
18/10/2018 00:00 -
(ສພຊ) ລະຫວ່າງວັນທີ 15-17 ຕຸລາ 2018, ທີ່ສູນ ICTC ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານທີ່ດິນ, ການລົດໄຟ, ລາຍເຊັນເອເລັກໂຕຣນິກ ແລະ ຄວາມປອດໄພດ້ານລັງສີ ໂດຍການເປັນປະທານຂອງທ່ານ ບຸນປອນ ສີສຸລາດ ຄະນະປະຈໍາສະພາແຫ່ງຊາດ, ປະທານ ກສຕສ; ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາ ຊົນແຂວງ, ນະຄອນຫລວງວຽງຈັນ, ລັດຖະມົນຕີ-ຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທົ່ວປະເທດ, ສະມາຊິກສະພາປະຊາຊົນແຂວງ, ນັກວິທະຍາກອນ, ຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການຊີ້ນຳຂອງຄະນະປະຈຳສະພາແຫ່ງຊາດ ໂດຍສະເພາະປະທານສະພາແຫ່ງຊາດ; ເນື້ອໃນສຳຄັນ ສໍາມະນາກອນຈະໄດ້ຮັບຟັງການສະເໜີບົດຮຽນ, ປະສົບການໃນການຄຸ້ມຄອງວຽກງານທີ່ດິນ, ການລົດໄຟ, ລາຍເຊັນເອເລັກໂຕຣນິກ, ຄວາມປອດໄພທາງດ້ານລັງສີ ແລະ ກົດໝາຍຕ່າງໆທີ່ກ່ຽວຂ້ອງ ທັງນີ້, ກໍເພື່ອໃຫ້ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ນຳໃຊ້ເປັນບ່ອນອີງ ແລະ ເປັນຂໍ້ມູນພື້ນຖານສຳຄັນເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ.
ກອງປະຊຸມສຳມະນາວິທະຍາສາດດັ່ງກ່າວ ຈະຈັດຂຶ້ນເປັນເວລາ 3 ວັນ ເຊິ່ງ ກສຕສ ໄດ້ສົມທົບກັບກະຊວງກ່ຽວຂ້ອງ ເຊື້ອເຊີນເອົາວິທະຍາກອນ, ຊ່ຽວຊານຜູ້ທີ່ມີຄວາມຮູ້ ແລະ ປະສົບການຕົວຈິງສະເພາະດ້ານ ກ່ຽວກັບວຽກງານດັ່ງກ່າວ ຈາກພາຍໃນ ແລະ ຕ່າງປະເທດ ມາສະເໜີຕໍ່ບັນດາທ່ານ ເຊິ່ງປະກອບມີ: ທ່ານ ເລ ວັນ ລິກ ຮອງຫົວໜ້າກົມໃຫຍ່ຄຸ້ມຄອງທີ່ດິນ ແລະ ທ່ານ ຫງວຽນ ດັກ ເຍິນ ຮອງຫົວໜ້າກົມວາງແຜນການນຳໃຊ້ທີ່ດີິນ. ທັງ 2 ທ່ານນີ້ ມາຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ສສ.ຫວຽດນາມ ຈະນຳສະເໜີໃນ 2 ຫົວຂໍ້ ກ່ຽວກັບວຽກງານທີ່ດິນຄື: 1. ການແບ່ງຂັ້ນຄຸ້ມຄອງວຽກງານທີ່ດິນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຂອງ ສສ.ຫວຽດນາມ, ແລະ 2. ການຈັດສັນທີ່ດິນລະດັບຊາດ ແລະ ລະດັບທ້ອງຖິ່ນ ຂອງ ສສ.ຫວຽດນາມ; ທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າກົມໄອຊີທີ (ICT), ທ່ານ ມີນາໄຊ ພິລາວົງ ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງໄປຊະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສປປລາວ; ແລະ ທ່ານ ອາໂນລົດ ພັນວົງສາ, ອຳນວຍການບໍລິສັດ ເອັກສະເທັກພັດທະນາ ທັງ 3 ທ່ານນີ້ ຈະນຳສະເໜີ 3 ຫົວຂໍ້ກ່ຽວກັບວຽກງານລາຍເຊັນເອເລັກໂຕຣນິກຄື: 1. ການຢັ້ງຢືນຕົວຕົນ ໃນຍຸກດີຈີຕອນ, 2. ເສດຖະກິດດີຈີຕອນ, ແລະ 3. ຄວາມຈຳເປັນໃນການສ້າງກົດໝາຍ ລາຍເຊັນເອເລັກໂຕຣນິກ; ທ່ານ ສະຍົມພູ ຣິດວິລຸນ ຫົວໜ້າສຳນັກງານກົດໝາຍ (ການລົດໄຟໄທ) ຈະນຳສະເໜີ 3 ຫົວຂໍ້ ກ່ຽວກັບວຽກງານການລົດໄຟຄື: 1. ໂຄງປະກອບເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການລົດໄຟຂອງປະເທດໄທ, 2. ການຄຸ້ມຄອງໃນການຈັດຕັ້ງປະຕິບັດກົດໝາຍທາງລົດໄຟ ຈາກປະເທດໄທ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ?, ແລະ 3. ຂໍ້ແນະນຳກ່ຽວກັບກົດໝາຍວ່າດ້ວຍການລົດໄຟ ຂອງປະເທດລາວ ຄວນເອົາໃຈໃສ່ບັນຫາໃດແດ່?; ທ່ານ ກອງໄຊສີ ພົມມະໄຊ ຫົວໜ້າກົມວິທະຍາສາດ, ທັງເປັນຜູ້ປະສານງານແຫ່ງຊາດດ້ານວິຊາການກັບອົງການພະລັງງານປະລະມານູສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປລາວ ຈະນຳສະເໜີ 2 ຫົວຂໍ້ ກ່ຽວກັບວຽກງານຄວາມປອດໄພຈາກລັງສີຄື: 1. ການຄຸ້ມຄອງວຽກງານລັງສີ-ນີວເຄຣຍ, ແລະ 2. ສະພາບການນຳໃຊ້ລັງສີ-ນີວເຄຣຍ ໃນທາງສັນຕິ ເພື່ອການພັດທະນາ. ໃນນັ້ນ, ກອງປະຊຸມຈະໄດ້ຄົ້ນຄວ້າ ສົນທະນາ ແລະ ລົງເລິກ ແລກປ່ຽນຄຳເຫັນຕົວຈິງ ໃສ່ບັນດາຫົວຂໍ້ຕ່າງໆ, ເນື້ອໃນຮ່າງກົດໝາຍຂົງເຂດເສດຖະກິດ ຈຳນວນ 4 ສະບັບ ເພື່ອກະກຽມຄວາມພ້ອມຮອບດ້ານ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ (ສະບັບສ້າງໃໝ່), ກົດໝາຍວ່າດ້ວຍການລົດໄຟ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ (ສະບັບສ້າງໃໝ່).
(ສົມນຶກ ແກ້ວໄຊຍະຈັກ)