ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ກຳມາທິການບັນດາເຜົ່າ

ອີເມລ ພິມ PDF

ທີ່ຕັ້ງ ແລະພາລະບົດບາດຂອງກໍາມາທິການສະພາແຫ່ງຊາດ

ກຳມາທິການສະພາແຫ່ງຊາດ ແມ່ນ ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະ ຄະນະປະຈຳ ສະພາແຫ່ງຊາດ ທີ່ປະກອບດ້ວຍ ບັນດາສະມາຊິກສະພາແຫ່ງຊາດ, ມີພາລະບົດບາດຊ່ວຍສະພາ ແຫ່ງ ຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ຕາມຂອບເຂດ ສິດ ແລະ ໜ້າທີ່ລວມຂອງກຳມາທິການ ທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ ແລະ ລະບຽບການສະ ເພາະ ຂອງ ແຕ່ລະກຳມາທິການຂອງສະພາແຫ່ງຊາດ.


ສິດ ແລະໜ້າທີ່ລວມຂອງບັນດາກຳມາທິການ

ບັນດາກຳມາທິການມີສິດ ແລະ ໜ້າທີ່ລວມໃນການປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນດັ່ງນີ້:

1.    ສ້າງຮ່າງແຜນການເຄື່ອນໄຫວວຽກງານຂອງຕົນແຕ່ລະໄລຍະ;
2.    ຄົ້ົ້ນຄວ້າ ແລະ ປະກອບຄວາມເຫັນໃສ່ຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະ ດຳລັດ, ຮ່າງດຳລັດ ແລະ ຮ່າງນິຕິກຳອື່ນ ທີ່ຂະແໜງການກ່ຽວຂ້ອງສະເໜີມາ;
3.    ຄົ້ົ້ນຄວ້າກ່ຽວກັບການຕີຄວາມໝາຍ, ອະທິບາຍກົດໝາຍທີ່ກ່ຽວຂ້ອງກັບກຳມາທິການ ຂອງຕົນ ເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ;
4.    ເຂົ້າຮ່ວມແຕ່ຫົວທີກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ປະກອບຄວາມເຫັນໃສ່ແຜນ ພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນຂະແໜງການທີ່ຕົນຮັບ ຜິດຊອບ;
5.    ຄົ້ົ້ນຄວ້າກ່ຽວກັບການໂຈະການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ, ລົບລ້າງ ກົດໝາຍ ແລະ ນິຕິກຳອື່ນ;
6.    ເກັບກຳ, ວິເຄາະຂໍ້ມູນ-ຂ່າວສານ ກ່ຽວກັບບັນຫາໃດໜຶ່ງຂອງຂະແໜງການທີ່ຕົນຮັບ ຜິດ ຊອບ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງ ແລະ ຕິດຕາມກວດ ກາຜົນການແກ້ໄຂບັນຫາ ດັ່ງກ່າວ.
ຂະແໜງການ ດັ່ງກ່າວ ຕ້ອງສະໜອງຂໍ້ມູນ-ຂ່າວສານ ໃຫ້ກຳມາທິການທີ່ກ່ຽວ ຂ້ອງຢ່າງຄົບຖ້ວນ, ທັນ ເວລາ ຕາມການສະເໜີຂອງກຳມາທິການນັ້ນ;
7.    ຄົ້ນຄວ້າກ່ຽວກັບການໃຫ້ສັດຕະຍາບັນ ຫລື ລົບລ້າງການເຂົ້າຮ່ວມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ໃນຂົງເຂດຄວາມຮັບຜິດຊອບຂອງກຳມາທິການຕົນ;
8.    ສະເໜີການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈຳເປັນ ບົນພື້ນຖານການ ເຫັນດີ ຫລື ການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ;
9.    ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບັນຫາ ແລະ ມາດຕະການແກ້ໄຂທີ່ພົວພັນກັບ ວຽກງານຂອງຕົນ;
10.    ຮັບຕ້ອນ, ຈັດກອງປະຊຸມ ເພື່ອຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ແລະ ອົງການ ຈັດຕັ້ງສັງ ຄົມ ກ່ຽວກັບບັນຫາສຳຄັນຕ່າງໆ;
11.    ພົວພັນ, ຮ່ວມມືກັບລັດຖະສະພາພາກພື້ນ, ສາກົນ ແລະ ອົງການຈັດຕັ້ງຕ່າງປະເທດ ຕາມ ການຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ;
12.     ສະຫລຸບ,ຖອດຖອນບົດຮຽນ ແລະ ລາຍງານການເຄື່ອນໄຫວຂອງກຳມາທິການຕົນ ໃຫ້ ຄະນະປະຈຳສະພາແຫ່ງຊາດ;
13.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງປະທານສະພາແຫ່ງຊາດ ຫລື ຄະນະປະ ຈຳສະພາແຫ່ງຊາດ.

(ລະບຸໄວ້ໃນມາດຕາ 40 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ)


ລາຍຊື່ສະມາຊິກສະພາແຫ່ງຊາດຊຸດທີ VII ສັງກັດ ກຳມາທິການບັນດາເຜົ່າ
01.
ທ່ານ ດວງດີ ອຸທະຈັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເປັນປະທານ
02.
ທ່ານ ຄຳຊາວ ໄກຊົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ເປັນຮອງປະທານ
03.
ທ່ານ ສົມພັນ ແພງຄຳມີ ສະມາຊິກສະພາແຫ່ງຊາດ ເຂດເລອກຕັ້ງທີ 8 ເປັນກຳມະການ
04.
ທ່ານ ນາງ ຄຳຟອງ ພູມວົງໄຊ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນກໍາມະການ
05. ທ່ານ ນາງ ຈັນມະນີ ນາມວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 2 ເປັນກໍາມະການ
06. ທ່ານ ວອນຄຳ ເພັດທະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ເປັນກໍາມະການ
07. ທ່ານ ນາງ ສົມຈັນ ຈິດວົງເດືອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ເປັນກໍາມະການ
08. ທ່ານ ວິໄຊກອນ ວັນນະຈອມຈັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5 ເປັນກໍາມະການ
09. ທ່ານ ບົວທອງ ແພງສະຫວັນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນກໍາມະການ
10. ທ່ານ ພັນໂທ ບຸນທອນ ສິດສຸວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນກໍາມະການ
11. ທ່ານ ທອງດີ ພັບບົວອອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ເປັນກໍາມະການ
12. ທ່ານ ຄຳວອນ ບຸນທະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ເປັນກໍາມະການ
13. ທ່ານ ບຸນຕົ້ນ ຈັນທະພອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ເປັນກໍາມະການ
14. ທ່ານ ນາງ ບົວວັນ ທຳມະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເປັນກໍາມະການ
15. ທ່ານ ນາງ ມາລີສາ ອາໄພລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ເປັນກໍາມະການ
16. ທ່ານ ອິນທະຫວາ ມູນດາລາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ເປັນກໍາມະການ
17. ທ່ານ ນາງ ວຽງມະນີ ຈັນທະນະສິນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ເປັນກໍາມະການ
18. ທ່ານ ສົມເພັດ ອິນທະທິລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
19. ທ່ານ ຄຳພັນ ຄູນສັກສີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
20. ທ່ານ ນາງ ທັດສະດາພອນ ແສງສຸລິຍາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
21. ທ່ານ ນາງ ມະນີຊົງ ລືສີສະໝຸດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ເປັນກໍາມະການ
22. ທ່ານ ດຣ. ພັນດວງຈິດ ວົງສາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ເປັນກໍາມະການ
23. ທ່ານ ວັນນະລາ ສຸດທິຈັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ເປັນກໍາມະການ
24. ທ່ານ ຄຳແດງ ກົມມະດຳ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ເປັນກໍາມະການ
25. ທ່ານ ບຸນໄຊ ຄຳມະນີວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ເປັນກໍາມະການ

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: