
*(ຂປລ): ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມປະຈຳເດືອນທັນວາ 2011 ຂຶ້ນໃນວັນທີ 26 ທັນວາ 2011 ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງ ຊາດ ເພື່ອພິຈາລະນາ ແລະ ປຶກສາຫາລືບັນຫາສຳຄັນບາງວຽກງານໃນຂົງເຂດ ສະພາ ແຫ່ງ ຊາດ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້...
ອ່ານເພິ່ມເຕິມ...







*(ຂປລ): ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຄຳນັບຂອງ ສະຫາຍ ຊິມກາ ຄະນະປະຈຳກົມການເມືອງສູນກາງ ພັກ ປະຊາຊົນກຳປູເຈຍ ແລະ ຄະນະ ໃນວັນທີ 21 ທັນວາ 2011 ຢູ່ທີ່ສະ ພາແຫ່ງຊາດ,
*(ຂປລ): ກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງ ຊາດຊຸດທີ VII ໄດ້ອັດລົງ ດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 21 ທັນວາ 2011, ພາຍ ຫລັງດຳ ເນີນມາ ເປັນເວລາ 12 ວັນ . ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ,
*(ຂປລ): ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 20 ທັນວາ 2011, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດນັ້ນ ໃນຄາບເຊົ້າ ທ່ານ ໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະ
*(ຂປລ) ທ່ານ ພູເພັດ ຄຳພູນວົງ, ລັດຖະມົນຕີວ່າການກະຊວງການເງິນ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວ ກັບການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ປະກັນໄພ, ຊຶ່ງເປັນກົດໝາຍ ສະບັບສຸດທ້າຍທີ່ໄດ້ນຳສະເໜີຕໍ່ກອງປະຊຸມ ໃນວັນທີ 19 ທັນວາ 2011 ໂດຍພາຍ ໃຕ້ການເປັນປະທານຂອງ ທ່ານ ດຣ. ໄຊສົມພອນ ພົມວິຫານ,
*(ຂປລ): ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາປະກອບຄຳເຫັນ ຢ່າງກົງໄປກົງມາ ແລະ ມີຜົນສຳເລັດຄົບຖ້ວນສົມບູນ ຂື້ນກວ່າເກົ່າທາງດ້ານເນື້ອໃນ ຂອງການປັບປຸງຮ່າງກົດໝາຍຈຳນວນ ສອງສະບັບ ໃນຂົງເຂດສາທາລະນະສຸກ.
*(ວຈໝ): ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VII ດຳເນີນມາຮອດວັນທີ 15 ທັນວາ 2011 ເປັນມື້ທີ 8 ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສຳລັບມື້ນີ້ແມ່ນໄດ້ນຳເອົາກົດໝາຍ ສະບັບປັບປຸງ ຈຳນວນ 2 ສະບັບ ເຂົ້າສະເໜີ ເພື່ອໃຫ້ບັນດາທ່ານສະມາຊິກຜູ້ແຜນປະກອບຄຳເຫັນໃສ່ຄື:
*(ປຊຊ): ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ຂຶ້ນ ສະເຫນີປັບປຸງບາງ ມາດຕາຂອງກົດຫມາຍວ່າດ້ວຍພາສີ ຕໍ່ກອງປະຊຸມສະໄຫມ ສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VII ໃນຕອນເຊົ້າຂອງວັນທີ 15 ທັນວາ 2011 ນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ກົດຫມາຍວ່າດ້ວຍພາສີສະບັບປັບປຸງໄດ້ສະເຫນີ ໃຫ້ມີການປັບປຸງຈຳນວນ 15 ມາດຕາ, ປະກອບມີມາດຕາ 3, 5,16, 17, 18, 28, 33, 52, 68, 69, 70, 72, 105, 106 ແລະ ມາດຕາ 117.




