ໂຄງຮ່າງການຈັດຕັ້ງຂອງຄະນະປະຈຳສະພາແຫ່ງຊາດຊຸດທີ VII
![]() |
||||||
| ທ່ານ ນ. ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ປະທານຄະນະປະຈຳສະພາແຫ່ງຊາດ |
||||||
![]() |
![]() |
|||||
|
|
ທ່ານ ດຣ. ໄຊສົມພອນ ພົມວິຫານ |
ທ່ານ ສົມພັນ ແພງຄຳມີ |
||||
| ຮອງປະທານສະພາແຫ່ງຊາດ | ຮອງປະທານສະພາແຫ່ງຊາດ | |||||
| ຮອງປະທານຄະນະປະຈຳສະພາແຫ່ງຊາດ | ຮອງປະທານຄະນະປະຈຳສະພາແຫ່ງຊາດ | |||||
![]() |
![]() |
![]() |
![]() |
![]() |
![]() |
|
| ທ່ານ ດວງດີ ອຸດທະຈັກ ຄະນະປະຈຳ, ປະທານກຳມາທິການ ບັນດາເຜົ່າ |
ທ່ານ ສຈ.ດາວອນ ຫວ່າງວິຈິດ ຄະນະປະຈຳ, ປະທານກຳມາທິການ ກົດໝາຍ |
ທ່ານ ດຣ. ກຸແກ້ວ ອັກຄະມົນຕີ ຄະນະປະຈຳ, ປະທານກຳມາທິ ການຕ່າງປະເທດ |
ທ່ານນ.ດຣ. ສຸວັນເພັງ ບຸບຜານຸວົງ ຄະນະປະຈຳ, ປະທານກຳມາທິ ການເສດຖະກິດ ແຜນການ ແລະ ການເງິນ |
ທ່ານ ສຈ.ດຣ. ພອນເທບ ພົນເສນາ ຄະນະປະຈຳ, ປະທານກຳມາທິ ການ ວັດທະນາທຳ ສັງຄົມ |
ທ່ານ ພົນຈັດຕະວາ ວິໄລ ດວງມະນີ ຄະນະປະຈຳ, ປະທານກຳມະທິການ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ |
ທ່ານ ດຣ. ອຸ່ນແກ້ວ ວຸທິລາດ ຄະນະປະຈຳ, ຫົວໜ້າຫ້ອງວ່າການ |
ທີ່ຕັ້ງ ແລະ ພາລະບົດບາດຂອງຄະນະປະຈຳສະພາແຫ່ງຊາດ
ຄະນະປະຈຳສະພາແຫ່ງຊາດ ແມ່ນ ອົງການປະຈຳການຂອງສະພາແຫ່ງຊາດ, ມີພາລະບົດບາດປະຕິບັດສິດ ແລະ ໜ້າທີ່ແທນສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງ ປະຊຸມ ຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍ.
ສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ
ຄະນະປະຈຳສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ ແລະ ສ້າງແຜນຍຸດທະສາດກ່ຽວກັບການເຄື່ອນໄຫວວຽກງານຂອງສະພາ ແຫ່ງຊາດ ໃຫ້ມີຄຸນນະ ພາບ;
2. ຊີ້ນຳການສ້າງແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ຂອງຕົນ ໃນແຕ່ລະໄລຍະ;
3. ຄົ້ນຄວ້າການສ້າງ ແລະ ປັບປຸງກົດໝາຍ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງ ຊາດ ພິຈາລະນາ ແລະ ຮັບຮອງເອົາ; ຄົ້ນຄວ້າ, ພິຈາລະນາ ແລະ ສ້າງລັດຖະບັນ ຍັດ ແລ້ວສະເໜີຕໍ່ປະທານປະເທດ ຕົກລົງ;
4. ກະກຽມກອງປະຊຸມສະພາແຫ່ງຊາດ ເພື່ອຮັບປະກັນໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ທັນເວລາ;
5. ຕີຄວາມໝາຍລັດຖະທຳມະນູນ ແລະ ກົດໝາຍ;
6. ອອກຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳອື່ນ ທີ່ ຕົນຮັບ ຜິດຊອບ;
7. ອອກມະຕິຕົກລົງ, ຄຳແນະນຳ, ຄຳສັ່ງ ແລະ ແຈ້ງການກ່ຽວກັບວຽກງານຕ່າງໆ;
8. ຊີ້ນຳ ການໂຄສະນາ, ເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳອື່ນ ຕາມຄວາມຮັບ ຜິດຊອບ ຂອງຕົນ ຫລື ໂດຍປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ;
9. ແນະນຳອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ທີ່ປະກາດໃຊ້ ລວມທັງປະເມີນຜົນຂອງການຈັດຕັ້ງປະຕິບັດກົດໝາຍນັ້ນ;
10. ຄົ້ນຄວ້າ ໂຄງປະກອບ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງຂອງສະພາແຫ່ງຊາດ;
11. ພິຈາລະນາ ການແຕ່ງຕັ້ງສະມາຊິກສະພາແຫ່ງຊາດ ໄປຮັບຜິດຊອບວຽກງານອື່ນ ຕາມການສະເໜີຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ;
12. ພິຈາລະນາ, ຮັບຮອງ ການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ສະມາຊິກຄະນະລັດຖະບານ, ຫົວໜ້າອົງການ ໃນກໍລະນີທີ່ ຈຳເປັນ ແລ້ວລາຍງານ ໃຫ້ກອງປະຊຸມສະພາແຫ່ງຊາດຖັດໄປນັ້ນ ພິຈາລະນາ, ຮັບ ຮອງເອົາ;
13. ຄົ້ນຄວ້າ ແລະ ສະເຫນີຕໍ່ປະທານປະເທດ ເພື່ອພິຈາລະນາຕົກລົງກ່ຽວກັບການໃຫ້ອະ ໄພຍະໂທດ ແກ່ນັກໂທດ ຜູ້ທີ່ປະພຶດດີ ແລະມີຄວາມກ້າວໜ້າໃນການປະຕິບັດໂທດ;
14. ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມ ສະພາແຫ່ງຊາດ, ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ໂຄງການຂອງ ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການ ກວດສອບແຫ່ງລັດ, ອົງການປົກຄອງແຂວງ, ນະຄອນ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ;
15. ຄົ້ນຄວ້າບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ ເພື່ອນຳ ສະເໜີຕໍ່ກອງປະຊຸມ ສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາ;
16. ໂຈະການຈັດຕັ້ງປະຕິບັດນິຕິກຳຂອງລັດຖະບານ, ນາຍົກລັດຖະມົນຕີ, ລັດຖະມົນຕີ, ປະທານອົງການກວດ ສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ເຈົ້າແຂວງ, ເຈົ້າຄອງນະຄອນ, ປະທານສານປະຊາຊົນສູງສຸດ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທີ່ຂັດກັບລັດ ຖະທຳມະນູນ, ກົດ ໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລ້ວນຳສະເໜີ ຕໍ່ ກອງ ປະຊຸມສະພາ ແຫ່ງຊາດຖັດໄປນັ້ນ ພິຈາລະນາ, ຍົກເວັ້ນ ຄຳຕົກລົງກ່ຽວກັບການດຳເນີນຄະດີຂອງ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ;
17. ຕົກລົງກ່ຽວກັບການໃຫ້, ການປະສັນຊາດລາວ; ການໃຫ້ສັດຕະຍາບັນສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ຕາມການສະເໜີຂອງ ນາຍົກລັດຖະມົນຕີ;
18. ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງຫົວໜ້າ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າ, ຮອງຫົວໜ້າຄະ ນະສະມາຊິກສະພາແຫ່ງຊາດເພດຍິງ, ຫົວໜ້າກົມ ແລະ ການຈັດຕັ້ງອື່ນທີ່ຂຶ້ນກັບຫ້ອງວ່າການສະພາແຫ່ງຊາດ, ປະທານ, ຮອງປະທານຄະນະ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ;
19. ບັນຈຸ, ສັບຊ້ອນ ສະມາຊິກສະພາແຫ່ງຊາດ ເຂົ້າເປັນກຳມະການຂອງແຕ່ລະກຳມາທິການ;
20. ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະ ທານ, ຮອງປະທານ, ຜູ້ພິພາກສາຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ, ຫົວໜ້າອົງການກວດສອບປະຈຳພາກ;
21. ຊີ້ນຳ, ນຳພາ ການເຄື່ອນໄຫວວຽກງານ ແລະ ຮັບການລາຍງານສ່ອງແສງຂອງບັນດາກຳມາທິການ, ຫ້ອງວ່າການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະ ຄະນະສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ;
22. ຊີ້ນຳ ການຄົ້ນຄວ້າ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ;
23. ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງຕົນ ໃນລະຫວ່າງສອງກອງປະຊຸມ;
24. ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອປະຕິບັດໜ້າທີ່ໃດໜຶ່ງ ໃນກໍລະນີທີ່ເຫັນ ວ່າມີຄວາມຈຳເປັນ;
25. ປະສານສົມທົບກັບອົງການຈັດຕັ້ງພັກ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການ ໄອຍະການ ປະຊາຊົນ ສູງສຸດ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ;
26. ຊີ້ນຳ ພາກສ່ວນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ໃນການກະກຽມ ແລະ ດຳເນີນກອງປະຊຸມຮ່ວມກັບລັດ ຖະບານ ແລະ ອົງການປົກປ້ອງກົດໝາຍ ຢ່າງໜ້ອຍປີລະເທື່ອ;
27. ພົວພັນ, ຮ່ວມມືກັບລັດຖະສະພາ ແລະ ອົງການຈັດຕັ້ງຕ່າງປະເທດ, ພາກພື້ນ ແລະ ສາກົນ;
28. ສະຫລຸບ, ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ;
29. ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດໃໝ່;
30. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ
(ກຳນົດໄວ້ໃນກົດໝາຍວ່າດວ້ຍ ສະພາແຫ່ງຊາດ ສະບັບປັບປຸງ)






















