ລາຍການ

ເຂົ້າສູ່ລະບົບ



ຈຳນວນຜູ້ເຂົ້າເບິ່ງເວັບໄຊ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
ເລີ່ມນັບຈາກວັນທີ 28/02/2011

ສະພາແຫ່ງຊາດໂດຍສັງເຂດ

ທີ່ຕັ້ງ, ພາລະບົດບາດ...

ອີເມລ ພິມ

ທີ່ຕັ້ງ ແລະພາລະບົດບາດຂອງສະພາແຫ່ງຊາດ​

ສະພາ ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ ແລະຜົນປະໂຫຍດຂອງ​ປະ​ຊາ​ຊົນ​ບັນ​ດາເຜົ່າ​, ເປັນ​ອົງ​ການ​ອໍາ​ນາດ​ແຫ່ງລັດ ທັງເປັນອົງການນິຕິບັນຍັດ ​ທີ່​ມີ​ສິດ​ຕົກ​ລົງ​ບັນ​ດາ​ບັນ​ຫາ​ພື້ນ​ຖານຂອງ​ປະ​ເທດ​ຊາດ​, ​ຕິດ​ຕາມ​ກ​ວດ​ກາການ​ເຄື່ອນ​ໄຫວ​ ຂອງ​ອົງ​ການ​ບໍ​ລິ​ຫານ, ສານປະຊາຊົນ ແລະ​ອົງ​ການໄອຍະການປະຊາຊົນ.

ສິດ ແລະໜ້າທີ່

ສະພາແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:

1 ສ້າງ​, ຮັບ​ຮອງ​ເອົາ​ ຫຼື​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​;

2 ສ້າງ, ພິ​ຈາ​ລະ​ນາ​, ຮັບ​ຮອງເອົາ​​, ປ່ຽນ​ແປງ, ຍົກເລີກ ຫລື​ລົບ​ລ້າງ​ກົດ​ໝາຍ​;

3 ພິຈາລະນາ, ຮັບຮອງເອົາການກໍາ​ນົດ​, ການປ່ຽນ​ແປງ, ການຍົກເລີກ ຫລືການລົບ​ລ້າງ​ອັດຕາພາ​ສີ ແລະ​ສ່ວຍ​ສາ ອາ​ກອນ​;

4 ພິ​ຈາ​ລະ​ນາ​, ຮັບ​ຮອງ​ເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ; ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບ​ປະ​ມານ​ແຫ່ງ​ລັດໃນຕໍ່ໜ້າ​;

5 ເລືອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທານ​, ຮອງປະທານ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ສ້າງຕັ້ງ ຫລື ຍຸບເລີກບັນດາກໍາມາທິການສະພາແຫ່ງຊາດ, ເລືອກຕັ້ງ ຫລືປົດຕໍາແໜ່ງບັນດາຫົວໜ້າກໍາມາທິ ການ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າກໍາມາທິການສະພາແຫ່ງຊາດ, ສ້າງຕັ້ງ ຫລືຍຸບເລີກຄະນະລັດຖະສະພາສາ ກົນຂອງສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະ ພາແຫ່ງຊາດ;​

6 ເລືອກຕັ້ງ ຫລືປົດຕໍາແໜ່ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະ ປະຈໍາສະພາແຫ່ງຊາດ;

7 ພິ​ຈາ​ລະ​ນາ​, ຮັບ​ຮອງ​ເອົາ​ການ​ສະເໜີແຕ່ງ​ຕັ້ງ​ ຫຼື​​ປົດ​ຕໍາ​ແໜ່ງນາຍົກລັດຖະມົນຕີ ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ປະ​ເທດ;

8 ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລືການປົດ ຕໍາແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;

9 ເລືອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ​ອະ​ທິ​ໄອ​ຍະ​ການ​ປະຊາ​ຊົນສູງສຸດ ຕາມ​ການ​ສະ​ເໜີ​ຂອງ​ປະທານປະເທດ;​

10 ຕົກ​ລົງ​ສ້າງ​ຕັ້ງ​ ຫຼື​ຍຸບ​ເລີກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ແຂ​ວງ ແລະ​ນະ​ຄອນ​, ຕົກ​ລົງ​ເຂດ​ແດນ​ຂອງແຂ​ວງ​ ແລະນະຄອນ ​ຕາມ​ການ​ສະເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​;

11 ຕົກ​ລົງ​ໃຫ້ນິ​ລະ​ໂທດ​ກໍາ​;

12 ຕົກ​ລົງ​ໃຫ້​ສັດ​ຕະ​ຍາ​ບັນ​, ຍົກເລີກ ຫຼື​ລົບ​ລ້າງ​ສົນ​ທິ​ສັນ​ຍາ​, ສັນ​ຍາ​ທີ່​ໄດ້​ເຊັນ​ກັບ​ຕ່າງ​ປະ​ເທດ ຕາມ​ກົດ​ໝາຍ​;

13 ຕົກ​ລົງ​ບັນ​ຫາ​ສົງ​ຄາມ​ ຫຼື​ສັນ​ຕິ​ພາບ​;

14 ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ ແລະປະຕິບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະກົດ​ໝາຍ, ມະຕິກອງປະຊຸມສະພາ ຫ່ງາດ, ມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ​, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະໂຄງການ ທີ່ມີຄວາມສໍາຄັນລະດັບຊາດ;

15 ຍົກເລີກນິຕິກໍາຂອງລັດຖະບານ, ນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະ ຊາຊົນສູງສຸດ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ຂັດກັບລັດຖະທໍາມະ ນູນ ແລະກົດໝາຍ. ສໍາລັບນິຕິກໍາ ຂອງສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດທີ່ ກ່າວມານີ້ ແມ່ນນິຕິກໍາທີ່ບໍ່ກ່ຽວກັບການດໍາເນີນຄະດີ;

16 ຕົກລົງກ່ຽວກັບການພົວພັນ, ຮວ່ມມື ກັບລັດຖະສະພາ, ອົງການຈັດຕັ້ງຕ່າງປະເທດ, ພາກພື້ນ ແລະ ສາກົນ;

17 ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ອ່ານເພິ່ມເຕິມ...
 


ການເລືອກຕັ້ງ ສສຊ ຊຸດທີVII

Click here to download
Lao font
You are here: