ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແມ່ນ ກົງຈັກໜຶ່ງຂອງຄະນະປະຈຳ ສະພາແຫ່ງຊາດ, ປະຕິບັດພາລະບົດບາດ ໃນການປະສານສົມທົບກັບສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດ ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນເຂດເລືອກຕັ້ງຂອງຕົນ.
ສິດ, ໜ້າທີ່, ໂຄງປະກອບ ແລະ ກົງຈັກ ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແມ່ນ ຄະນະປະຈຳສະພາແຫ່ງຊາດ ເປັນຜູ້ຕົກລົງ.
(ລະບຸໄວ້ໃນມາດຕາ 39 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ ສະບັບປັບປຸ່ງປີ 2015)