ຄະນະຜູ້ແທນຂັ້ນສູງອົດສະຕຣາລີ ນຳໂດຍ ສະມາຊິກສະພາສູງ ທ່ານ ນາງ ຄຼາຍລີ ມໍລີ ( Claire Moore), ຈາກສະພາສູງຂອງລັດ ຄິນສແລນ ( Queensland), ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະ ຫວ່າງວັນທີ 30 ສິງຫາ ຫາວັນທີ 2 ກັນຍາ. ການຢ້ຽມ ຢາມດັ່ງກ່າວ ມີຄວາມໝາຍຄວາມສຳຄັນທີ່ສຸດ ສຳລັບສະມາຊິກ ຂອງລັດຖະສະພາອົດສະ ຕຣາລີ ເພາະເປັນໂອກາດທີ່ໄດ້ເຂົ້າພົບກັບ ຄູ່ຮ່ວມງານຈາກສະພາແຫ່ງຊາດ
ລາວ ແລະໄດ້ຢ້ຽມ ຊົມໂຄງ ການຕ່າງໆ ທີ່ໄດ້ຮັບທຶນຊ່ວຍເຫຼືອໂດຍກົງ ຈາກລັດຖະບານ ອົດສະຕຣາລີໃນໂຄງການ ຊ່ວຍ ເຫຼືອເພື່ອການພັດທະນາ ທີ່ກຳລັງດຳເນີນຢູ່ປະເທດລາວ.
ນາງ ມໍລີ ( Moore) ແລະ ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ດຣ ໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ, ຢູ່ທີ່ສະພາແຫ່ງຊາດ ເພື່ອແລກປ່ຽນ ຄຳຄິດຄຳເຫັນ ການຮ່ວມມືສອງຝ່າຍ ລະຫວ່າງ ລາວ ແລະ ອົດສະຕຣາລີ ທີ່ຕ່າງຝ່າຍໃຫ້ຄວາມສຳຄັນ. ການຢ້ຽມຢາມດັ່ງກ່າວ ແມ່ນພາຍໃຕ້ບັນຍາກາດ ຮ່ວມສະເຫຼີມສະຫຼອງ ສາຍພົວພັນດ້ານການທູດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄົບຮອບ 60 ປີ ແລະ ໄດ້ມີໂອກາດປຶກສາຫາລື ໃນຫຼາຍຫົວຂໍ້ ເພື່ອ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເພີ່ມທະວີການຮ່ວມມື ລະຫວ່າງ ສອງສະພາລາວ ແລະ ອົດສະຕຣາລີ.
ທ່ານ ນາງ Moore ແລະ ຄະນະຜູ້ແທນ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປຶກ ສາຫາລື ກ່ຽວກັບບົດບາດຂອງລັດຖະບານອົດສະຕຣາລີ ໃນການຊ່ວຍເຫຼືອປະເທດລາວເພື່ອກະກຽມເຂົ້າເປັນ ສະມາຊິກອົງການການຄ້າໂລກ ຫຼື ( World Trade Organization WTO). ຄະນະຜູ້ແທນ ໄດ້ຮັບຟັງການສະເໜີຮູບແບບການດຳເນີນທຸລະກິດແບບໃໝ່ໃນລາວໂດຍນຳໃຊ້ລະບົບອິນເຕີເນັດ ຫຼື (Lao Government’s new internet trade portal ). ນອກຈາກນີ້, ຄະນະຜູ້ແທນ ລັດຖະສະພາອົດສະຕຣາລີ ໄດ້ໄປຢ້ຽມຢາມໂຄງການຊ່ວຍເຫຼືອເພື່ອການພັດທະນາຢູ່ໃນລາວເຊັ່ນ ຢ້ຽມຊົມຂົວມິດຕະພາບ ລາວ-ໄທ ແຫ່ງທີໜຶ່ງ ແລະ ການປັບປຸງສູນແມ່ຍິງພິການ ເພື່ອການພັດ ທະນາຢູ່ນະຄອນຫຼວງວຽງຈັນ.
ນອກນັ້ນ, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຂົ້າຮ່ວມພິທີເປີດການນຳໃຊ້ໂຮງຮຽນຫຼັງໃໝ່ ທີ່ໄດ້ຮັບທຶນກໍ່ ສ້າງຈາກລັດຖະບານ ອົດສະຕຣາລີ, ຢ້ຽມຢາມໂຄງການເກັບກູ້ລະເບີດ ແລະເບິ່ງການທຳລາຍລູກ ລະເບີດບໍ່ທັນແຕກ ຢູ່ເມືອງປາກອູ ແ ຂວງຫຼວງພະບາງ.
ພະນະທ່ານ ນາງ ລິນດາ ວໍໄທສົງ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ “ ຕະຫຼອດໄລຍະຂອງການຢ້ຽມຢາມ, ຄະນະຜູ້ແທນລັດຖະສະພາອົດສະຕຣາລີ ໄດ້ ຮຽນຮູ້ ຫຼາຍຢ່າງກ່ຽວກັບ ສປປ ລາວ ລວມເຖິງປະສິດທິຜົນຂອງທຶນຊ່ວຍເຫຼືອໃນໂຄງການ ຊ່ວຍເຫຼືອ ເພື່ອການພັດທະນາ ຫຼື AusAID ຕ່າງໆ ຢູ່ໃນ ປະເທດລາວ ”. ທຶນຊ່ວຍເຫຼືອ ພາຍໃຕ້ໂຄງການ AusAID ຢູ່ໃນ ສປປ ລາວ ມີ 54,9 ລ້ານໂດລາອົດສະຕຣາລີ ສຳລັບສົກປີ 2012-2013 ແມ່ນ ແນໃສ່ ສ້າງຄວາມເຂັ້ມແຂງ ດ້ານການສຶກສາຂັ້ນພື້ນຖານ, ສະໜັບສະໜູນ ວຽກງານດ້ານການຄ້າ ທີ່ກ່ຽວຂ້ອງກັບວຽກງານ ເພື່ອຫລຸດຜ່ອນຄວາມທຸກຍາກ ແລະສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂື້ນ.
ຈາກຊ້າຍຫາຂວາ: ທ່ານ ນາງ ລິນດາ ວໍໄທສົງ, ທ່ານ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ບັນດາສະມາຊິກສະພາສູງອົດສະຕຣາລີ, ທ່ານ John Forrest, ທ່ານ Alan Eggleston, ທ່ານ Dr Sharman Stone, ສະມາຊິກສະພາສູງ ທ່ານນາງ Claire Moore, ພະນະ ທ່ານ ໄຊສົມພອນ ພົມວິຫານ, ຮອງປະທານ ສະພາແຫ່ງ ຊາດ ແຫ່ງ ສປປ ລາວ, ທ່ານ ນາງ ດຣ. ສຸວັນເພັງ ບຸບຜານຸວົງ, ປະທານຄະນະກຳມາທິການ ເສດຖະກິດ, ແຜນການ ແລະ ການເງີນ, ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ຄຳແພງ ວິລະພັນ, ຮອງຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ແລະ ທ່ານ ດຣ. ເກດແກ້ວ ສີຫາລາດ, ຮອງປະທານຄະນະກຳມາທິການເສດຖະກິດ, ແຜນການ ແລະ ການເງີນ, ສະພາ ແຫ່ງຊາດ ແຫ່ງ ສປປ ລາວ.
| < ຖອຍຫຼັງ | ຕໍ່ໄປ > |
|---|














