ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ອີເມລ ພິມ PDF

ທີ່ຕັ້ງ ແລະພາລະບົດບາດຂອງກໍາມາທິການສະພາແຫ່ງຊາດ

ກຳມາທິການສະພາແຫ່ງຊາດ ແມ່ນ ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະຄະນະປະຈຳສະ ພາແຫ່ງຊາດ ທີ່ປະກອບດ້ວຍ ບັນດາສະມາຊິກສະພາແຫ່ງຊາດ, ມີພາລະບົດບາດຊ່ວຍສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ຕາມຂອບເຂດ ສິດ ແລະ ໜ້າທີ່ ລວມຂອງກຳມາທິການ ທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ ແລະ ລະບຽບການສະ ເພາະ ຂອງແຕ່ລະ ກຳມາທິການຂອງສະພາແຫ່ງຊາດ.


ສິດ ແລະໜ້າທີ່ລວມຂອງບັນດາກຳມາທິການ


ບັນດາກຳມາທິການມີສິດ ແລະ ໜ້າທີ່ລວມໃນການປະຕິບັດວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.    ສ້າງຮ່າງແຜນການເຄື່ອນໄຫວວຽກງານຂອງຕົນແຕ່ລະໄລຍະ;
2.    ຄົ້ົ້ນຄວ້າ ແລະ ປະກອບຄວາມເຫັນໃສ່ຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະ ດຳລັດ, ຮ່າງດຳລັດ ແລະ ຮ່າງນິຕິກຳອື່ນ ທີ່ຂະແໜງການກ່ຽວຂ້ອງສະເໜີມາ;
3.    ຄົ້ົ້ນຄວ້າກ່ຽວກັບການຕີຄວາມໝາຍ, ອະທິບາຍກົດໝາຍທີ່ກ່ຽວຂ້ອງກັບກຳມາທິການ ຂອງຕົນ ເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ;
4.    ເຂົ້າຮ່ວມແຕ່ຫົວທີກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ,ປະກອບຄວາມເຫັນໃສ່ແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນຂະແໜງການທີ່ຕົນຮັບ ຜິດຊອບ;
5.    ຄົ້ົ້ນຄວ້າກ່ຽວກັບການໂຈະການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ, ລົບລ້າງ ກົດໝາຍ ແລະ ນິຕິກຳອື່ນ;
6.    ເກັບກຳ, ວິເຄາະຂໍ້ມູນ-ຂ່າວສານ ກ່ຽວກັບບັນຫາໃດໜຶ່ງຂອງຂະແໜງການທີ່ຕົນຮັບ ຜິດ ຊອບ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງ ແລະ ຕິດຕາມກວດ ກາຜົນການແກ້ໄຂບັນຫາ ດັ່ງກ່າວ.
ຂະແໜງການ ດັ່ງກ່າວ ຕ້ອງສະໜອງຂໍ້ມູນ-ຂ່າວສານ ໃຫ້ກຳມາທິການທີ່ກ່ຽວ ຂ້ອງຢ່າງຄົບຖ້ວນ, ທັນເວລາ ຕາມການສະເໜີຂອງກຳມາທິການນັ້ນ;
7.    ຄົ້ນຄວ້າກ່ຽວກັບການໃຫ້ສັດຕະຍາບັນ ຫລື ລົບລ້າງການເຂົ້າຮ່ວມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ ໃນຂົງເຂດຄວາມຮັບຜິດຊອບຂອງກຳມາທິການຕົນ;
8.    ສະເໜີການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈຳເປັນ ບົນພື້ນຖານການ ເຫັນດີ ຫລື ການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ;
9.    ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບບັນຫາ ແລະມາດຕະການແກ້ໄຂທີ່ພົວພັນກັບ ວຽກງານຂອງຕົນ;
10.    ຮັບຕ້ອນ, ຈັດກອງປະຊຸມ ເພື່ອຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ແລະ ອົງການ ຈັດຕັ້ງສັງຄົມ ກ່ຽວກັບບັນຫາສຳຄັນຕ່າງໆ;
11.    ພົວພັນ, ຮ່ວມມືກັບລັດຖະສະພາພາກພື້ນ, ສາກົນ ແລະ ອົງການຈັດຕັ້ງຕ່າງປະເທດ ຕາມການ ຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ;
12.     ສະຫລຸບ,ຖອດຖອນບົດຮຽນ ແລະ ລາຍງານການເຄື່ອນໄຫວຂອງກຳມາທິການຕົນ ໃຫ້ ຄະ ນະປະຈຳສະພາແຫ່ງຊາດ;
13.    ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງປະທານສະພາແຫ່ງຊາດ ຫລື ຄະນະ ປະຈຳສະພາແຫ່ງຊາດ.

(ລະບຸໄວ້ໃນມາດຕາ 40 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ)


 

ລາຍຊື່ສະມາຊິກສະພາແຫ່ງຊາດຊຸດທີ VII ສັງກັດ

ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
01.
ທ່ານ ພົຈວ. ວິໄລ ດວງມະນີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນປະທານ
02.
ທ່ານ ພັອ. ຄຳສຸກ ວີອິນທະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ເປັນຮອງປະທານ
03.
ທ່ານ ນາງ ປານີຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ ເຂດເລອກຕັ້ງທີ 7 ເປັນກຳມະການ
04.
ທ່ານ ພັອ. ດຣ. ສົມຫວັງ ທຳມະສິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນກໍາມະການ
05. ທ່ານ ພັທ. ບຸນເພັງ ສິດທິສັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ເປັນກໍາມະການ
06. ທ່ານ ພັນໂທ. ບຸນຍົງ ໜໍ່ແກ້ວ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ເປັນກໍາມະການ
07. ທ່ານ ພັທ. ຈັນນວນ ອວນຄະນະຈັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 5 ເປັນກໍາມະການ
08. ທ່ານ ພັທ. ບຸນທອນ ສິດສິສຸວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນກໍາມະການ
09. ທ່ານ ພັທ. ຄຳຜຸຍ ວັນນະຈິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ເປັນກໍາມະການ
10. ທ່ານ ພັຕ. ວົງສັກ ຊາວຊົວຢາງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ເປັນກໍາມະການ
11. ທ່ານ ພັທ. ຄຳຫຼ້າ ຈັນດາລາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ເປັນກໍາມະການ
12. ທ່ານ ພັນເອກ ອ່ອນສີ ແສນສຸກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເປັນກໍາມະການ
13. ທ່ານ ພັທ. ຄຳເຄນ ອຸດຕະມາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ເປັນກໍາມະການ
14. ທ່ານ ພັອ. ຈວງຈັນ ລາດຊະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 11 ເປັນກໍາມະການ
15. ທ່ານ ພັທ. ທິບພະຈັນ ໂພໄຊ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ເປັນກໍາມະການ
16. ທ່ານ ພັທ. ສົມພອນ ສຸດທິສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
17. ທ່ານ ພັທ. ສົມຈິດ ກິດຕິຍະລາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ເປັນກໍາມະການ
18. ທ່ານ ພັທ. ສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ເປັນກໍາມະການ
19. ທ່ານ ພັທ. ໂຊກໄຊ ພີມມະລາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ເປັນກໍາມະການ

 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: