ທີ່ຕັ້ງ ແລະພາລະບົດບາດຂອງສະພາແຫ່ງຊາດ
ສະພາ ແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອໍານາດແຫ່ງລັດ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນດາບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.
ສິດ ແລະໜ້າທີ່
ສະພາແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:
1 ສ້າງ, ຮັບຮອງເອົາ ຫຼືປ່ຽນແປງລັດຖະທໍາມະນູນ;
2 ສ້າງ, ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ, ຍົກເລີກ ຫລືລົບລ້າງກົດໝາຍ;
3 ພິຈາລະນາ, ຮັບຮອງເອົາການກໍານົດ, ການປ່ຽນແປງ, ການຍົກເລີກ ຫລືການລົບລ້າງອັດຕາພາສີ ແລະສ່ວຍສາ ອາກອນ;
4 ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ; ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດໃນຕໍ່ໜ້າ;
5 ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານ, ຮອງປະທານ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ສ້າງຕັ້ງ ຫລື ຍຸບເລີກບັນດາກໍາມາທິການສະພາແຫ່ງຊາດ, ເລືອກຕັ້ງ ຫລືປົດຕໍາແໜ່ງບັນດາຫົວໜ້າກໍາມາທິ ການ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າກໍາມາທິການສະພາແຫ່ງຊາດ, ສ້າງຕັ້ງ ຫລືຍຸບເລີກຄະນະລັດຖະສະພາສາ ກົນຂອງສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະ ພາແຫ່ງຊາດ;
6 ເລືອກຕັ້ງ ຫລືປົດຕໍາແໜ່ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະ ປະຈໍາສະພາແຫ່ງຊາດ;
7 ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
8 ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລືການປົດ ຕໍາແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
9 ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານສານປະຊາຊົນສູງສຸດ ແລະອະທິໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
10 ຕົກລົງສ້າງຕັ້ງ ຫຼືຍຸບເລີກກະຊວງ, ອົງການທຽບເທົ່າກະຊວງ, ແຂວງ ແລະນະຄອນ, ຕົກລົງເຂດແດນຂອງແຂວງ ແລະນະຄອນ ຕາມການສະເໜີຂອງນາຍົກລັດຖະມົນຕີ;
11 ຕົກລົງໃຫ້ນິລະໂທດກໍາ;
12 ຕົກລົງໃຫ້ສັດຕະຍາບັນ, ຍົກເລີກ ຫຼືລົບລ້າງສົນທິສັນຍາ, ສັນຍາທີ່ໄດ້ເຊັນກັບຕ່າງປະເທດ ຕາມກົດໝາຍ;
13 ຕົກລົງບັນຫາສົງຄາມ ຫຼືສັນຕິພາບ;
14 ຕິດຕາມກວດກາການເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະກົດໝາຍ, ມະຕິກອງປະຊຸມສະພາ ຫ່ງາດ, ມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະໂຄງການ ທີ່ມີຄວາມສໍາຄັນລະດັບຊາດ;
15 ຍົກເລີກນິຕິກໍາຂອງລັດຖະບານ, ນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະ ຊາຊົນສູງສຸດ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ຂັດກັບລັດຖະທໍາມະ ນູນ ແລະກົດໝາຍ. ສໍາລັບນິຕິກໍາ ຂອງສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດທີ່ ກ່າວມານີ້ ແມ່ນນິຕິກໍາທີ່ບໍ່ກ່ຽວກັບການດໍາເນີນຄະດີ;
16 ຕົກລົງກ່ຽວກັບການພົວພັນ, ຮວ່ມມື ກັບລັດຖະສະພາ, ອົງການຈັດຕັ້ງຕ່າງປະເທດ, ພາກພື້ນ ແລະ ສາກົນ;
17 ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
















