ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ກຳມາທິການການຕ່າງປະເທດ

ອີເມລ ພິມ PDF

ທີ່ຕັ້ງ ແລະພາລະບົດບາດຂອງກໍາມາທິການສະພາແຫ່ງຊາດ

ກຳມາທິການສະພາແຫ່ງຊາດ ແມ່ນ ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະ ຄະນະປະຈຳ ສະພາແຫ່ງຊາດ ທີ່ປະກອບດ້ວຍ ບັນດາສະມາຊິກສະພາແຫ່ງຊາດ, ມີພາລະບົດບາດຊ່ວຍສະພາ ແຫ່ງ ຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ຕາມຂອບເຂດ ສິດ ແລະ ໜ້າທີ່ລວມຂອງກຳມາທິການ ທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ ແລະ ລະບຽບການສະ ເພາະ ຂອງແຕ່ລະກຳມາທິການຂອງສະພາແຫ່ງຊາດ.


ສິດ ແລະໜ້າທີ່ລວມຂອງບັນດາກຳມາທິການ


ບັນດາກຳມາທິການມີສິດ ແລະ ໜ້າທີ່ລວມໃນການປະຕິບັດວຽກງານ ທີ່ຢູ່ໃນຄວາມຮັບຜິດ ຊອບ ຂອງຕົນ ດັ່ງນີ້:

1.    ສ້າງຮ່າງແຜນການເຄື່ອນໄຫວວຽກງານຂອງຕົນແຕ່ລະໄລຍະ;
2.    ຄົ້ົ້ນຄວ້າ ແລະ ປະກອບຄວາມເຫັນໃສ່ຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະ ດຳລັດ, ຮ່າງດຳລັດ ແລະ ຮ່າງນິຕິກຳອື່ນ ທີ່ຂະແໜງການກ່ຽວຂ້ອງສະເໜີມາ;
3.    ຄົ້ົ້ນຄວ້າກ່ຽວກັບການຕີຄວາມໝາຍ, ອະທິບາຍກົດໝາຍທີ່ກ່ຽວຂ້ອງກັບກຳມາທິການ ຂອງຕົນ ເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ;
4.    ເຂົ້າຮ່ວມແຕ່ຫົວທີກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ປະກອບຄວາມເຫັນໃສ່ແຜນ ພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນຂະແໜງການທີ່ຕົນຮັບ ຜິດຊອບ;
5.    ຄົ້ົ້ນຄວ້າກ່ຽວກັບການໂຈະການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ, ລົບລ້າງ ກົດໝາຍ ແລະ ນິຕິກຳອື່ນ;
6.    ເກັບກຳ, ວິເຄາະຂໍ້ມູນ-ຂ່າວສານ ກ່ຽວກັບບັນຫາໃດໜຶ່ງຂອງຂະແໜງການທີ່ຕົນຮັບ ຜິດ ຊອບ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງ ແລະ ຕິດຕາມກວດ ກາຜົນການແກ້ໄຂບັນຫາ ດັ່ງກ່າວ.
ຂະແໜງການ ດັ່ງກ່າວ ຕ້ອງສະໜອງຂໍ້ມູນ-ຂ່າວສານ ໃຫ້ກຳມາທິການທີ່ກ່ຽວຂ້ອງຢ່າງຄົບຖ້ວນ,
ທັນເວລາ ຕາມການສະເໜີຂອງກຳມາທິການນັ້ນ;
7.    ຄົ້ນຄວ້າກ່ຽວກັບການໃຫ້ສັດຕະຍາບັນ ຫລື ລົບລ້າງການເຂົ້າຮ່ວມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ໃນຂົງເຂດຄວາມຮັບຜິດຊອບຂອງກຳມາທິການຕົນ;
8.    ສະເໜີການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈຳເປັນ ບົນພື້ນຖານການ ເຫັນດີ ຫລື ການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ;
9.    ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບັນຫາ ແລະ ມາດຕະການແກ້ໄຂທີ່ພົວ ພັນກັບ ວຽກງານຂອງຕົນ;
10.    ຮັບຕ້ອນ, ຈັດກອງປະຊຸມ ເພື່ອຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ແລະ ອົງການ ຈັດຕັ້ງສັງ ຄົມ ກ່ຽວກັບບັນຫາສຳຄັນຕ່າງໆ;
11.    ພົວພັນ, ຮ່ວມມືກັບລັດຖະສະພາພາກພື້ນ, ສາກົນ ແລະ ອົງການຈັດຕັ້ງຕ່າງປະເທດຕາມ ການຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ;
12.     ສະຫລຸບ,ຖອດຖອນບົດຮຽນ ແລະ ລາຍງານການເຄື່ອນໄຫວຂອງກຳມາທິການຕົນໃຫ້ຄະນະ ປະຈຳສະພາແຫ່ງຊາດ;
13.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງປະທານສະພາແຫ່ງຊາດ ຫລື ຄະນະປະ ຈຳສະພາແຫ່ງຊາດ.

(ລະບຸໄວ້ໃນມາດຕາ 40 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ)


 

ລາຍຊື່ສະມາຊິກສະພາແຫ່ງຊາດຊຸດທີ VII ສັງກັດ ກຳມາທິການການຕ່າງປະເທດ
01.
ທ່ານ ດຣ. ກຸແກ້ວ ອັກຄະມົນຕີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນປະທານ
02.
ທ່ານ ສດຈ. ດຣ. ນ. ບຸນຍົງ ບຸບຜາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນຮອງປະທານ
03.
ທ່ານ ດຣ. ໄຊສົມພອນ ພົມວິຫານ ສະມາຊິກສະພາແຫ່ງຊາດ ເຂດເລອກຕັ້ງທີ 13 ເປັນກຳມະການ
04.
ທ່ານ ລາດຊະນີວົງ ອະມາຣາທິທາດາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນກໍາມະການ
05. ທ່ານ ຄຳປິ່ງ ແສງຕານນະລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 2 ເປັນກໍາມະການ
06. ທ່ານ ນາງ ບັນດິດ ປະທຸມວັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ເປັນກໍາມະການ
07. ທ່ານ ຫຸມແພງ ສຸດທິວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ເປັນກໍາມະການ
08. ທ່ານ ດຣ. ນ. ຄຳຈອມພູ ສີລິທຳ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5 ເປັນກໍາມະການ
09. ທ່ານ ດຣ. ບຸນທະວີ ສີສຸພັນທອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນກໍາມະການ
10. ທ່ານ ນາງ ອິດມະນີ ຈັນທະຄູນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ເປັນກໍາມະການ
11. ທ່ານ ພອນສຸກ ທອງສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ເປັນກໍາມະການ
12. ທ່ານ ສົມວັນດີ ສີສຸພັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ເປັນກໍາມະການ
13. ທ່ານ ສົມດີ ແກ້ວດາລາວິນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເປັນກໍາມະການ
14. ທ່ານ ບຸນມາ ບຸຈະເລີນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ເປັນກໍາມະການ
15. ທ່ານ ດຣ. ເກດສະໜາ ລັດຊະຈັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ເປັນກໍາມະການ
16. ທ່ານ ຮສຈ. ດຣ. ບຸນປົງ ແກ້ວໂຣດົມ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
17. ທ່ານ ນາງ ສວນສະຫວັນ ວິຍະເກດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ເປັນກໍາມະການ
18. ທ່ານ ຂັນໄຊ ລັດທະເຮົ້າ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ເປັນກໍາມະການ
19. ທ່ານ ບົວລິນ ວົງພະຈັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ເປັນກໍາມະການ
20. ທ່ານ ສົມສະໜຸກ ແກ້ວນິມິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ເປັນກໍາມະການ
21. ທ່ານ ບຸນໄຊ ຄຳມະນີວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ເປັນກໍາມະການ

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: