ທີ່ຕັ້ງ ຂອງກຳມາທິການແຜນການ, ການເງິນ ແລະການກວດສອບ
ກຳມາທິການແຜນການ, ການເງິນ ແລະການກວດສອບ ແມ່ນກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ປະກອບດ້ວຍສະມາຊິກສະພາແຫ່ງຊາດທີ່ເປັນກຳມະການປະຈຳ, ກຳມະການຂອງກຳມາທິການ ທີ່ປະຈຳຢູ່ຂະແໜງການ ແລະ ປະຈຳຢູ່ເຂດເລືອກຕັ້ງ; ກຳມາທິການແຜນການ, ການເງິນ ແລະ ການກວດສອບ ມີຊື່ຫຍໍ້ເປັນຕົວອັກສອນ (ກຜງສ)
ພະລະບົດບາດ ຂອງກຳມາທິການແຜນການ, ການເງິນ ແລະການກວດສອບ
ກຳມາທິການແຜນການ, ການເງິນ ແລະການກວດສອບມີພາລະບົດບາດເປັນເສນາທິການໃຫ້ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານຕາມຂອບເຂດສິດ ແລະ ໜ້າທີຄວາມຮັບຜິດຊອບ ໃນຂະແໜງ ແຜນການ-ການລົງທຶນ, ການເງິນ, ທະນາຄານແຫ່ງ ສປປ ລາວ, ສະຖາບັນການເງິນ, ອົງການກວດກາລັດຖະບານ, ອົງການກວດສອບແຫ່ງລັດ ແລະ ຂົງເຂດອື່ນຕາມການມອບໝາຍຂອງ ຄະນະປະຈຳສະພາແຫ່ງຊາດ.
ສິດ ແລະ ໜ້າທີ່ຂອງກໍາມາທິການ
1. ດ້ານນິຕິບັນຍັດ:
1.1 ຄົ້ນຄ້ວາ, ກວດກາ ແລະ ປະກອບຄໍາເຫັນດ້ານເນື້ອໃນໃສ່ຮ່າງກົດໝາຍ, ຮ່າງລັດຖະບັນຍັດ ແລະ ຮ່າງນິຕິກໍາອື່ນ ທີ່ຂະແໜງການກ່ຽວຂ້ອງໄດ້ສະເໜີມາ, ຢັ້ງຢືນເນື້ອໃນທາງດ້ານວິຊາການຂອງຮ່າງກົດໝາຍທີ່ຢູ່ໃນຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນທີ່ຈະນໍາສະເໜີເຂົ້າວາລະກອງປະຊຸມສະພາແຫ່ງຊາດ ໃນແຕ່ລະຄັ້ງ;
1.2 ກະກຽມຄໍາເຫັນ, ຄໍາແນະນໍາ ແລະ ຂໍ້ເຈາະຈິ້ມໃຫ້ກໍາມະການຂອງກໍາມາທິການ ເພື່ອນໍາເອົາຮ່າງກົດໝາຍໄປທາບທາມຢູ່ເຂດເລືອກຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງ;
1.3 ຕິດຕາມການຮັບຮອງ, ປະກາດໃຊ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ, ປະສານງານກັບຂະແໜງການທີ່ກ່ຽວຂ້ອງຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດແຜນການ, ການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ອົງການກວດວສອບແຫ່ງລັດ ໃນແຕ່ລະໄລຍະ;
1.4 ຄົ້ນຄວ້ານໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ໃນການຕີຄວາມໝາຍ, ການອະທິບາຍກົດໝາຍ, ການສັ່ງໂຈະການປະຕິບັດກົດໝາຍ, ຍົກເລີກ, ລົບລ້າງ, ໂຈະບາງມາດຕາ ຂອງກົດໝາຍ ແລະ ນິຕິກໍາອື່ນທີ່ເຫັນວ່າບໍ່ສອດ ຄ່ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
1.5 ຊຸກຍູ້ ແລະ ເຂົ້າຮ່ວມໂຄງສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວ ຂ້ອງໃນຂົງເຂດຄວາມຮັບຜິດຊອບຂອງຕົນ;
1.6 ສ້າງນິຕິກໍາສະເພາະ ແລະ ຮ່າງແຜນການເຄື່ອນໄຫວຂອງກໍາມາທິການ ໃນແຕ່ລະໄລຍະ;
1.7 ຄົ້ນຄວ້າຮ່າງມະຕິ ຂອງກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແຜນການ, ການເງິນ ແລະ ການກວດສອບ;
1.8 ອອກຂໍ້ແນະນໍາຜດ ຄູ່ມືທາງດ້ານວິຊາການ ຂອງກໍາມາທິການກ່ຽວກັບຂັ້ນຕອນການຄົ້ນຄວ້າ ແລະ ພິຈາລະ ນາຮັບຮອງເອົາວິໄສທັດ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃຫ່ແກ່ສະ ພາປະຊາຊົນຂັ້ນແຂວງ;
1.9 ຮຽກໂຮມ ຫຼື ເຊື້ອເຊີນ ກໍາມະການຂອງກໍາມາທິການເຂົ້າຮ່ວມຄົ້ນຄວ້າປະກອບຄໍາເຫັນ ຕໍ່ເນື້ອໃນທາງດ້ານວິຊາການໃສ່ຮ່າງກົດໝາຍທີ່ຈະສ້າງ ຫຼື ປັບປຸງຂອງຂະແໜງການທີ່ກ່ຽວຂ້ອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ;
1.10 ຄົ້ນຄວ້າທາງດ້ານວິຊາການ ກ່ຽບກັບເນື້ອໃນຂອງສົນທິສັນຍາໃນຂະແໜງການກ່ຽວຂ້ອງ ກັບກໍາມາທິການຕົນ ກ່ອນຈະສົ່ງໃຫ້ກໍາມາທິການ ການຕ່າງປະເທດນໍາສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນແຕ່ລະໄລຍະ ເພື່ອພິຈາລະນາໃຫ້ສັດຕະຍາບັນສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ;
1.11 ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ.
2. ດ້ານການຕົກລົງບັນຫາພື້ນຖານສໍາຄັນຂອງຊາດ
2.1 ປະສານສົມທົບ, ເຂົ້າຮ່ວມແຕ່ຫົວທີກັບຂະແໜງການ ແລະ ກໍາມາທິການທີ່ກ່ຽວຂ້ອງຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ປະກອບຄໍາເຫັນໃສ່ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ຄົ້ນຄວ້າເອກະສານທຸກປະເພດ ທີ່ຈະເອົາເຂົ້າພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດ ພ້ອມທັງຮ່ວມກັບຮ່າງມະຕິກອງປະຊຸມ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ;
2.2 ມີຄໍາເຫັນຕໍ່ບົດລາຍງານຂອງລັດຖະບານທີ່ນໍາສະເໜີ ໃນກອງປະຊຸມຄັ້ງປະຖົມມະລຶກ, ກອງປະຊຸມສະໄໜສາ ມັນ ແລະ ວິສາມັນ ຂອງສະພາແຫ່ງຊາດ ກ່ຽວກັບວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ດັດແກ້ແຜນລົງທຶນຂອງລັດ;
2.3 ຄົ້ນຄວ້າເນື້ອໃນສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ເພື່ອພິຈາລະນາຮັບຮອງເອົານະໂຍບາຍພື້ນ ຖານດ້ານການເງິນ, ເງິນຕາ, ການດັດແກ້ອດຕາສ່ວນການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິ້ນຂອງລັດຖະບານ, ອັດ ຕາສ່ວນໜີ້ສິນສາທາລະນະ;
2.4 ຄົ້ນຄວ້າມີຄໍາເຫັນດ້ານເນື້ອໃນ ເພື່ອສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ, ຮັບຮອງເອົາການກໍານົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ ອັດຕາພາສີ ແລະ ອາກອນ;
2.5 ຄົ້ນຄວ້າມີຄໍາເຫັນດ້ານເນື້ອໃນເພື່ອສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວ ແລະ ບົດສະຫຼຸບຂາດຕົວງົບປະມານແຫ່ງລັດ ຕາມການລາຍງານຂອງອົງການກວດສອບແຫ່ງລັດ;
2.6 ຄົ້ນຄວ້າມີຄໍາເຫັນດ້ານເນື້ອໃນເພື່ອສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະໄໜສາມັນ ແລະ ວິສາມັນ ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາໂຄງການລະດັບຊາດ, ໂຄງການລົງທຶນຂອງລັດປະເພດ 1 ແລະ ແຜນຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ, ໂຄງການທີ່ມີຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ໂຄງການທີ່ເປັນຍຸດທະສາດ ແລະ ໂຄງການທີ່ພົວພັນກັບຄວາມໜັ້ນຄົງຂອງຊາດ ຕາມການສະເໜີຂອງລັດຖະບານ;
2.7 ຮຽກໂຮມ ຫຼື ເຊື່ອເຊີນ ກໍາມາການຂອງກໍາມາທິການເຂົ້າຮ່ວມເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທີ່ລັດຖະບານສະເໜີມາ;
2.8 ເກັບກໍາວິເຄາະຂໍ້ມູນຂ່າວສານ ກ່ຽວກັບໂຄງການລົງທຶນຂອງລັດ, ແຜນງົບປະມານແຫ່ງລັດເພື່ອສະເໜີໃຫ້ພາກ ສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຕິດຕາມຜົນການແກ້ໄຂບັນຫາດັ່ງກ່າວ;
2.9 ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ.
3. ດ້ານການຕິດຕາມກວດກາ
3.1. ຕິດຕາມກວດກາການປະຕິບັດ ລັດຖະທຳມະນູນ ແລະກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິ ຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລະດັບ ຊາດ, ໂຄງການລົງທຶນຂອງລັດປະເພດ 1 ແລະ ແຜນຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ, ໂຄງການທີ່ມີ ຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ວມ ແລະ ສັງຄົມ, ໂຄງການທີ່ເປັນຍຸທະສາດ ແລະ ໂຄງການທີ່ພົວພັນກັບຄວາມໝັ້ນ ຄົງຂອງຊາດ;
3.2. ສ້າງແຜນຕິດຕາມກວດກາຢ່າງເປັນປົກກະຕິ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສອງຄັ້ງຕໍ່ປີ ແລະ ລາຍງານຜົນຂອງການຕິດຕາມກວດກາດັ່ງກ່າວ ໃຫ້ຄະນະປະຈຳສະ ພາແຫ່ງຊາດ ຊາບ;
3.3. ຊັກຖາມບັນດາຂະແໜງການທີ່ກ່ຽວຂອ້ງຢູ່ກ້ອງປະຊຸມສະພາແຫ່ງຊາດ , ກອງປະຊຸມສະພາແຫ່ງຊາດ, ກອງ ປະຊຸມຄົບຄະນະກຳມາທິການແຜນການ ການເງິນ ແລະ ການກວດສອບ ກ່ຽວກັບບັນຫາສຳຄັນ ແລະ ເຄັ່ງຮ້ອນ ທີ່ພົວ ພັນກັບໜ້າວຽກຄວາມຮັບຜິດຊອບຂອງຕົນ;
3.4. ຈັດກອງປະຊຸມປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝານ;
3.5. ຄົ້ນຄວ້າຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວພັນກັບວຽກງານແຜນການ, ການເງິນ ແລະການກວດສອບ, ພ້ອມທັງເຊື້ອເຊີນພາກສ່ວນກ່ຽວຂອງມາຊີ້ແຈງ ແລະ ອະທິບາຍຕໍ່ກັບຂໍ້ຂ້ອງໃຈດັ່ງກ່າວ;
3.6. ຈັດວາງຕາຕະລາງຕ້ອນຮັບ, ພົບປະ ແລະ ຮັບຟັງຄຳຄິດ ຄຳເຫັນຂອງປະຊາຊົນ 1-2 ຄັ້ງຕໍ່ເດືອນ ໂດຍແຈ້ງ ອອກເປັນທາງການໂດຍຜ່ານສື່ຕ່າງໆ ໃຫ້ປະຊາຊົນຮັບຊາບ ກ່ຽວກັບເວລາ, ສະຖານທີ່ ແລະຫົວຂໍ້ເນື້ອໃນຊັດເຈນ ແລ້ວສັງລວມຄຳເຫັນຂອງປະຊາຊົນດັ່ງກ່າວ ລາຍງານໃຫ້ຄະນະປະຈຳສະພາແຫ່ງຊາດ ພ້ອມທັງປະສານກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂ ໂດຍການຊຸກຍູ້ ແລະ ຕິດຕາມກວດກາຮ່ວມຂອງກຳມາທິການທີ່ກ່ຽວ ຂ້ອງ;
3.7. ຕິດຕາມການຈັດຕັ້ງປະຕິບັດ ຜົນການກວດກາ ຂງຄະນະສະເພາະກິດຕ່າງໆ ໃນຂົງເຂດແຜນການ, ການເງິນ ແລະ ການກວດສອບ;
3.8. ປະຕິບັດໜ້າທີ່ອື່ນຕາມການໝອບໝາຍຂອງຄະນະປະຈຳສະພາແຫ່ງຊາດ.
ນອກຈາກການຕິດຕາມກວດກາປົກກະຕິຕາມແຜນແລ້ວ ກຳມາທິການສາມາດແຕ່ງຕັ້ງໜ່ວຍງານ ສະເພາະກິດຂອງ ຕົນຂື້ນ ເພື່ອດຳເນີນການຕິດຕາມກວດກາຕາມເນື້ອໃນ ມາດຕາ 32 ຂອງກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສະພາແຫ່ງຊາດ;
(ອິງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 0103/ຄປຈ, ລົງວັນທີ 17/08/2016 ວ່າດ້ວຍ ກາຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກຳມາທິການແຜນການ, ການເງິນ ແລະການກວດສອບ)