດ້ເລີ່ມກ້າວເຂົ້າສູ່ ການຄຸ້ມຄອງສັງຄົມດ້ວຍກົດໝາຍ ເພື່ອຮັບປະກັນສິດ ແລະພັນທະຂອງຕົນ.
| < ຖອຍຫຼັງ | ຕໍ່ໄປ > |
|---|

















