
11/10/2018 00:00 -
(ສພຊ) ໃນວັນທີ 3 ຕຸລາ 2018, ທີ່ເຮືອນພັກທູດຍີ່ປຸ່ນປະຈໍາລາວ, ທ່ານ ທາເກຊິ ຮິກິຮາຣາ (Takeshi HIKIHARA) ເອກອັກຄະລາຖະທູດຍີ່ປຸ່ນ ປະຈຳ ສປປລາວ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ປະດັບຫລຽນ The Order of the Rising Sun, Gold and Silver Star ໃຫ້ທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ສະພາແຫ່ງຊາດ ທີ່ມີຜົນງານປະກອບສ່ວນໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດລາວ ແລະ ຍີ່ປຸ່ນ, ເຂົ້າຮ່ວມມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາແຂກຖືກເຊີນ.
ໃນພິທີ, ທ່ານ ທາເກຊິ ຮິກິຮາຣະ ໄດ້ກ່າວສະແດງຄວາມຍິນດີກັບທ່ານ ສົມພູ ດວງສະຫວັນ ທີ່ໄດ້ຮັບການປະດັບຫລຽນດັ່ງກ່າວ ເຊິ່ງທ່ານໄດ້ມີສ່ວນຮ່ວມທີ່ສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການແລກປ່ຽນການພົວພັນຮ່ວມມືດ້ານລັດຖະສະພາ ລະຫວ່າງ ສປປລາວ ແລະ ຍີ່ປຸ່ນ.
ທ່ານ ສົມພູ ດວງສະຫວັນ ປະຕິບັດໜ້າທີ່ເປັນປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ແຕ່ປີ 2011-2016 ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໂດຍຜ່ານການແລກປ່ຽນບົດຮຽນຢ່າງຕັ້ງໜ້າ ກັບສະມາຊິກສະພາແຫ່ງຊາດຂອງຢີ່ປຸ່ນ, ທ່ານຍັງໄດ້ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນຫລາຍກິດຈະກໍາທາງດ້ານວັດທະນະທຳ ແລະ ງານຕ້ອນຮັບຕ່າງໆ ທີ່ຈັດຂຶ້ນໂດຍສະຖານທູດ ແລະ ບັນດາອົງການອື່ນໆ ທີ່ກ່ຽວຂ້ອງກັບຍີ່ປຸ່ນ.