ໃນວັນທີ 14 ກັນຍາ 2012 ນີ້ ຢູ່ທີ່ຫ້ອງວ່າການປົກຄອງແຂວງຄຳ ມ່ວນໄດ້ຈັດ ກອງປະຊຸມ ເປີດບັ້ນດຳເນີນຊີວິດການ ເມືອງກະກຽມ ໃຫ້ແກ່ການເລືອກຕັ້ງ ແທນສະມາຊິກສະ ພາແຫ່ງ ຊາດ ຊຸດທີ VII ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ, ໂດຍການເປັນກຽດ ເຂົ້າຮ່ວມ ຂອງ ທ່ານ ສົມພັນ ແພງຄຳມີກຳມະການສູນກາງພັກ,
ຮອງປະທານສະພາແຫ່ງຊາດທັງເປັນປະທານ ຄະນະກຳມະການ ເລືອກ ຕັ້ງສະພາແຫ່ງຊາດເພື່ອການເລືອກຕັ້ງແທນ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ, ມີບັນດາທ່ານປະທານຄະນະ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ, ປະທານຄະນະກຳມະການເລືອກຕັ້ງແທນຂັ້ນ ແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການເລືອກຕັ້ງແທນລະດັບຊາດ, ລະດັບ ແຂວງ ແລະ ເມືອງຕະຫລອດເຖິງພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມ. ກອງປະຊຸມດັ່ງ ກ່າວຜູ້ເຂົ້າຮ່ວມໄດ້ຮັບຟັງຄຳສັ່ງແນະນຳຂອງເລຂາທິການສູນກາງພັກ ແລະ ບັນດາເອກະສານ ຕ່າງໆເປັນຕົ້ນແມ່ນເອກະສານການເລືອກຕັ້ງແທນສະມາຊິກສະພາແຫ່ງຊາດ, ຜົນງານການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ຊຸດທີVII ແລະ ຄະນະ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນໃນໄລຍະ 1 ປີຜ່ານມາ. ຄຳແນະນຳຂອງຄະນະປະຈຳ ພັກແຂວງຄຳມ່ວນສະບັບເລກທີ 04/ຄປຈ. ຄມ ລົງວັນທີ 13 ກັນຍາ 2012 ວ່າດ້ວຍການເພີ່ມ ທະວີການຊີ້ນຳນຳພາຂອງຄະນະພັກຕໍ່ການເລືອກຕັ້ງ ແທນສະມາຊິກ ສະພາແຫ່ງຊາດເຂດເລືອກ ຕັ້ງທີ 12 ທັງນີ້ກໍ່ເພື່ອຮັບປະກັນໃຫ້ແກ່ການ ເລືອກຕັ້ງແທນສະມາຊິກສະພາແຫ່ງຊາດຂອງເຂດ ເລືອກ ຕັ້ງທີ 12 ໃຫ້ດຳເນີນໄປຢ່າງຖືກຕ້ອງຕາມກົດຫມາຍ , ມີປະສິດທິຜົນ ແລະ ມີຜົນ ສຳເລັດຢ່າງຈົບງາມ ຕາມຈິດໃຈຂອງຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ, ປຸກລະ ດົມໃຫ້ພົນລະ ເມືອງລາວທຸກ ຄົນເຂົ້າຮ່ວມການເລືອກຕັ້ງແທນຢ່າງຫ້າວຫັນ ແລະ ຕື່ນຕົວໄປໃຊ້ ສິດເລືອກຕັ້ງຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຮັບປະກັນ 100% ໃນ 3 ດ້ານ,ສືບຕໍ່ປະຕິບັດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນ ໃນເຂດເລືອກຕັ້ງດັ່ງກ່າວໃນການຕັດສິນໃຈເລືອກເອົາຕົວແທນຂອງຕົນແທນຜູ້ທີ່ເສຍໄປ ແລະໃຫ້ມີຈຳ ນວນຄົບຖ້ວນ ຕາມກົດຫມາຍກຳນົດໄວ້, ຮັບປະກັນໃຫ້ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງດັ່ງກ່າວມີກຳລັງພຽງພໍໃນ ການປະຕິບັດພາລະ ບົດບາດ, ສິດ ແລະ ຫນ້າທີ່ຂອງຕົນຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍ. ລາຍຊື່ຜູ້ສະຫມັກ ເລືອກຕັ້ງແທນສະມາຊິກສະພາແຫ່ງຊາດໃນຄັ້ງນີ້ມີ 2 ທ່ານຄື: ທ່ານ ພົງສະເຫນ່ ຍຸຕິທຳ ຮອງຫົວຫນ້າຫ້ອງວ່າ ການສະພາແຫ່ງຊາດ, ຮອງຫົວຫນ້າ ຄະນະເລຂາທິການສະພາແຫ່ງຊາດ ( ມາຈາກສູນກາງ ) ແລະ ທ່ານ ສົມຄວນ ອິນທະລັງສີ ຮອງປະທານແນວລາວສ້າງຊາດແຂວງຄຳມ່ວນ.
| < ຖອຍຫຼັງ | ຕໍ່ໄປ > |
|---|













