ທີ່ຕັ້ງ ແລະພາລະບົດບາດຂອງສະພາແຫ່ງຊາດ
ສະພາ ແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອໍານາດແຫ່ງລັດ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນດາບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.
ສິດ ແລະໜ້າທີ່
ສະພາແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:
1 ສ້າງ, ຮັບຮອງເອົາ ຫຼືປ່ຽນແປງລັດຖະທໍາມະນູນ;
2 ສ້າງ, ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ, ຍົກເລີກ ຫລືລົບລ້າງກົດໝາຍ;
3 ພິຈາລະນາ, ຮັບຮອງເອົາການກໍານົດ, ການປ່ຽນແປງ, ການຍົກເລີກ ຫລືການລົບລ້າງອັດຕາພາສີ ແລະສ່ວຍສາ ອາກອນ;
4 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ; ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດໃນຕໍ່ໜ້າ;
5 ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານ, ຮອງປະທານ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ສ້າງຕັ້ງ ຫລື ຍຸບເລີກບັນດາກໍາມາທິການສະພາແຫ່ງຊາດ, ເລືອກຕັ້ງ ຫລືປົດຕໍາແໜ່ງບັນດາຫົວໜ້າກໍາມາທິ ການ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າກໍາມາທິການສະພາແຫ່ງຊາດ, ສ້າງຕັ້ງ ຫລືຍຸບເລີກຄະນະລັດຖະສະພາສາ ກົນຂອງສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະ ພາແຫ່ງຊາດ;
6 ເລືອກຕັ້ງ ຫລືປົດຕໍາແໜ່ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະ ປະຈໍາສະພາແຫ່ງຊາດ;
7 ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
8 ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລືການປົດ ຕໍາແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
9 ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານສານປະຊາຊົນສູງສຸດ ແລະອະທິໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
10 ຕົກລົງສ້າງຕັ້ງ ຫຼືຍຸບເລີກກະຊວງ, ອົງການທຽບເທົ່າກະຊວງ, ແຂວງ ແລະນະຄອນ, ຕົກລົງເຂດແດນຂອງແຂວງ ແລະນະຄອນ ຕາມການສະເໜີຂອງນາຍົກລັດຖະມົນຕີ;
11 ຕົກລົງໃຫ້ນິລະໂທດກໍາ;
12 ຕົກລົງໃຫ້ສັດຕະຍາບັນ, ຍົກເລີກ ຫຼືລົບລ້າງສົນທິສັນຍາ, ສັນຍາທີ່ໄດ້ເຊັນກັບຕ່າງປະເທດ ຕາມກົດໝາຍ;
13 ຕົກລົງບັນຫາສົງຄາມ ຫຼືສັນຕິພາບ;
14 ຕິດຕາມກວດກາການເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະກົດໝາຍ, ມະຕິກອງປະຊຸມສະພາ ຫ່ງາດ, ມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະໂຄງການ ທີ່ມີຄວາມສໍາຄັນລະດັບຊາດ;
15 ຍົກເລີກນິຕິກໍາຂອງລັດຖະບານ, ນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະ ຊາຊົນສູງສຸດ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ຂັດກັບລັດຖະທໍາມະ ນູນ ແລະກົດໝາຍ. ສໍາລັບນິຕິກໍາ ຂອງສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດທີ່ ກ່າວມານີ້ ແມ່ນນິຕິກໍາທີ່ບໍ່ກ່ຽວກັບການດໍາເນີນຄະດີ;
16 ຕົກລົງກ່ຽວກັບການພົວພັນ, ຮວ່ມມື ກັບລັດຖະສະພາ, ອົງການຈັດຕັ້ງຕ່າງປະເທດ, ພາກພື້ນ ແລະ ສາກົນ;
17 ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ຫລັກການເຄື່ອນໄຫວຂອງສະພາແຫ່ງຊາດ
ສະພາແຫ່ງຊາດຈັດຕັ້ງ ແລະເຄື່ອນໄຫວຕາມຫລັກການລວມສູນປະຊາທິປະໄຕ, ປະຕິບັດໜ້າທີ່ວຽກງານ ຕາມລະບອບປະຊຸມ ແລະຕົກລົງບັນຫາໂດຍຖືເອົາຕາມສຽງສວ່ນຫລາຍ.
ກອງປະຊຸມສະພາແຫ່ງຊາດ
ສະພາແຫ່ງຊາດມີກອງປະຊຸມ ສາມປະເພດດັ່ງນີ້:
1 ກອງປະຊຸມຄັ້ງປະຖົມມະລຶກ;
2 ກອງປະຊຸມສະໄໝສາມັນ;
3 ກອງປະຊຸມສະໄໝວິສາມັນ.
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ
ກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດເປີດຂື້ນຢ່າງຊ້າຫົກສິບວັນ ຫລັງຈາກການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດໃໝ່ ຊຶ່ງແມ່ນປະທານສະພາແຫ່ງຊາດຊຸດເກົ່າເປັນປະທານ ແລະຊີ້ນໍາກອງປະຊຸມຄັ້ງປະຖົມມະ ລຶກ ຈົນກວ່າໄດ້ເລືອກຕັ້ງປະທານສະພາແຫ່ງຊາດຊຸດໃໝ່.
ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ
ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ, ເທື່ອທີໜື່ງເປີດຂື້ນໃນທ້າຍປີງົບປະມານ ລະຫວ່າງເດືອນມີຖະນາ ຫາເດືອນກໍລະກົດ ແລະເທື່ອທີສອງ ໃນຕົ້ນປີງົບປະມານ ລະຫວ່າງເດືອນພະຈິກ ຫາ ເດືອນທັນວາ ໂດຍແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຮຽກໂຮມ.
ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ
ສະພາແຫ່ງຊາດຈະເປີດກອງປະຊຸມສະໄໝວິສາມັນກໍ່ໄດ້ ໃນລະຫວ່າງສອງກອງປະຊຸມສະໄໝສາມັນ ເພື່ອ ພິຈາລະນາຕົກລົງບັນຫາທີ່ສໍາຄັນ ແລະຮີບດວ່ນ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ຫລືຕາມ ການສະເໜີຂອງປະທານປະເທດ, ນາຍົກລັດຖະມົນຕີ ຫລືສະມາຊິກສະພາແຫ່ງຊາດ ຢ່າງໜ້ອຍໜຶ່ງສວ່ນສີ່ ຂອງ ຈໍານວນສະມາຊິກທັງໝົດ.
(ລະບຸໄວ້ໃນກົດໝາຍວ່າດວ້ຍສະພາແຫ່ງຊາດສະບັບປັບປຸງ)
| ຕໍ່ໄປ > |
|---|













